ການພົບປະອັນຊາບຊື້ງໃຈ ຢູ່ ບ້ານເກີດຂອງ ທ່ານປະທານ ສຸພານຸວົງ

10:00 | 15/07/2019

ຍສໝ - ໃນຂອບເຂດການຢ້ຽມຢາມ ລາວ ແຕ່ວັນທີ 12-16 ກໍລະກົດ 2019 ເພື່ອເຂົ້າຮ່ວມການເຄື່ອນໄຫວ “ການພົບປະ ຢູ ບ້ານເກີດຂອງ ທ່ານປະທານ ສຸພານຸວົງ” ຄະນະຜູ້ແທນສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ເຂົ້າຮ່ວມເປີດງານວາງສະແດງຮູບພາບ ກ່ຽວກັບ ຊີວະປະຫວັດ ແລະ ພາລະກິດ ຂອງທ່ານປະທານ ສຸພານຸວົງ; ພົບປະກັບຍາດຕິພີ່ນ້ອງ ຂອງ ປະທານ ສຸພານຸວົງ ແລະ ພະນັກງານ, ບຸກຄະລາກອນ ຫໍພິພິດຕະພັນ ໄກສອນ ພົມວິຫານ.

ການພົບປະອັນຊາບຊື້ງໃຈ ຢູ່ ບ້ານເກີດຂອງ ທ່ານປະທານ ສຸພານຸວົງ

ທະຫານອາສາສະໝັກໃນອາດີດ ມີຄວາມສະອື້ນໃຈ ເມື່ອພົບກັບ ລູກຂອງທ່ານປະທານ ສຸພານຸວົງ. (ພາບ: ຊົນເຊີນ/baonhandan)

ບົນບັນຍາກາດອັນອົບອຸ່ນ ແລະ ເປັນມິດ, ໃນການພົບປະໄດ້ມີຫຼາຍເລື່ອງທີ່ຫນ້າສົນໃຈ ແລະ ຊາບຊື້້ງໃຈ ຂອງບັນດາຜູ້ໃກ້ສິດກັບ ປະທານປະເທດ ສຸພານຸວົງ ແລະ ມີຍາດນ້ໍາຕາ ຄວາມສະອຶ້ນໃຈ ເມື່ອການນໍາຫວຽດນາມ ແລະ ລາວ ຫວນຄືນ ຊ່ວງໄລຍະເວລາທີ່ໄດ້ໃກ້ຊິດ ກັບ ປະທານປະເທດ ສຸພານຸວົງ. ເລື່ອງທີ່ສ້າງຄວາມຊາບຊື້້ງໃຈ ໃນການພົບປະ, ແລກປ່ຽນ ແມ່ນຄະນະທີ່ ທ່ານ ເລ ເທື້ອງ ກວິ່ງ, ນ້ອງຊາຍທະຫານອາສາສະຫມັກຫວຽດນາມ ເລ ທ້ຽວ ຮຸຍ (ຜູ້ທີ່ເສຍສະຫຼະເອົາຕົນເອງປ້ອງກັນລູກປືນໃຫ້ ສົມເດັດ ສຸພານຸວົງ) ເຊິ່ງໄດ້ກ່າວວ່າ: ພໍ່ຂອງເພິ່ນໄດ້ເລົ່າວ່າໃນເວລາເພິ່ນເກີດ, ກໍ່ແມ່ນເວລາທີ່ຄອບຄົວໄດ້ຮັບຂ່າວຂອງອ້າຍຂອງເພິ່ນ, ທະຫານອາສາສະຫມັກຫວຽດນາມ, ເລ ເທື້ອງ ຮຸຍ, ໄດ້ເສຍສະຫຼະຊີວິດໃນຄະນະທີ່ປະຕິບັດພາລະກິດສາກົນ ຢູ່ ລາວ.

ຕາມທ່ານ ເລ ເທື້ອງ ກວິ່ງ, ພໍ່ຂອງເພິ່ນບອກວ່າ ເຖິງວ່າຄອບຄົວຈະມີຄວາມໂສກເສົ້າໃຈຕໍ່ການເສຍສະຫຼະດັ່ງກ່າວ, ແຕ່ກໍ່ມີຄວາມພາກພູມໃຈອ້າຍຂອງເພິ່ນໄດ້ເສຍສະຫຼະຢ່າງກ້າຫານ, ການເສຍສະຫຼະຂອງອ້າຍເພິ່ນເປັນແບບຢ່າງໃຫ້ແກ່ ຈິດໃຈຕໍ່ສູ້, ໃຫ້ແກ່ນຳ້ໃຈເພື່ອນສະຫາຍພິເສດຫວຽດນາມ - ລາວ, ກ້າສະຫຼະຕົນເອງໃຫ້ແກ່ກັນ. ນີ້ເປັນຫຼັກຖານທີ່ສະແດງໃຫ້ເຫັນເຖິງສາຍພົວພັນພິເສດໂປ່ງໃສ, ສັດຊື່, ສາຍພົວພັນທີ່ມີໜຶ່ງດຽວໃນໂລກ ລະຫວ່າງ ຫວຽດນາມ-ລາວ.

ທ່ານນາງ ຍອດແກ້ວມະນີ ສະພານຸວົງ, ລູກສາວຂອງປະທານສຸພານຸວົງ ໄດ້ແບ່ງປັນວ່າ: "ພວກຂ້າພະເຈົ້າ ມີຄວາມຮູ້ສຶກຊາບຊື້ງໃຈຫຼາຍທີ່ເຫັນຫຼາຍຄົນມາວາງພວງມາລາລະນຶກເຖິງຜູ້ເປັນພໍ່ອັນເປັນທີ່ຮັກຂອງພວກຂ້າພະເຈົ້າ - ຜູ້ທີ່ອຸທິດຕົນໃຫ້ແກ່ນໍ້າໃຈມິດຕະພາບ ຫວຽດ-ລາວ”. ທ່ານນາງ ຍອດແກ້ວມະນີ ສະພານຸວົງ ຕ່າງໜ້າໃຫ້ແກ່ຄອບຄົວສະແດງຄວາມຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫລືອ ແລະ ມອບຄວາມຮູ້ສຶກທີ່ຮັກແລະເຄົາລົບໃຫ້ແກ່ຄອບຄົວ ສຸພານຸວົງ, ພິເສດແມ່ນສົ່ງຄຳຂອບໃຈມາຍັງ ພະນັກງານ ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ. ທ່ານຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວ ເວົ້າລວມ, ຄອບຄົວປະທານ ສຸພານຸວົງ ເວົ້າສະເພາະ, ຍາມໃດກໍ່ຈົດຈຳໄດ້ເຖິງສິ່ງທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງກໍ່ຄືສິ່ງທີ່ທະຫານ, ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ມອບໃຫ້.

ການພົບປະອັນຊາບຊື້ງໃຈ ຢູ່ ບ້ານເກີດຂອງ ທ່ານປະທານ ສຸພານຸວົງ

ຜູ້ແທນທັງສອງຝ່າຍຖ່າຍຮູບທີ່ລະນຶກ.(ພາບ: ຊົນເຊີນ/baonhandan)

ທີ່ການຕ້ອນຮັບ, ຫົວໜ້າຄະນະຜູ້ແທນສູນກາງ ສະມາຄົມມິດຕະພາບ ຫວຽດນາມ - ລາວ ຫງວ໋ຽນ ວັນ ໝີ໋ ໄດ້ສະແດງຄວາມຂອບໃຈ ຮອງປະທານປະເທດ ແຫ່ງ ສປປ ລາວ ທ່ານ ພັນຄຳ ວິພາວັນ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ. ທ່ານ ຫງວ໋ຽນ ວັນ ໝີ໋ ເນັ້ນໜັກວ່າ: ປະທານ ສຸພານຸວົງ ແມ່ນເພື່ອນທີ່ຮັກແພງຂອງປະຊາຊົນຫວຽດນາມ, ເພີ່ນໄດ້ມີສິ່ງທີ່ປະກອບສ່ວນສໍາຄັນເຂົ້າໃນວຽກງານ ການກໍ່ສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ຫວຽດນາມ - ລາວ. ພິເສດ, ປະທານ ສຸພານຸວົງ ໄດ້ປະໃຫ້ພວກເຮົາເຫັນເຖິງຄຸນງາມຄວາມດີທີ່ບໍ່ມີວັນຈືດຈາງ ແລະ ເປັນສັນຍາລັກຢູ່ ຫວຽວດນາມ ດ້ວຍບັນດາເຄຫະສະຖານ, ໂຄງການກໍ່ສ້າງທາງຄົມມະນາຄົມ, ຊົນລະປະທານອັນພົ້ນເດັ່ນ ຄື: ລະບົບຊົນລະປະທານພາກເໜືອເງະອານ; ຂົວອຽນຊົນຂອງເສັ້ນທາງລົດໄຟວິງ-ຍາຈາງ; ໜອງກັກນໍ້າຊົງຣົກ, ແທັງເຈືອງ.

ສະແດງຄວາມດີໃຈທີ່ໄດ້ຕ້ອນຮັບຄະນະຜູ້ແທນຫວຽດນາມ ທ່ານຮອງປະທານປະເທດ ພັນຄຳ ວິພາວັນ ກ່າວວ່າ: ການມາຢ້ຽມຢາມ ສປປ ລາວ ຂອງຄະນະຈະປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ. ທ່ານຮອງປະທານປະເທດຍັງ ໄດ້ຂອບໃຈ ການປະກອບສ່ວນຂອງຜູ້ແທນ ແລະ ຍາດພີ່ນ້ອງຂອງບັນດາຜູ້ທີ່ໄດ້ປະກອບສ່ວນເຂົ້າໃນການປະຕິວັດຂອງລາວ ເວົ້າລວມ ແລະ ກໍ່ຄືໃນຄວາມຊ່ວຍເຫຼືອ ແລະ ປົກປັກຮັກສາ ທ່ານປະທານ ສຸພານຸວົງ ໃນຄະນະທີ່ ທ່ານປະທານເຄື່ອນໄຫວ ຢູ່ ຫວຽດນາມ ແລະ ລາວ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.