ການນໍາແຂວງບໍລິຄໍາໄຊ ມີຄວາມປະທັບໃຈຕໍ່ການກໍ່ສ້າງຊົນນະບົດໃໝ່, ປະຕິຮູບການບໍລິຫານງານຢູ່ຕາແສງເຕື້ອງເຊີນ

10:05 | 12/08/2019

ເມື່ອສືບຕໍ່ການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຮ່າຕິງ, ຕອນເຊົ້າວັນທີ 9 ສິງຫາ, ຄະນະປະຕິບັດງານແຂວງບໍລິຄໍາໄຊ, ສປປ ລາວ ໂດຍທ່ານສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ - ປະທານສະພາປະຊາຊົນແຂວງບໍລິຄໍາໄຊ ໄດ້ນໍາໜ້າຄະນະມາຢ້ຽມຢາມ, ແລກປ່ຽນບົດຮຽນໃນການກໍ່ສ້າງຊົນນະບົດໃໝ່ຢູ່ຕາແສງເຕື້ອງເຊີນ.

ຄະນະໄດ້ໄປເບິ່ງທາງຍ່າງທີ່ເປັນແບບຢ່າງຂອງບ້ານຮ່າແທງຕົວຈິງ ແລະຢ້ຽມຊົມບັນດາສວນຄົວຂອງປະຊາຊົນ; ທ່ານ ເຈິ່ນວັນເບົາ, ທ່ານນາງ ເຢືອງທິທຶ, ທ່ານເຢືອງກິມຮວ່າງ. ນີ້ແມ່ນບັນດາຮູບແບບສວນທີ່ພົ້ນເດັ່ນຂອງເມືອງຮ່າແທງ, ໜູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດຄື: ລະບົບຫົດນໍ້າ, ພົ່ນລະອອງນໍ້າຕັ້ງເວລາໂດຍອັດຕະໂນມັດ, ລະບົບຂ້າແມງໄມ້, ລະບົບບຳບັດນ້ຳເສຍ, ສັດລ້ຽງ...

ການນໍາແຂວງບໍລິຄໍາໄຊ ມີຄວາມປະທັບໃຈຕໍ່ການກໍ່ສ້າງຊົນນະບົດໃໝ່, ປະຕິຮູບການບໍລິຫານງານຢູ່ຕາແສງເຕື້ອງເຊີນ

ຄະນະປະຕິບັດງານຢ້ຽມຊົມທາງຍ່າງແບບຢ່າງບ້ານຮ່າແທງ ດ້ວຍລະບົບຊົນລະປະທານລະບາຍນໍ້າ, ຮົ້ວຂຽວ. (ພາບ: baohatinh.vn)

ໃນຕອນເຊົ້າວັນດຽວກັນ, ຄະນະໄດ້ໄປຢ້ຽມຊົມສູນບໍລິຫານງານ, ກຸ່ມໃຫ້ຄຳປຶກສາດ້ານນະໂຍບາຍ ແລະຈຸດບໍລິການປະຕູດຽວ, ສຳນັກງານທີ່ສະຫຼາດຂອງຕາແສງເຕື້ອງເຊີນ.

ການນໍາແຂວງບໍລິຄໍາໄຊ ມີຄວາມປະທັບໃຈຕໍ່ການກໍ່ສ້າງຊົນນະບົດໃໝ່, ປະຕິຮູບການບໍລິຫານງານຢູ່ຕາແສງເຕື້ອງເຊີນ

ຄະນະໄປຢ້ຽມຊົມສູນບໍລິຫານ, ກຸ່ມໃຫ້ຄຳປຶກສາດ້ານນະໂຍບາຍ ແລະຈຸດບໍລິການປະຕູດຽວ ສຳນັກງານທີ່ສະຫຼາດຂອງຕາແສງເຕື້ອງເຊີນ. (ພາບ: baohatinh.vn)

ທ່ານສຸວັນນີ ໄຊຊະນະ ພ້ອມດ້ວຍຄະນະມີຄວາມປະທັບໃຈຕໍ່ບ້ານຊົນນະບົດໃໝ່ທີ່ມີທິວທັດສິ່ງແວດລ້ອມຂຽວ, ສະອາດ; ເສດຖະກິດສວນຄົວພັດທະນາ; ພື້ນຖານໂຄງລ່າງທີ່ຄົບຊຸດ. ພິເສດ, ຄະນະມີຄວາມປະທັບໃຈກັບລະບົບເຕັກໂນໂລຢີຂໍ້ມູນຂ່າວສານຢູ່ສູນບໍລິຫານປະຕູດຽວຂອງທ້ອງຖິ່ນໄດ້ສ້າງເງື່ອນໄຂສະດວກໃຫ້ບັນດາອົງການ, ບຸກຄົນມາພົວພັນແລກປ່ຽນຢ່າງວ່ອງໄວ, ສະດວກ. ພິເສດ, ເລື່ອງນໍາໃຊ້ເຕັກໂນໂລຢີຊ່ວຍໃຫ້ປະຊາຊົນຄົ້ນຫາເອກະສານຢ່າງອັດຕະໂນມັດ, ຄົ້ນຫາໝາກຜົນ, ແຈ້ງໝາກຜົນໃນການແກ້ໄຂເອກະສານ, ຕີລາຄາຄວາມເພິ່ງພໍໃຈຂອງປະຊາຊົນເມື່ອປະຕິບັດບັນດາໜ້າທີ່. ນີ້ຈະແມ່ນບັນດາບົດຮຽນເພື່ອໃຫ້ແຂວງບໍລິຄໍາໄຊ ຄົ້ນຄວ້າຮໍ່າຮຽນ ແລະຜັນຂະຫຍາຍໃນໄລຍະຈະມາເຖິງ.

(ແຫຼ່ງ​ຂໍ້​ມູນ​: ເກື່ອງດັ້ງ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.