ພິທີມອບ ແນວພັນໄມ້ກິນໝາກ ໃຫ້ແກ່ ສູນສົ່ງເສີມກະສິກຳອ່າງນ້ຳຫີນ

14:11 | 30/07/2019

ທ້າຍອາທິດທີ່ຜ່ານມາ, ທີ່ແຂວງອຸດົມໄຊ ໄດ້ຈັດພິທີມອບແນວພັນໄມ້ກິນໝາກ ຫ້ອງການຮ່ວມມືສົ່ງເສີມກະສີກຳ ແລະ ປ່າໄມ້ລາວ-ຫວຽດນາມ ກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ສປປລາວ ຈຳນວນ 700 ເບ້ຍ.

ພິທີມອບ ແນວພັນໄມ້ກິນໝາກ ໃຫ້ແກ່ ສູນສົ່ງເສີມກະສິກຳອ່າງນ້ຳຫີນ

ພິທີມອບແນວພັນໄມ້ກິນໝາກ ລະຫວ່າງ ຫ້ອງການຮ່ວມມືສົ່ງເສີມກະສີກຳ ແລະ ປ່າໄມ້ລາວ-ຫວຽດນາມ ກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ສປປລາວ.


ເພື່ອເປັນການສືບຕໍ່ສາຍພົວພັນຮ່ວມມືກັນລະຫວ່າງ ຫ້ອງການຮ່ວມມືສົ່ງເສີມກະສີກຳ ແລະ ປ່າໄມ້ລາວ-ຫວຽດນາມ ກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ສປປລາວ ກໍ່ຄື ກັບສູນສົ່ງເສີມກະສິກຳອ່າງນ້ຳຫີນ, ດັ່ງນັ້ນຫ້ອງການຮ່ວມມືສົ່ງເສີມກະສີກຳ ແລະ ປ່າໄມ້ລາວ-ຫວຽດນາມ ຈື່ງໄດ້ນຳເອົາແນວພັນໄມ້ໃຫ້ໝາກຈຳນວນ 700 ເບ້ຍ ມາມອບໃຫ້ ໃນນັ້ນ ລວມມີ ແນວພັນ ໜາກກ້ຽງຫວານ ຈຳນວນ 500 ເບ້ຍ, ແນວພັນໝາກນ້ຳນົມ 200 ເບ້ຍ ແລະ ແນວພັນໄມ້ໃຫ້ໝາກຊະນິດອື່ນໆຕື່ມອີກຈຳນວນໜື່ງ, ມອບໃຫ້ສູນສົ່ງເສີມກະສີກຳ ອ່າງນ້ຳຫີນ ເພື່ອນຳໄປປູກທົດລອງ ແລະ ຂະຫຍາຍພັນ ເພື່ອສົ່ງເສີມໃຫ້ປະຊາຊົນປູກໃຫ້ກ້ວາງຂວາງ ແລະ ໄດ້ຮັບຜົນປະໂຫຍດຈາກການຮ່ວມມືຄັ້ງນີ້.

ພິທີມອບ ແນວພັນໄມ້ກິນໝາກ ໃຫ້ແກ່ ສູນສົ່ງເສີມກະສິກຳອ່າງນ້ຳຫີນ

ແນວພັນໄມ້ກິນໝາກ.

ພີທີ່ມອບ-ຮັບແນວພັນໄມ້ໃຫ້ໝາກຄັ້ງນີ້ແມ່ນໄດ້ຈັດຂື້ນໃນວັນທີ່ 26 ກໍລະກົດ 2019 ນີ້ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ມີ ທ່ານ ພອນປະສິດ ປັນຍາສະຫວັດ ຮອງຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ມີທ່ານ ເຈີນກຸຍກາບ ຫົວໜ້າຫ້ອງການຮ່ວມມືສົ່ງເສີມກະສິກຳ ແລະ ປ່າໄມ້ລາວ-ຫວຽດນາມ, ມີຮອງຫົວໜ້າສູນສົ່ງເສີມກະສີກຳອ່າງນ້ຳຫີນ ແລະ ພະນັກງານວີຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

(ແຫຼ່ງ​ຂໍ້​ມູນ​: ສະຖານີວິທະຍຸ ໂທລະພາບ ແຂວງ ອຸດົມໄຊ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.