ເພີ່ມທະວີການປະສານສົມທົບຍົກສູງຄວາມສາມາດໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ

15:06 | 09/07/2019

ຍສໝ - ການຄຸ້ມຄອງ ເສັ້ນຊາຍແດນ ທາງນໍ້າ ແລະ ທາງບົກຍາວຫຼາຍກວ່າ 200 ກິໂລແມັດ, ມີພື້ນທີ່ມີພູມສັນຖານອັນທຸລະກັນດານ, ສະພາບຄວາມສະຫງົບ, ການເມືອງ ມີການປ່ຽນແປງຢ່າງສັບສົນ, ຕັ້ງບັນຫາແຫ່ງຄວາມທ້າທາຍ ໃຫ້ແກ່ທະຫານຊາຍແດນແຂວງກວ້າງຈິ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນອະທິປະໄຕ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມແນວຊາຍແດນ. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນການຈັດຕັ້ງປະຕິບັດໄດ້ຂອງກຳລັງປ້ອງກັນຊາຍແດນ ຂອງແຂວງສາລະວັນ ແລະ ແຂວງສະຫວັນນະເຂດ (ສປປ ລາວ), ໃນປີຜ່ານມາ ກອງທັບຊາຍແດນແຂວງກວ້າງຈິ ຍາມໃດກໍ່ຈັດຕັ້ງປະຕິບັດ ສໍາເລັດເປັນຢ່າງດີທີ່ສຸດພາລະໜ້າທີ່ຂອງຕົນ, ເປັນເສົາຄຳ້ອັນແໜ້ນໜາຂອງ ອຳນາດການປົກຄອງ ແລະ ປະຊາຊົນຕາມແນວຊາຍແດນ ຫວຽດນາມ-ລາວ.

ເພີ່ມທະວີການປະສານສົມທົບຍົກສູງຄວາມສາມາດໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ

ກອງບັນຊາການທະຫານຊາຍແດນ ແຂວງກວ້າງໄດ້ປຶກສາຫາລືກັບ ກອງຮ້ອຍປ້ອງກັນຄວາມສະຫງົບ ແຂວງສາລະວັນ ແລະ ສະຫວັນນະເຂດ 2. (ພາບ: ຟານເຟືອກຈຸງ)

ແຂວງ ກວ້າງຈິ ມີຊາຍແດນພາກພື້ນດິນ ຍາວປະມານ 206 ກິໂລແມັດ ເຊິ່ງມີ ຫຼັກໝາຍຊາຍແດນຊາດ ເພິງ 67 ຫຼັກ ແລະ ຫຼັກໝຸດ ທີ່ໄດ້ຖືກສ້າງຂຶ້ນ ຢູ່ໃກ້ກັບເມືອງເຊໂປນ, ເມືອງນອງ (ແຂວງ ສະຫວັນນະເຂດ) ແລະ ເມືອງສະໝ້ວຍ (ແຂວງສາລະວັນ). ເສັ້ນຊາຍແດນມີສະຫງົບ, ຫມັ້ນຄົງ ໂດຍພື້ນຖານ, ແຕ່ຍັງບົ່ມຊ້ອນຫຼາຍບັນຫາທີ່ສັບສົນ ທີ່ທັງສອງຝ່າຍ ຕ້ອງໃຫ້ຄວາມເອົາໃຈໃສ່, ນັ້ນແມ່ນການເຄື່ອນໄຫວທຳລາຍມ້າງເພຂອງພວກສັດຕູ, ສວຍໂອກາດຕວະຍົ້ວຫຼອກລວງປະຊາຊົນເຄື່ອນໄຫວ, ຊັກຈູງມວນຊົນ, ສ້າງຄວາມບໍ່ສະຫົງບ ແລະ ເປັນລະບຽບຮຽບຮ້ອຍ, ເຄື່ອນໄຫວກໍ່ການກະທຳຜິດ ເປັນຕົ້ນແມ່ນ: ຢາເສບຕິດ, ຄ້າຂາຍຂອງເຖື່ອນ, ສິນຄ້າເກືອດຫ້າມ, ຂົນຄົນຂ້າມແດນແບບຜິດກົດຫມາຍ.

ເພື່ອປົກປັກຮັກສາສິດອະທິປະໄຕອັນໜັກແໜ້ນ, ຄວາມສະຫງົບຊາຍແດນ, ນອກຈາກ ການສົ່ງເສີກຳລັງພາຍໃນແລ້ວ, ທະຫານຊາຍແດນແຂວງກວ້າງຈິ ຍັງໃຫ້ຄວາມສຳຄັນຕໍ່ວຽກງານການປະສານສົມທົບ ກັບ ກອງກໍາລັງປ້ອງກັນຊາຍແດນກົງກັນຂ້າມ ແມ່ນ ກອງບັນຊາການທະຫານ, ປກສ 2 ຄື: ແຂວງສາລະວັນ ແລະ ແຂວງສະຫວັນນະເຂດ ( ສປປ ລາວ).

ດັ່ງນັ້ນ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ, ກອງບັນຊາການທະຫານ, ປກສ 2 ຄື: ແຂວງສາລະວັນ ແລະ ແຂວງສະຫວັນນະເຂດ, ລະອຽດແມ່ນ ບັນດາຄ້າຍທະຫານຊາຍແດນ ແລະກອງຮ້ອຍປ້ອງກັນຊາຍແດນ 321, 322 ແລະ 511 ຈັດຕັ້ງປະຕິບັດວຽກງານການລາດຕະເວນສອງ ຝ່າຍເພື່ອປ້ອງກັນເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ເຮັດບົດບັນທືກບັນດາຫຼັກໝາຍຊາຍແດນທີເສຍຫາຍເພື່ອມີມາດຕະການແກ້ໄຂປັບປຸງ. ປະສານສົມທົບໂຄສະນາສະກັດ ການເຂົ້າ ແລະ ອອກຈາກທີ່ຜິດກົດຫມາຍ, ການອົບປະຍົບຢ່າງເສລີ, ການແຕ່ງງານໂດຍບໍ່ໄດ້ຮັບອະນຸຍາດຜິດກົດຫມາຍຜ່ານຊາຍແດນ... ປະສານສົມທົບຢ່າງໃກ້ຊິດກັບອໍານາດການປົກຄອງທ້ອງຖິ່ນ, ຂອງສອງຟາກຊາຍແດນໂຄສະນາຂົນຂວາຍ, ສຶກສາອົບຮົມປະຊາຊົນໃຫ້ປະຕິບັດ ຕາມລະບຽບການ ກໍ່ຄືອະນຸສັນຍາ ກ່ຽວກັບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ, ບັນດາສົນທິສັນຍາກ່ຽວກັບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ.

ໂດຍຜ່ານການເຈລະຈາ, ທັງສອງຝ່າຍໄດ້ແລກປ່ຽນສະພາບການ, ວາງທິດທາງ, ການເຄື່ອນໄຫວໃນວຽກງານການໂຄສະນາ, ສຶກສາອົບຮົມ, ການຊ່ວຍເຫຼືອປະຊາຊົນໃນການເພີ່ມພູນຜະລິດຜົນກໍ່ຄື ປະຕິບັດຕາມກົດຫມາຍຂອງສອງປະເທດ. ຈາກນັ້ນ, ເພີ່ມທະວີການພົວພັນສາມັກຕີພິເສດ ລະຫວ່າງຫວຽດນາມ-ລາວ ຂື້ນຕື່ມອີກ. ໃນການປະສານສົມທົບ ກວດກາ ຢູ່ດ່ານຊາຍແດນ, ທັງສອງຝ່າຍຕ້ອງໄດ້ແລກປ່ຽນຢ່າງເປັນປົກກະຕິ, ແບ່ງປັນບົດຮຽນ, ຈັດຕັ້ງການກວດກາ, ຄວບຄຸມ ການເຂົ້າ-ອອກເມືອງ, ການນໍາເຂົ້າ-ສົ່ງອອກ ຢ່າງມີປະສິດທິຜົນ.

ນັບຕັ້ງແຕ່ມີການຈັດຕັ້ງປະຕິບັດຮູບແບບ "ຫນຶ່ງປະຕູ, ຫນຶ່ງຄັ້ງຢຸດ" ທີ່ຄູ່ດ່ານສາກົນ ລາວບາວ-ແດນສະຫວັນ ໄດ້ຫຼຸດເວລາຂອງການກວດກາ, ຄວບຄຸມຂອງຫນ່ວຍງານເຈົ້າໜ້າທີ, ພ້ອມກັນນັ້ນກໍ່ປະກອບສ່ວນຫັນເປັນຄວາມໂປ່ງໃສໃນການຄຸ້ມຄອງຂອງອົງການເຈົ້າໜ້າທີ່, ຕ້ານການເກັບພາສີພາສີບໍ່ໄດ້, ສ້າງເງື່ອນໄຂປະຊາຊົນ, ກໍ່ຄືພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກຜ່ານຊາຍແດນ. ໂດຍສະເພາະ, ໂດຍຜ່ານການເຄື່ອນໄຫວປະສານສົມທົບ ປະຈໍາວັນ, ໄດ້ເຮັດໃຫ້ສ້າງຄວາມໄກ້ສິດຕິດແທດ, ສ້າງຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ຫນ່ວຍງານຂອງສອງປະເທດ.

ກໍາລັງປ້ອງກັນຊາຍແດນແຂວງສາລະວັນ ແລະ ສະຫວັນນະເຂດ ຍາມໃດກໍ່ຕີລາຄາສູງວຽກງານການຊ່ວຍເຫຼືອ ຂອງທະຫານຊາຍແດນແຂວງກວ້າງຈິ ໃນຂັ້ນຕອນການຈັດຕັ້ງປະຕິບັດຫນ້າທີ່ ກໍ່ຄື ວັດສະດຸ ເພື່ອຍົກສູງຄວາມສາມາດໃນການຄຸ້ມຄອງ, ປ້ອງກັນຊາຍແດນ. ໃນເມື່ອມໍ່ໆມານີ້ ແມ່ນການຝຶກອົບຮົມ ວຽກງານການຄຸ້ມຄອງ, ປ້ອງກັນຊາຍແດນ ແລະ ວຽກງານການຮັກສາຄວາມສະຫງົບຊາຍແດນ ໃຫ້ແກ່ພະນັກງານຈຳນວນ 100 ສະຫາຍ ທີ່ຂື້ນກັບ ກອງບັນຊາການທະຫານ, ພະແນກປ້ອກັນຄວາມສະຫງົບ ສອງ ແຂວງ ສາລະວັນ ແລະ ສະຫວັນນະເຂດ, ໃນໄລຍເວລາໜຶ່ງເດືອນ. ໃນປີ 2019 ທະຫານຊາຍແດນແຂວງກວ້າງຈິ ໄດ້ເປັນເສນາທິການໃຫ້ແກ່ ກອງບັນຊາໃຫຍ່ການທະຫານ ຊ່ວຍເຫຼືອ ເຄື່ອງສື່ສາານ 4 ເຄື່ອງ, ໃຫ້ແກ່ກອງບັນຊາການທະຫານແຂວງ ສະຫວັນນະເຂດ ເພື່ອຕິດຕັ້ງໃຫ້ແກ່ກອງຮ້ອຍປ້ອງກັນຊາຍແດນ ແລະ ຈັດຕັ້ງການຝຶກອົບຮົມການນຳໃຊ້ເຄື່ອງຈັກ, ສ້າງລະບົບການແລກປ່ຽນຂໍ້ມູນຂ່າວສານ.

ສາມາດເຫັນໄດ້ວ່າ, ຜ່ານການເຮັດວຽກ ແລະ ປະສານສົມທົບ, ທັງສອງຝ່າຍໄດ້ດຳເນີນການແລກປ່ຽນປະສົບການແກ້ໄຂ ບັນດາເປົ້າໝາຍອາດສະຊາກຳ, ຈາກນັ້ນທັງສອງຝ່າຍ ໄດ້ເຂົ້າໃຈກັນແລະກັນ, ມີຄວາມສາມັກຄີເພີ່ມຂື້ນ, ຮ່ວມກັນແກ້ໄຂບັນຫາທີ່ເກີດຂື້ນຢູ່ຊາຍແດນໄດ້ເປັນຢ່າງດີ. ການປະສານສົມທົບ ໄດ້ສ້າງຜົນໄດ້ຮັບທີ່ມີປະສິດທິຜົນ ໃນຂະບວນການປະຕິບັດໜ້າທີ່ ກໍ່ຄື ການຮັກສາ, ເສີມຂະຫຍາຍມູນເຊື້ອ ສາຍພົວພັນ ມິດຕະພາບ ຫວຽດນາມ-ລາວ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ