ກໍ່ສ້າງສູນການຄ້າ - ການທ່ອງທ່ຽວນະຄອນຫຼວງວຽງຈັນ ຢູ່ ນະຄອນໂຮ່ຈີມິງ

21:28 | 31/08/2019

ຍສໝ - ໃນວັນທີ 30 ສິງຫາ 2019, ທີ່ນະຄອນໂຮ່ຈີມິງ, ທ່ານ ຫວໍວັນຮວານ, ຮອງປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິງ ໄດ້ໃຫ້ການຕ້ອນຮັບທ່ານ ພູຂົງ ບັນນາວົງ, ຫົວໜ້າພະແນກແຜນການ-ການລົງທຶນນະຄອນຫຼວງວຽງຈັນ.

ກໍ່ສ້າງສູນການຄ້າ - ການທ່ອງທ່ຽວນະຄອນຫຼວງວຽງຈັນ ຢູ່ ນະຄອນໂຮ່ຈີມິງ

ບັນຍາກາດທີ່ການຕ້ອນຮັບ.(ພາບ:baoquocte.vn)

ທີ່ການຕ້ອນຮັບ, ທ່ານ ຫວໍວັນຮວານ ຖືວ່າ: ນະຄອນ ໂຮ່ຈີມີງ ຍາມໃດກໍ່ຖືເປັນສໍາຄັນ ແລະ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ປັບປຸງ, ພັດທະນາສາຍພົວພັນແບບພິເສດກັບປະເທດລາວ ເວົ້າລວມ ແລະ ບັນດາທ້ອງຖິ່ນຂອງ ລາວ ເວົ້າສະເພາະ. ແຕ່ລະປີ, ນະຄອນ ໂຮ່ຈີມິງ ແລະ ບັນດາທ້ອງຖິ່ນຂອງລາວ ລ້ວນແຕ່ໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອແນໃສ່ຮັດແໜ້ນນໍ້າໃຈມິດຕະພາບ ແລະ ປຶກສາຫາລືທິດທາງເພື່ອເພີ່ມທະວີການຮ່ວມມື. ທ່ານ ຫວໍວັນຮວານ ໃຫ້ຄໍາໝັ້ນສັນຍາວ່າອໍານາດການປົກຄອງນະຄອນໂຮ່ຈີມິງ ຈະຕັ້ງໜ້າສົມທົບກັບນະຄອນຫຼວງວຽງຈັນ ແລະ ບັນດາວິສາຫະກິດທີ່ກ່ຽວຂ້ອງເພື່ອຫັນແນວຄວາມຄິດຂອງໂຄງການໃຫ້ເປັນລະອຽດ.

ທີ່ການຕ້ອນຮັບ, ທ່ານ ພູຂົງ ບັນນາວົງ ໃຫ້ຮູ້ວ່າ: ຕາມຂໍ້ຕົກລົງຮ່ວມມືລະຫວ່າງນະຄອນໂຮ່ຈີມິງ ແລະ ນະຄອນຫຼວງວຽງຈັນ ທີ່ໄດ້ລົງນາມໃນຊຸມປີຜ່ານມາ. ໃນນັ້ນ, ນະຄອນໂຮ່ຈີມິງ ໄດ້ມີບັນດາໂຄງການລົງທຶນຢູ່ວຽງຈັນ ແລະ ວຽງຈັນກໍ່ຊອກຫາໂອກາດລົງທຶນຢູ່ນະຄອນໂຮ່ຈີມິງ ເຊັ່ນດຽວກັນ. ການປະຕິບັດງານໃນຄັ້ງນີ້ຂອງຄະນະໄດ້ຊອກຮູ້, ປຶກສາຫາລືກັບບັນດາອົງການທີ່ກ່ຽວຂ້ອງຂອງນະຄອນໂຮ່ຈີິມິງ ກ່ຽວກັບທິດທາງການຮ່ວມມືລົງທຶນ. ແຜນການລະອຽດຂອງຄະນະແມ່ນສົ່ງເສີມການຜັນຂະຫຍາຍໂຄງການກໍ່ສ້າງສູນການຄ້າ - ການທ່ອງທ່ຽວຂອງນະຄອນຫຼວງວຽງຈັນ ຢູ່ນະຄອນໂຮ່ຈີມິງ ແລະ ປາດຖະໜາຢາກໃຫ້ການນໍານະຄອນໜູນຊ່ວຍໃຫ້ໂຄງການນີ້.

(ໄຊພອນ)

302 Found

Found

The document has moved here.