ຫວຽດນາມ ພະຍາຍາມເພີ່ມກຳລັງແກ້ງແຍ້ງຜະລິດຕະພັນກະເສດ ຢູ່ຕະຫຼາດໂລກ

06:09 | 03/01/2020

ຍສໝ - ປີ 2019, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຫວຽດນາມ ບັນລຸໄດ້ລະດັບສະຖິຕິໃໝ່ດ້ວຍ 41,3 ຕື້ USD, ເພີ່ມຂຶ້ນປະມານ 3,5% ເມື່ອທຽບໃສ່ປີ 2018. ທົ່ວຂະແໜງສົ່ງອອກເກີນດຸນກໍ່ບັນລຸລະດັບສະຖິຕິ 9,9 ຕື້ USD. ສູງກ່ວາ 1,12 ຕື້ USD ເມື່ອທຽບໃສ່ປີ 2018.

ການບັນລຸໄດ້ຜົນສຳເລັດດັ່ງກ່າວ ຍ້ອນ ຫວຽດນາມ ເຫັນໄດ້ທ່າອ່ຽງກ່ຽວກັບຄວາມຕ້ອງການຂອງຕະຫຼາດໂລກ, ບັນດາຂົງເຂດສິນໃນນ້ຳ, ໝາກໄມ້… ຈະເປີດໂອກາດຫຼາຍຢ່າງເພື່ອສົ່ງອອກ, ຍົກສູງມູນຄ່າໂດຍໄວ.

ທ່ານເຈີ່ນດິ່ງລວນ, ຫົວໜ້າກົມໃຫຍ່ການຜະລິດຕະພັນກະເສດ ກ່າວວ່າ: ຍ້ອນມີການປຸງແຕ່ງ ແລະ ຜະລິດຕະພັນປຸງແຕ່ງທີ່ຫຼາຍຮູບແບບ, ແທນທີ່ຈະເກັບປາປຶ່ງ ໄດ້ພຽງແຕ່ມີນໍ້າໜັກແຕ່ 800-900 ກຼາມ, ແຕ່ປະຈຸບັນປາປຶ່ງສາມາດລ້ຽງໄດ້ເຖິງ 3 ກິໂລ, ເພື່ອເພີ່ມປະສິດທິພາບການຜະລິດໃຫ້ແກ່ປະຊາຊົນ. ໂດຍສະເພາະ, ຂະແໜງການອຸດສາຫະກຳ ປາປຶ່ງ ໄດ້ສຳເລັດຕາມຂັ້ນຕອນ, ລະບົບການຜະລິດ ແລະ ການປຸງແຕ່ງທີ່ສົມບູນແບບ, ຮັບປະກັນຄວາມສະອາດ ແລະ ຄວາມປອດໄພຂອງອາຫານ ແລະ ໄດ້ຮັບການຍອມຮັບຈາກພະແນກກະສິກຳສະຫະລັດອາເມລິກາ, ວ່າທຽບເທົ່າກັບລະບົບຄວບຄຸມຄວາມປອດໄພຂອງອາຫານປາຜິວກ້ຽງ ໄດ້ຫວຽດນາມສົ່ງອອກໄປອາເມລິກາ.

ຫວຽດນາມ ພະຍາຍາມເພີ່ມກຳລັງແກ້ງແຍ້ງຜະລິດຕະພັນກະເສດ ຢູ່ຕະຫຼາດໂລກ

ຫວຽດນາມ ພະຍາຍາມເພີ່ມກຳລັງແກ້ງແຍ້ງຜະລິດຕະພັນກະເສດ ຢູ່ຕະຫຼາດໂລກ. (ພາບ: vietnamplus)

ກ່ຽວກັບຍຸດທະສາດໃນໄລຍະຈະມາເຖິງ, ທ່ານ ຫງວຽນຊວັນເກື່ອງ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢັ້ງຢືນວ່າ ຄວນຖື ໂລກ ແມ່ນຕະຫຼາດ, ແມ່ນກຳລັງໜູນເພື່ອພັດທະນາ. ຫວຽດນາມ ຕ້ອງເຂົ້າຮ່ວມລະບົບມູນຄ່າຜະລິດຕະພັນກະເສດທົ່ວໂລກຢ່າງເລິກເຊິ່ງກ້ວາງຂວາງກ່ວາ, ຈາກນັ້ນ, ສ້າງປະຖົມປັດໄຈເພື່ອໃຫ້ຊາວກະສິກອນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງພ້ອມກັນຮ່ວມສຳພັນຢ່າງແໜ້ນແຟ້ນ, ສ້າງເຂດຜະລິດທີ່ດີ, ປຸງແຕ່ງທີ່ດີ, ຈັດຕັ້ງການຄ້າທີ່ດີ. ລັດຖະບານໄດ້ວາງອອກຄາດໝາຍໃຫ້ແກ່ຂະແໜງກະສິກຳວ່າ ຕ້ອງນຳ ກະສິກຳ ຫວຽດນາມ ຢືນຢູ່ໃນ Top 15 ປະເທດພັດທະນາທີ່ສຸດໃນໂລກ, ໃນນັ້ນ ຂະແໜງປຸງແຕ່ງຜະລິດຕະພັນກະເສດ ຢືນຢູ່ໃນ Top 10 ປະເທດແຖວໜ້າຂອງໂລກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.