ຫວຽດນາມ - ຈຸດເດັ່ນຂອງເສດຖະກິດພາກພື້ນ ແລະ ໂລກໃນປີ 2022

09:06 | 04/01/2023

ປີ 2022, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19 ແລະ ລາຄາພະລັງງານເພີ່ມຂຶ້ນສູງໂດຍການປະທະກັນດ້ານການທະຫານລະຫວ່າງ ລັດເຊຍ ແລະ ຢູແກຼນ ກໍ່ຂຶ້ນ, ສະນັ້ນ ເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ຫລາຍພື້ນຖານເສດຖະກິດຕົກເຂົ້າສູ່ສະພາບຊຸດໂຊມ. ແຕ່ວ່າຍ້ອນມີພື້ນຖານອັນຫນັກແຫນ້ນ ພ້ອມກັບນະໂຍບາຍບໍລິຫານຢ່າງມີໄຫວພິບ, ມີປະສິດທິຜົນ, ພື້ນຖານເສດຖະກິດ ຫວຽດນາມ ຍັງເຕີບໂຕດີ, ກາຍເປັນຈຸດເດັ່ນຂອງເສດຖະກິດພາກພື້ນ ແລະ ໃນໂລກ.

ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ແຂວງ ກ໋​ວາງ​ຈິ - ສະ​ຫວັນ​ນະ​ເຂດ - ສາ​​ລະ​​ວັນ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ຫວຽດນາມ - ຈຸດເດັ່ນຂອງເສດຖະກິດພາກພື້ນ ແລະ ໂລກໃນປີ 2022
ປີ 2022 ພື້ນຖານເສດຖະກິດ ຫວຽດນາມ ຍັງຄົງບັນລຸການເຕີບໂຕດີ. (ພາບປະກອບ: vneconomy.vn)

ຕົວເລກສະຖິຕິຢ່າງເປັນທາງການຫວ່າງແລ້ວນີ້ຂອງກົມໃຫຍ່ກົມສະຖິຕິ (ກະຊວງແຜນການ ແລະ ການລົງທຶນ) ຄາດຄະເນວ່າ ທັງປີ 2022, ພື້ນຖານເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕສູງກວ່າຄາດໝາຍ 6- 6,5% ໂດຍສະພາແຫ່ງຊາດວາງອອກ.

ກ່ອນນັ້ນ ບົດລາຍງານທີ່ກອງປະຊຸມຄັ້ງທີ 4 - ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເມື່ອເດືອນ ຕຸລາ ປີ 2022, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນ: ພື້ນຖານເສດຖະກິດ ຫວຽດນາມ ປີ 2022 ມີການຟື້ນຕົວຢ່າງແຮງ, ບັນລຸ ແລະ ລື່ນກາຍ 14 ຕົວເລກຄາດໝາຍເສດຖະກິດທີ່ໄດ້ວາງອອກ, ການເຕີບໂຕ GDP ຢູ່ໃນລະດັບສູງ, ການເກັບລາຍຮັບງົບປະມານແຫ່ງລັດເພີ່ມຂຶ້ນຢ່າງແຮງຄືນໃຫມ່.

ເສດຖະກິດມະຫາພາກມີຄວາມເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການເຕີບໂຕເສດຖະກິດຟື້ນຕົວຢ່າງຕັ້ງນ້າ, ບັນດາຄວາມດຸນໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນໃນເງື່ອນໄຂປະສົບກັບຄວາມຍຸ້ງຍາກ.

ຈຸດເດັ່ນຂອງພື້ນຖານເສດຖະກິດ ຫວຽດນາມ ປີ 2022 ແມ່ນການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າ. ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກໃນການເຄື່ອນໄຫວດ້ານການຄ້າທົ່ວໂລກ, ຍອດວົງເງິນນຳເຂົ້າສົ່ງອອກສິນຄ້າປີນີ້ ຄາດວ່າບັນລຸ 750 ຕື້ USD, ສູງກວ່າ ປະມານ 50 ຕື້ USD ເມື່ອທຽບໃສ່ປີ 2021, ການສົ່ງອອກເກີນດຸນກວ່າ 11 ຕື້ USD. ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງອຸດສາຫະກຳ ການຄ້າ ຖືວ່າ: ບັນລຸໄດ້ໝາກຜົນດັ່ງກ່າວກໍຍ້ອນມີນະໂຍບາຍບໍລິຫານຂອງລັດຢ່າງມີປະສິດທິຜົນ ແລະ ປະຊາຄົມວິສາຫະກິດ ໄດ້ມານະພະຍາຍາມຂຸດຄົ້ນບັນດາຕະຫລາດເດີມເປັນຢ່າງດີຄື: ຕະຫລາດ ອາເມລິກາ, ຈີນ ໄປຄຽງຄູ່ກັບເປີດກວ້າງຕະຫລາດໃຫມ່. ນອກນັ້ນ ວິສາຫະກິດສົ່ງອອກຂອງຫວຽດນາມ ກໍ່ໄດ້ຂຸດຄົ້ນທ່າໄດ້ປຽບຈາກສັນຍາການຄ້າເສລີລຸ້ນໃຫມ່ຄື: CPTPP, EVFTA, RCEP,… ຢ່າງມີປະສິດທິຜົນ. ທ່ານ ເຈີນແທງຫາຍ ອະທິບາຍວ່າ:

ກ່ອນອື່ນໝົດ ແມ່ນພວກເຮົາໄດ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ຟື້ນຕົວການຜະລິດພາຍຫລັງຄວບຄຸມໂລກລະບາດໂຄວິດໄດ້. ທີສອງ ນີ້ກໍ່ແມ່ນຈຸດເວລາ ຊື່ງບັນດາສັນຍາການຄ້າເສລີ, ພິເສດ ແມ່ນສັນຍາການຄ້າເສລີລຸ້ນໃຫມ່ ໄດ້ເລີ່ມຕົ້ນມີຜົນສັກສິດ ແລະ ເສີມຂະຫຍາຍຄຸນປະໂຫຍດຂອງຕົນ. ມີສາຍເຫດອີກອັນຫນຶ່ງ ນັ້ນແມ່ນຄວາມມານະພະຍາຍາມສ້າງຄວາມສະດວກໃຫ້ການຄ້າ ແລະ ການປະຕິຮູບດ້ານບໍລິຫານເພື່ອຫນູນຊ່ວຍຢ່າງສຸດຂີດໃຫ້ແກ່ການເຄື່ອນໄຫວສົ່ງອອກ, ໃນນັ້ນ ມີເລື່ອງຍູ້ແຮງການສົ່ງເສີມການຄ້າ.

ຫວຽດນາມ - ຈຸດເດັ່ນຂອງເສດຖະກິດພາກພື້ນ ແລະ ໂລກໃນປີ 2022 - ảnh 2

ລະດັບການເຕີບໂຕ GDP ໃນ 9 ເດືອນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. (ພາບ: ກົມໃຫຍ່ສະຖິຕິ)

ຈຸດເດັ່ນອີກອັນຫນຶ່ງທີ່ເປັນຫນ້າສົນໃຈໃນສະພາບເສດຖະກິດ ຫວຽດນາມ ປີ 2022 ແມ່ນຄວາມສາມາດດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI). ເຖິງວ່າ ເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກ, ແຕ່ໃນ 11 ເດືອນຜ່ານມາ, ຍອດເງິນລົງທຶນ FDI ຈົດທະບຽນໃຫມ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນສ່ວນຢູ່ ຫວຽດນາມ ບັນລຸກວ່າ 25,1 ຕື້ USD. ພິເສດ ການປ່ອຍທຶນ FDI ເພີ່ມຂຶ້ນຢ່າງແຮງ, ບັນລຸເກືອບ 19,7 ຕື້ USD, ເພີ່ມຂຶ້ນກວ່າ 15% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລະດັບການເຕີບໂຕນີ້ຍິ່ງມີຄວາມໝາຍໃນສະພາບກະແສທຶນ FDI ທົ່ວໂລກພວມຢຸດສະງັກ.

ບັນດານັກໄຈ້ແຍກເສດຖະກິດ ມີຂໍ້ສັງເກດລວມວ່າ ສະຖຽນລະພາບດ້ານມະຫາພາກ ແລະ ຄວາມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ນັ້ນແມ່ນບັນດາທ່າໄດ້ປຽບທີ່ພົ້ນເດັ່ນຂອງຫວຽດນາມ, ຊ່ວຍ ຫວຽດນາມ ໃຫ້ກາຍເປັນຈຸດນັດພົບທີ່ຫນ້າໄວ້ເນື້ອເຊື່ອໃຈຂອງກະແສທຶນ ແລະ ບັນດານັກລົງທຶນໃຫຍ່ສາກົນ. ທ່ານ ປອ ເລຢູຍບິ່ງ, ຜູ້ຊ່ຽວຊານເສດຖະກິດ, ຫົວຫນ້າຝ່າຍບໍລິຫານສູນຄົ້ນຄ້ວາເສດຖະກິດ Economica ຫວຽດນາມ ຊີ້ແຈ້ງວ່າ:

ເງິນລົງທຶນໂດຍກົງແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈຂອງບັນດານັກລົງທຶນທີ່ມີຕໍ່ ຫວຽດນາມ ບັນລຸໄດ້ປະມານ 19,7 ຕື້ USD. ຍອດລະດັບຂາຍຍ່ອຍສິນຄ້າໃນເດືອນ ພະຈິກ ກໍ່ເພີ່ມຂຶ້ນປະມານ 2% ເມື່ອທຽບໃສ່ກັບເດືອນກ່ອນ. ສິ່ງດັ່ງກ່າວກໍ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ, ຂອງຜູ້ບໍລິໂພກສຳລັບພື້ນຖານເສດຖະກິດຍັງຄົງໄດ້ຮັບການປັບປຸງ.

ໃນບັນດາການຕີລາຄາຫວ່າງມໍ່ໆມານີ້, ມີຫລາຍອົງການການເງິນ - ເສດຖະກິດສາກົນສືບຕໍ່ຄາດຄະເນ ແລະ ໃຫ້ຂໍ້ສັງເກດຕັ້ງຫນ້າກ່ຽວກັບເສດຖະກິດ ຫວຽດນາມ ປີ 2022 ກໍ່ຄືຊຸມປີຕໍ່ໄປ. ບົດລາຍງານຫວ່າງແລ້ວນີ້ ຂອງສະຫະສະມາຄົມວິສາຫະກິດ ເອີລົບ ຢູ່ ຫວຽດນາມ ໃຫ້ຮູ້ວ່າ: ມີ 45% ວິສາຫະກິດ ເອີລົບ ຕີລາຄາແງ່ຫວັງດຳເນີນທຸລະກິດ ຢູ່ ຫວຽດນາມ ແມ່ນຕັ້ງຫນ້າ. 42% ການຄາດຄະເນ ບໍລິສັດຂອງເຂົາເຈົ້າຈະເພີ່ມກະແສທຶນ FDI ເຂົ້າ ຫວຽດນາມ. ໃນຂະນະນັ້ນ ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຍົກແງ່ຫວັງການເຕີບໂຕເສດຖະກິດຂອງຫວຽດນາມ ປີ 2022 ຈາກ 7% ຂຶ້ນເປັນລະດັບ 7,5%.

່ເປັນຫນ້າສົນໃຈ, Nikkei Asia ຕີລາຄາວ່າ ຫວຽດນາມ ນຳຫນ້າພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ຢືນອັນດັບ 8 ໃນໂລກ ກ່ຽວກັບທ່າຟື້ນຕົວພາຍຫລັງໂລກລະບາດໂຄວິດ 19. ຍິ່ງກວ່ານັ້ນ ຫວຽດນາມ ໄດ້ຮັບຄວາມຫວັງວ່າ ຈະກາຍເປັນຕະຫລາດບໍລິໂພກໃຫຍ່ອັນດັບ 10 ໂລກໃນປີ 2030.

ບັນດາຂໍ້ສັງເກດ, ການຕີລາຄາວິທະຍາສາດ ແລະ ພາວະວິໄສຂອງບັນດາອົງການມີຊື່ສຽງຂອງສາກົນ ປັບປຸງຄວາມໄວ້ເນື້ອເຊື່ອໃຈຕື່ມອີກ, ເພີ່ມກຳລັງຫນູນ ເພື່ອໃຫ້ ຫວຽດນາມ ບັນລຸ ແລະ ລື່ນກາຍຄາດໝາຍເຕີບໂຕ 6,5% ໃນປີ 2023, ສືບຕໍ່ ແມ່ນຈຸດເດັ່ນຂອງເສດຖະກິດພາກພື້ນ ແລະ ໂລກ.

vovworld.vn

ເຫດການ
302 Found

Found

The document has moved here.