ອັດຊຸດບຳລຸງພາສາລາວ ໃຫ້ແກ່ພະນັກງານ-ລັດຖະກອນ ແຂວງຮ່າຕິ້ງ

15:01 | 26/10/2023

ອັດຊຸດບຳລຸງສ້າງພາສາລາວ ໃຫ້ແກ່ພະນັກງານ-ລັດຖະກອນແຂວງຮ່າຕິ້ງ

ປິດຊຸດຝຶກອົບຮົມ ດ້ານວິຊາສະເພາະ ໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ສາລະວັນ ປີ 2018 ປິດຊຸດຝຶກອົບຮົມ ດ້ານວິຊາສະເພາະ ໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ແລະ ສາລະວັນ ປີ 2018
ແຂວງເງະອານ ຈັດຕັ້ງພິທີອັດຊຸດຮຽນພາສາລາວ ໃຫ້ແກ່ພະນັກງານ, ບຸກຄະລາກອນ ຂອງບັນດາ ພະແນກ, ຂະແໜງການ ແລະ ຫ້ອງການຕ່າງໆ ແຂວງເງະອານ ຈັດຕັ້ງພິທີອັດຊຸດຮຽນພາສາລາວ ໃຫ້ແກ່ພະນັກງານ, ບຸກຄະລາກອນ ຂອງບັນດາ ພະແນກ, ຂະແໜງການ ແລະ ຫ້ອງການຕ່າງໆ

ຕອນເຊົ້າວັນທີ 24 ຕຸລາ, ຢູ່ພະແນກການຕ່າງປະເທດແຂວງຮ່າຕິ້ງ (ຫວຽດນາມ) ໄດ້ຈັດພິທີປິດ ແລະມອບໃບຢັ້ງຢືນສໍາເລັດຊຸດບຳລຸງພາສາລາວ ໃຫ້ແກ່ພະນັກງານ, ລັດຖະກອນ, ພາລະກອນ, ນັກຮົບ ແຂວງຮ່າຕິ້ງ ປີ 2023.

ສະຫາຍ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະກິລາ ແຂວງບໍລິຄຳໄຊ (ສປປ ລາວ) ແລະສະຫາຍ ທ໊າຍຟຸກເຊີນ ຫົວໜ້າພະແນກການຕ່າງປະເທດແຂວງຮ່າຕິ້ງ (ຫວຽດນາມ) ພ້ອມກັນເຂົ້າຮ່ວມ.

ຊຸດບຳລຸງພາສາລາວ ໃຫ້ແກ່ພະນັກງານ, ລັດຖະກອນ, ພາລະກອນ, ນັກຮົບ ແຂວງຮ່າຕິ້ງ ໄດ້ໄຂຂຶ້ນໃນວັນທີ 18 ກໍລະກົດ 2023. ພາຍຫຼັງການຮຽນ-ການສອນມາເປັນເວລາກວ່າ 3 ເດືອນ, ຊຸດບຳລຸງດັ່ງກ່າວ ໄດ້ສໍາເລັດຕາມເນື້ອໃນ, ຫຼັກສູດຂອງຊຸດບຳລຸງ. ນັກຮຽນ 22/28 ຄົນໄດ້ຮຽນຈົບຫຼັກສູດ ແລະໄດ້ຮັບໃບຢັ້ງຢືນ (ນັກຮຽນ 6 ຄົນ ບໍ່ຈົບຫຼັກສູດຍ້ອນເງື່ອນໄຂໜ້າທີ່ວຽກງານ).

ອັດຊຸດບຳລຸງພາສາລາວ ໃຫ້ແກ່ພະນັກງານ-ລັດຖະກອນ ແຂວງຮ່າຕິ້ງ

ສະຫາຍ ທ໊າຍຟຸກເຊີນ ຫົວໜ້າພະແນກການຕ່າງປະເທດແຂວງຮ່າຕິ້ງ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ. ພາບ: hatinh.gov.vn

ກ່າວຄຳເຫັນທີ່ພິທີປິດ, ສະຫາຍ ທ໊າຍຟຸກເຊີນ ຫົວໜ້າພະແນກການຕ່າງປະເທດແຂວງຮ່າຕິ້ງ ໄດ້ຕີລາຄາສູງຜົນສຳເລັດຂອງຊຸດບຳລຸງ. ແຜນການຮຽນ-ການສອນແມ່ນໄດ້ຜັນຂະຫຍາຍຢ່າງສະດວກ ແລະຖືກຕາມແຜນການ. ແຂວງບໍລິຄຳໄຊ ໄດ້ຈັດສົ່ງອາຈານມາສອນໂດຍກົງ ແລະສະໜອງເອກະສານຮຽນຄົບຊຸດ.

ສິ້ນສຸດຊຸດບຳລຸງ, ນັກສຳມະນາກອນສ່ວນຫຼາຍສາມາດທັກທາຍເປັນພາສາລາວໄດ້ໂດຍພື້ນຖານ ແລະມີບາງຄົນສາມາດເວົ້າ ແລະຂຽນພາສາລາວ ໄດ້ຢ່າງຄ່ອງແຄ້ວ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.