ກອງປະຊຸມນັດສາມັນປະຈໍາປີຄັ້ງທີ 28 ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF-28)

11:47 | 15/01/2020

ຍສໝ - ກອງປະຊຸມຄັ້ງນີ້ ໄດ້ດຳເນີນແຕ່ວັນທີ 13-16 ມັງກອນ , ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນສະມາຊິກສະພາ 19 ທ່ານ ແລະ ຜູ້ສັງເກດການລັດຖະສະພາ 10 ປະເທດ ຂອງສະພາ APPF, ດ້ວຍຫົວຂໍ້ “ການຮ່ວມມືລັດຖະສະພາໃນປີ 2020 ແລະ ໃນໄລຍະຈະມາເຖິງ”

ໃນວັນທີ 13 ມັງກອນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ຮັບການນໍາພາ ໂດຍທ່ານນາງຮອງປະທານ ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມນັດສາມັນປະຈໍາປີຄັ້ງທີ 28 ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF-28) ຢູ່ນະຄອນຫຼວງ Canberra, ອົດສະຕາລີ.

ໃນຖານະທີ່ເປັນປະທານ APPF-27, ປະທານສະພາແຫ່ງຊາດ ກຳປູເຈຍ ທ່ານ Samdech Heng Samrin ໄດ້ແບ່ງປັນບັນດາຜົນງານທີ່ດີຂອງ APPF ໃນປີທີ່ຜ່ານມາ, ປະກອບສ່ວນເຂົ້າໃນການພັດທະນາການທູດລັດຖະສະພາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສົ່ງເສີມຄວາມສັນຕິພາບ, ສະຖຽນລະພາບ, ປ້ອງກັນການຂັດແຍ້ງໃນພາກພື້ນ, ພັດທະນາລະບົບການຄ້າທີ່ເປີດເຜີຍ, ເສລີ ແລະ ມີຄວາມຍຸດຕິທຳ ໃນເຂດອາຊີ - ປາຊີຟິກ.

ກອງປະຊຸມນັດສາມັນປະຈໍາປີຄັ້ງທີ 28 ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF-28)

ຮອງປະທານ ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໊ອງ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ (ພາບ: TTXVN)

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ APPF-28, ທ່ານ Tony Smith ປະທານສະພາຕໍ່າ ອົດສະຕາລີ - ປະທານກອງປະຊຸມ APPF-28 ໄດ້ເຊີດຊູພາລະກິດຂອງ APPF ເພື່ອສັນຕິພາບ, ຄວາມໝັ້ນຄົງ, ເສດຖະກິດ ແລະ ການຄ້າໃນພາກພື້ນ ແລະ ໃນໂລກ, ໂດຍສະເພາະໃນສະພາບການຂອງໂລກ ແລະ ພາກພື້ນທີ່ປະເຊີນໜ້າກັບໄພຂູ່ເຂັນດ້ານຄວາມປອດໄພເຊັ່ນ: ການກໍ່ການຮ້າຍ ແລະ ລັດທິຈັດໂພດ, ແລະ ບັນຫາຄວາມປອດໄພອື່ນໆທີ່ບໍ່ແມ່ນແບບດັ້ງເດີມ.

ທ່ານ Tony Smith ປະທານສະພາຕໍ່າ ອົດສະຕາລີ ຢັ້ງຢືນວ່າ ເຫດການສໍາຄັນນີ້ ແມ່ນສ່ວນໜຶ່ງຂອງໂຄງການສາກົນ ເຊິ່ງສະພາແຫ່ງຊາດອົດສະຕາລີ ພວມຜັນຂະຫຍາຍ, ຊ່ວຍຊຸກຍູ້ຄວາມເຂົ້າໃຈ, ແບ່ງປັນຄວາມຮູ້ ແລະ ພັດທະນາປະຊາທິປະໄຕກັບບັນດາລັດຖະສະພາຂອງປະເທດບ້ານໃກ້ເຮືອນຄຽງ.

ແລະກໍໃນວັນດຽວກັນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄໍາປາໄສທີ່ກອງປະຊຸມສະມາຊິກລັດຖະສະພາເພດຍິງ APPF ແລະ ກອງປະຊຸມຮຽບຮຽງມະຕິສະບັບຕ່າງໆ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.