WHO: ຄົນ 9/10 ໃນແຕ່ລະມື້ຄົນເຮົາສູດຫາຍໃຈເອົາອາກາດເປັນພິດ

14:36 | 03/05/2018

9ໃນ10ຄົນໃນທົ່ວໂລກກຳລັງສູດຫາຍໃຈໃນຊັ້ນບັນຍາກາດທີ່ເປັນພິດ. ອັນນີ້ແມ່ນຜົນການວິໄຈຫຼ້າສຸດກ່ຽວກັບສະພາບເປັນພິດຂອງອາກາດໃນໂລກ ຈາກ WHO.

WHO: ຄົນ 9/10 ໃນແຕ່ລະມື້ຄົນເຮົາສູດຫາຍໃຈເອົາອາກາດເປັນພິດ

ປະ​ຊາ​ຊົນ​ອອກ​ຈາກ​ເຮືອນ​ຕ້ອງ​ໃສ່​ໜ້າ​ກາກ​ປ້ອງ​ກັນ.

ອາ​ກາດ​ເປັນ​ພິດ​ເຮັດ​ໃຫ້ ຄົນ​ເສຍ​ຊີ​ວິດ​ເຖິງ 7 ລ້ານ​ຄົນ/ປີ, ສ່ວນ​ຫຼາຍ​ແມ່ນ​ຢູ່​ບັນ​ດາ​ປະ​ເທດ​ທຸກ​ຍາກ ຂອງ ທະ​ວີບ​ອາ​ຊີ ແລະ ອາບ​ຟ​ລີກ​ກາ. ປະ​ມານ ¼ ຂອງ​ການ​ເສຍ​ຊີ​ວິດ​ແມ່ນ​ເນື່ອງ​ມາ​ຈາກ ໂລກ​ຫົວ​ໃຈ​, ຫົວ​ໃຈ​ວາຍ ແລະ ໂລກ​ມະ​ເຮັງ​ປອດ ອາດ​ຈະ​ມີ​ສາຍ​ເຫດ​ມາ​ຈາກ​ອາ​ກາ​ດ​ເປັນ​ພິດ.

ໂຕ​ເລກ​ດັ່ງ​ບໍ່​ປ່ຽນ​ແປງ​ມາ​ຫຼາຍ​ປີ​ແລ້ວ, ໃນ​ສະ​ພາບ​ການ​ທີ່​ສະ​ພາບ​ແວດ​ລ້ອມ​​ພາຍນອກເປັນ​ພິດ​ສູງ ແລະ ສ່ວນ​ໃຫຍ່​ແມ່ນ​ບໍ່​ມີ​ການ​ປ່ຽນ​ແປງ, ສ່ວນ​ສະ​ພາບ​ແວດ​ລ້ອມ​ພາຍ​ໃນ​ພັດ​ແຫ່ງ​ໂຫດ​ຮ້າຍ​ຂື້ນກວ່າ​ເກົ່າ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ​ປ​ະ​ຊາ​ຊົນ​ຢູ່​ຫຼາຍ​ປະ​ເທດ​ຍັງ​ສືບ​ຕໍ່​ປຸງ​ອາ​ຫານ, ຜີງ​ໄຟ ຫຼື ໄຕ້​ໄຟ​ເຮືອນ​ດ້ວຍ​ນ້ຳ​ມັນ​ກາດ ຫຼື ໄມ້, ປ່ຽນ​ເປັນ​ຢ່າງ​ອື່ນ​ທີ່​ສະ​ອ​າດກວ່າ​ຄື ອາຍ​ແກັດ ຫຼື ໄຟ​ຟ້າ. ອີງ​ຕາມ WHO, ແມ່​ຍິງ ແລະ ເດັກ​ນ້ອຍ ແມ່ນ​ເປົ້າ​ໝາຍ​ທີ່​ຖືກ​ຜົນ​ສະ​ທ້ອນ​ຫຼາຍກວ່າ​ໝູ່.

ປະ​ຈຸ​ບັນ WHO ຂື້ນ​ແຜນ​ຈັດ​ກ​ອງ​ປະ​ຊູມ​ຄັ້ງ​ປະ​ຖົມ​ມະ​ລຶກ​ໃນ​ໂລກ​ກ່ຽວ​ກັບ​ຫົວ​ຂໍ້ ສະ​ພາບ​ແວດ​ລ້ອມ​ເປັນ​ພິດ ແລະ ສຸ​ຂ​ະ​ພາບ ຂື້ນປະ​ມານ​ທ້າຍ​ເດືອນ 10ນີ້ ເພື່ອ​ຊຸກ​ຍູ້​ການ​ປ່ຽນ​ແປງ​ໃນ​ການ​ເຄື່ອນ​ໄຫວ​ໃນ​ລະ​ດັບ​ໂລກ ເພື່ອ​ສະ​ກັດ​ກັ້ນ​ສະ​ຖາ​ນະ​ການ​ຂອງ​ສະ​ພາບ​ແວດ​ລ້ອມ​ເປັນ​ພິດ.


(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.