ການນຳແຂວງ ບໍລິຄໍາໄຊ ວາງພວງມາລາລະນຶກວັນສ້າງຕັ້ງແຂວງ ຄົບຮອບ 35 ປີ

00:54 | 15/05/2019

ໃນຕອນເຊົ້າວັນທີ 5 ມີນາ 2019, ການນຳພັກ-ລັດ ແຂວງບໍລິຄຳໄຊ ນໍາໂດຍ ທ່ານ ກອງແກ້ວ ໄຊສົງຄາມ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ໄປວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ແລະ ວາງກະຕ່າດອກໄມ້ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.

ການນຳແຂວງ ບໍລິຄໍາໄຊ ວາງພວງມາລາລະນຶກວັນສ້າງຕັ້ງແຂວງ ຄົບຮອບ 35 ປີ

ການນຳແຂວງ ບໍລິຄໍາໄຊ ວາງພວງມາລາລະນຶກວັນສ້າງຕັ້ງແຂວງ ຄົບຮອບ 35 ປີ,

ໃນໂອກາດວັນສ້າງຕັ້ງແຂວງ ບໍລິຄໍາໄຊ ຄົບຮອບ 35 ປີ ( 6 ມີນາ 1984-6 ມີນາ 2019 ) ແລະເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງນັກຮົບປະຕິວັດ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳນຳພາຂອງພັກ ປະຊາຊົນປະຕິວັດລາວ ຈົນໄດ້ຮັບໄຊຊະນະ ແລ້ວ ປະກາດເອກະລາດ, ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.

ເຂົ້າຮ່ວມວາງພວງມາລາໃນຄັ້ງນີ້ມີທັງໝົດ 10 ຄະນະ ເຊິ່ງນຳໜ້າໂດຍຄະນະພັກຄະນະປົກຄອງແຂວງ, ສະພາປະຊາຊົນແຂວງ-ຕຸລາການ, ຂົງເຂດການເມືອງ-ການປົກຄອງ, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນ ຄວາມສະຫງົບແຂວງ, ຂົງເຂດເສດຖະກິດ, ແນວລາວສ້າງຊາດ-ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າ, ຂົງເຂດວັດທະນະທຳ-ສັງຄົມ, ກອງທຶນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ແລະ ຄະນະພັກຄະນະປົກຄອງເມືອງປາກຊັນ.

ການນຳແຂວງ ບໍລິຄໍາໄຊ ວາງພວງມາລາລະນຶກວັນສ້າງຕັ້ງແຂວງ ຄົບຮອບ 35 ປີ

ການນຳແຂວງ ບໍລິຄໍາໄຊ ວາງພວງມາລາລະນຶກວັນສ້າງຕັ້ງແຂວງ ຄົບຮອບ 35 ປີ,

ທ່ານ ເຄນ ລໍມະນີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ບໍລິຄຳໄຊ ໃຫ້ສໍາພາດວ່າ: ການສະເຫລີມສະຫລອງວັນສ້າງຕັ້ງແຂວງ ບໍລິຄຳໄຊ ຄົບຮອບ 35 ປີ ໃນຄັ້ງນີ້ ມີຫລາຍກິດຈະກໍາສໍາຄັນ, ໃນນີ້ ສະເພາະວັນທີ 5 ມີນາ 2019 ນອກຈາກການນໍາຂອງແຂວງໄດ້ໄປວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ 3 ຈຸດສໍາຄັນແລ້ວ, ຍັງມີການແຂ່ງຂັນສິລະປະວັນນະຄະດີ, ການຄົບງັນຕັ້ງກອງ ເພື່ອອຸທິດແດ່ ທ່ານ ສີສົມພອນ ລໍວັນໄຊ, ທ່ານ ບຸນທອນ ລໍໄຊປັນຍາ, ທ່ານ ນະຄອນ ສີສະນົນ, ທ່ານ ທອງບັນ ແສງອາພອນ ແລະ ເຈົ້າຖິ່ນ-ເຈົ້າຖານພາຍໃນແຂວງ ບໍລິຄໍາໄຊ.
ສ່ວນໃນວັນທີ 6 ມີນາ 2019 ກໍ່ມີການໃສ່ບາດຖະຫວາຍທານ, ການປະກວດອາຫານພື້ນເມືອງ ແລະ ການໂຮມຊຸມນຸມໃຫຍ່ເພື່ອສະເຫລີມສະຫລອງວັນສ້າງຕັ້ງແຂວງ ບໍລິຄຳໄຊ ຄົບຮອບ 35 ປີ ໂດຍຈະມີການນຳພັກ-ລັດຂັ້ນ ສູງເຂົ້າຮ່ວມ ແລະ ມີຄໍາເຫັນຕໍ່ພິທີ.
ນອກຈາກນີ້, ພາຍໃນງານຄັ້ງນີ້, ຍັງມີການວາງສະແດງສິນຄ້າຊຶ່ງມີຜູ້ປະກອບການ ຈາກທັງພາຍ ໃນ ແລະ ຕ່າງປະເທດ ນໍາເອົາສິນຄ້າມາວາງສະແດງຂາຍຢູ່ຂອບ ເຂດເດີ່ນອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ຫລາຍກ່ວາ 100 ຮ້ານ.

(ແຫຼ່ງ​ຂໍ້​ມູນ​: ບຸນຕຽງ ຈັນທະວົງ/ໜັງສືພິມບໍລິຄຳໄຊ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.