ເຂົ້າຮ່ວມໃນງານການແຂ່ງຂັນຄັ້ງນີ້ປະກອບມີ: ສຈ.ປອ ເຈິ່ນ ເຖາະດ໋າດ, ກຳມະການພັກແຂວງ, ອຳນວຍການມະຫາວິທະຍາໄລ ເສດຖະກິດຮ່າໂນ້ຍ; ຮສຈ.ປອ ບຸ່ຍ ຮຸຍເຢື້ອ ອຳນວຍການສູນການສຶກສາ ຄຸນນະພາບສູງ ແລະ POHE; ບັນດາຄູອາຈານຂອງສູນການສຶກສາ ຄຸນນະພາບສູງ POHE; ບັນດາຜູ້ສະໜັບສະໜູນ ບໍລິສັດໝີ່ ບັກໂຕມ ແລະ Izone ພ້ອມທັງນ້ອງນັກຮຽນ ລາວ, ຫວຽດນາມ ແລະ ກຳປູເຈຍ ເຂົ້າຮ່ວມຢ່າງຫຼວງຫຼາຍ.
|
ໃນການແຂ່ງຂັນແຕ່ງກິນຄັ້ງນີ້ ມີ 16 ທີມ, ເຊິ່ງແມ່ນນັກຮຽນທີ່ ມາຈາກມະຫາວິທະຍາໄລ ເສດຖະກິດ ຮ່າໂນ້ຍ, ຂອງຫຼາຍໆພະແນກການ, ສາຂາທີ່ແຕກຕ່າງກັນ ພິເສດແມ່ນທີມທີ່ຖຶກເຊີນເຂົ້າຮ່ວມ ແມ່ນທີມຂອງນ້ອງນັກຮຽນ ລາວ ແລະ ກຳປູເຈຍ.
|
ບັນດາຄູອາຈານ ແລະ ຜູ້ສະໜັບສະໜູນ ການແຂ່ງປຸງແຕ່ງອາຫານ AEP Master chef 2019,
|
ອາຫານຂອງນັກຮຽນລາວ ເຂົ້າຮ່ວມການແຂ່ງຂັນ.
|
|
|
|
ບັນດານ້ອງນັກຮຽນທີ່ເຂົ້າຮ່ວມການແຂ່ງຂັນປຸງແດ່ງອາຫານ.
ນ້ອງນັກຮຽນ 16 ທີມ ທີ່ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ປະກອບມີ:
| 1. ທີມ ຊີ່ຊູບ 2. ທີມງອນງອນ 3. ທີມ Gamngster Chefs 4. ທີມ 541 5. ທີມ ຈ໋ອບເຊັບ 6. ທີມ ມັນຝລັ່ງ 7. ທີມ Les Bombes 8. Hell's Kitchen 9. Wonder Girls 10. #13 11. Unknow 12. ທີມ ເກີມແມະເໜົ໋າ 13. ທີີມ ໂຕ໋ເໜົ໋າ 14. ທີມ ຄົງກໍ໋ໂດ໋ຍຖູ້ ແລະ ອີກສອງທີມ ຂອງນ້ອງນັກຮຽນລາວ ແລະ ກຳປູເຈຍ. |
ເຊິ່ງຜົນປະກົດວ່າ ທີມຂອງນ້ອງນັກຮຽນລາວ ສາມາດຍາດໄດ້ລາງວັນທີ 2 ຂອງການແຂ່ງຂັນ.
(ຫັດທະບູນ)