9 ເດືອນ ຕົ້ນປີ 2019 ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 13 ລ້ານເທື່ອຄົນ

05:32 | 29/09/2019

ຍສໝ - ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 13 ລ້ານເທື່ອຄົນ, ນີ້ິ້ແມ່ນຈຳນວນນັກທ່ອງທ່ຽວມາຫວຽດນາມ ໃນເດືອນກັນຍາ ປີ 2019.

9 ເດືອນ ຕົ້ນປີ 2019 ຫວຽດນາມຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 13 ລ້ານເທື່ອຄົນ

ພາບປະກອບ

ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນ 10,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018, ເປົ້າໝາຍຂອງຂະແໜງທ່ອງທ່ຽວຫວຽດນາມ ໃນປີ 2019 ແມ່ນຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ແຕ່ 17,5 – 18 ລ້ານເທື່ອຄົນ. ຊຸມເດືອນທີ່ຍັງເຫຼືອຂອງປີ 2019 ຈະແມ່ນຈຸດເວລາທີ່ນັກທ່ອງທ່ຽວສາກົນມາ ຫວຽດນາມ ຢ່າງຫຼວງຫຼາຍ, ສະນັ້ນ ຂະແໜງທ່ອງທ່ຽວເຊື່ອໝັ້ນວ່າຈະບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ.

ນອກຈາກນັ້ນ, ຫວຽດນາມ ກໍ່ໄດ້ຮັບການສະເໜີແມ່ນສະຖານທີ່ທ່ອງທ່ຽວອາຫານການກິນແຖວໜ້າໃນໂລກ. ນີ້ແມ່ນເທື່ອທໍາອິດທີ່ອາຫານການກິນຫວຽດນາມ ໄດ້ຮັບການຮັບຮອງ ແລະຈົດໃສ່ບັນຊີລາຍຊື່ສະເໜີຈາກລາງວັນທີ່ມີອິດທິພົນຊື່ສຽງໃນໂລກ. ຫວຽດນາມ ໄດ້ຮັບການສະເໜີໃນ 6 ລາຍການລວມມີ: ສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກໃຫ້ແກ່ຮ່າໂນ້ຍ; ສະຖານທີ່ທ່ອງທ່ຽວອາຫານການກິນແຖວໜ້າໃນໂລກໃຫ້ແກ່ຫວຽດນາມ; ນະຄອນວັດທະນະທໍາແຖວໜ້າໃນໂລກໃຫ້ແກ່ໂຮ້ຍອານ; ສະຖານທີ່ທ່ອງທ່ຽວວັດທະນະທໍາແຖວໜ້າໃນໂລກໃຫ້ແກ່ຫວຽດນາມ; ສະຖານທີ່ທ່ອງທ່ຽວແຖວໜ້າໃນໂລກໃຫ້ແກ່ຫວຽດນາມ ແລະຫົວໜ່ວຍທ່ອງທ່ຽວແຖວໜ້າໃນໂລກໃຫ້ແກ່ກົມໃຫຍ່ທ່ອງທ່ຽວຫວຽດນາມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.