ຊຸກຍູ້ທ່າແຮງດ້ານເສດຖະກິດສ່ວນຕົວ
ເສດຖະກິດສ່ວນຕົວແມ່ນມີຄວາມຈໍາກັດ
ອີງຕາມການຄົ້ນຄວ້າຂອງໂຄງການພັດທະນາຂອງສະຫະປະຊາຊາດ, ອັດຕາສ່ວນຂອງຊັບພະຍາກອນທາງດ້ານການເງິນຂອງເອກະຊົນພາຍໃນຂອງຊັບພະຍາກອນການເງິນທັງຫມົດໃນການພັດທະນາຂອງຫວຽດນາມແມ່ນຂ້ອນຂ້າງຕໍ່າ ແລະ ເພີ່ມຂຶ້ນຢ່າງຊ້າໆເມື່ອທຽບກັບບັນດາປະເທດອາຊຽນ. ເຖິງແມ່ນວ່າການລົງທຶນຈາກພາກເອກະຊົນພາຍໃນປະເທດໃນຊຸມປີຜ່ານນີ້ໄດ້ເພີ່ມຂຶ້ນເມື່ອທຽບກັບປີທີ່ຜ່ານມາ, ພຽງແຕ່ກວມເອົາ 40% ຂອງການເງິນທັງຫມົດສໍາລັບການພັດທະນາ. ອັດຕາສ່ວນຂອງຊັບພະຍາກອນທາງດ້ານການເງິນຂອງເອກະຊົນຂອງຫວຽດນາມໃນການລົງທຶນທັງຫມົດຢູ່ຫວຽດນາມແມ່ນຕໍ່າກວ່າປະເທດລາວ, ມາເລເຊຍ, ຟີລິບປິນ ແລະ ໄທ. ອັດຕາສ່ວນການລົງທຶນຂອງພາກເອກກະຊົນຕໍ່ຫົວຄົນແມ່ນ 490 ໂດລາສະຫະລັດທຽບກັບລະດັບປານກາງຂອງບັນດາປະເທດອາຊຽນແມ່ນ 690 ໂດລາສະຫະລັດ, ເຊິ່ງແມ່ນຕໍ່າສຸດໃນພາກພື້ນອາຊຽນ.
ຫນຶ່ງໃນສາເຫດຂອງສະຖານະການດັ່ງກ່າວແມ່ນເນື່ອງຈາກໂຄງສ້າງເສດຖະກິດຂອງຫວຽດນາມ, ອີງຢ່າງໜຶ່ງກໍ່ແມ່ນລັກສະນະຂອງວິສາຫະກິດເອກະຊົນແມ່ນຫນ້ອຍກວ່າບັນດາວິສາຫະກິດຂອງລັດ ແລະ ບັນດາວິສາຫະກິດ FDI. ອີງຕາມການຄົ້ນຄວ້າຂອງໂຄງການພັດທະນາຂອງສະຫະປະຊາຊາດໃຫ້ຮູ້ວ່າຫວຽດນາມຕ້ອງສືບຕໍ່ເສີມຂະຫຍາຍການພັດທະນາພາກເອກະຊົນ, ລະດົມທຶນຫຼາຍກວ່າເກົ່າຈາກພາກເອກະຊົນພາຍໃນໃຫ້ແກ່ການພັດທະນາ. ດັ່ງນັ້ນ, ເພື່ອຂະຫຍາຍການລົງທຶນຂອງພາກເອກກະຊົນ, ປັດໄຈທໍາອິດແມ່ນຕ້ອງສ້າງຄວາມສະເໝີພາບໃຫ້ແກ່ພາກເອກະຊົນພາຍໃນປະເທດ, ລວມທັງການປະຕິຮູບຂອງວິສາຫະກິດລັດ ແລະ ປັບປຸງນະໂຍບາຍດຶງດູດ FDI ເພື່ອອໍານວຍຄວາມສະດວກຕໍ່ບັນດາບໍລິສັດເອກະຊົນເພື່ອໄດ້ໃຫ້ເຂົ້າເຖິງການຕະຫຼາດ, ເພີ່ມທະວີການເຊື່ອມໂຍງຂອງບັນດາບໍລິສັດເຫຼົ່ານີ້ກັບລະບົບສິນຄ້າພາຍໃນ ແລະ ໂລກ. ຕ້ອງປະຕິບັດນະໂຍບາຍ ແລະ ສະຫນັບສະຫນູນສໍາລັບວິສາຫະກິດເອກະຊົນພາຍໃນເພື່ອຂະຫຍາຍຂະຫນາດວິສາຫະກິດ, ປັບປຸງດ້ານການຜະລິດແຮງງານ ແລະ ຄວາມສາມາດໃນການແຂ່ງຂັນ, ລັດຖະບານຕ້ອງສືບຕໍ່ຄວາມພະຍາຍາມເພື່ອປັບປຸງສະພາບແວດລ້ອມດ້ານທຸລະກິດ, ສະຫນັບສະຫນູນວິສາຫະກິດພາຍໃນໃຫ້ໄດ້ເຂົ້າເຖິງທີ່ດິນ ແລະ ການປ່ອຍສິນເຊື່ອ, ປັບປຸງຄວາມສາມາດດ້ານເຕັກນິກເພື່ອນໍາໃຊ້ເຕັກໂນໂລຢີໃຫມ່ ແລະ ຖືໂອກາດຂອງການປະຕິວັດອຸດສາຫະກໍາ 4.0.
ສ້າງເງື່ອນໄຂອັນສະດວກໃນການດໍາເນີນທຸລະກິດ
ອີງຕາມສະຖາບັນຄົ້ນຄວ້າການຄຸ້ມຄອງເສດຖະກິດສູນກາງ (CIEM), ເພື່ອສົ່ງເສີມໃຫ້ປະຊາຊົນໃນການລົງທຶນ, ລັດຕ້ອງຮັບປະກັນວ່າສະພາບແວດລ້ອມທາງທຸລະກິດບໍ່ພຽງແຕ່ເປັນສິ່ງສະດວກ, ແຕ່ກໍ່ຍັງມີຄວາມປອດໄພອີກດ້ວຍ. ດັ່ງນັ້ນ, ຄຽງຄູ່ກັບການປະຕິຮູບດ້ານການບໍລິຫານ, ການປະຕິຮູບດ້ານຍຸຕິທໍາຕ້ອງເປັນຈຸດສຸມໃນການປັບປຸງສະພາບແວດລ້ອມທຸລະກິດໃນສະເພາະໜ້າ. ວິສາຫະກິດຫວຽດນາມສ່ວນຫຼາຍທີ່ແມ່ນກໍາລັງກູ້ຢືມທຶນໃນໄລຍະສັ້ນຂອງທະນາຄານ ແລະ ອັດຕາດອກເບ້ຍເງິນກູ້ຢືມແມ່ນສູງເກີນໄປ. ໃນເງື່ອນໄຂຂອງພັນທະບັດລັດຖະບານຍັງຢູ່ຂະຫນາດໃຫຍ່, ອັດຕາດອກເບ້ຍເງິນກູ້ແມ່ນຍາກທີ່ຈະຫຼຸດລົງ,ຈຶ່່ງເຮັດໃຫ້ພາກເອກະຊົນບໍ່ໄດ້ຫລົບຫນີຈາກອຸປະສັກນີ້. ຄວາມຫຍຸ້ງຍາກເຫຼົ່ານີ້ມີຜົນກະທົບຢ່າງຫຼວງຫຼາຍຕໍ່ວິສາຫະກິດເອກະຊົນ, ຍັງບໍ່ໄດ້ກ່າວເຖິງການຈໍາແນກ, ການສໍ້ລາດບັງຫຼວງ, ຂໍ້ອຸປະສັກດ້ານການບໍລິຫານ. ໃນປີ 2019, ຫວຽດນາມ ດ້ວຍຄວາມຄາດຫວັງວ່າຈະມີໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ, ສັນຍາການຄ້າເສລີຕ່າງໆເຊັ່ນ CPTPP; EVFTA RCEP ແລະ ເຄືອຂ່າຍອຸດສາຫະກໍາ 4.0 ສາມາດສ້າງກໍາລັງແຮງໃນການປະຕິຮູບ ແລະ ການເຂົ້າເຖິງທັກສະ, ເຕັກໂນໂລຢີ, ແຫຼ່ງທຶນຕ່າງປະເທດ.
ດັ່ງນັ້ນ, ອີງຕາມ CIEM, ຫວຽດນາມຕ້ອງສືບຕໍ່ແນະນໍາ, ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນກົດຫມາຍພື້ນຖານສະບັບຕ່າງໆຂອງສະຖາບັນເສດຖະກິດຕະຫຼາດເຊັ່ນ: ກົດໝາຍແພ່ງ, ກົດຫມາຍວ່າດ້ວຍການເຜີຍແຜ່ເອກະສານທາງກົດຫມາຍ (ສະບັບປັບປຸງ); ກົດຫມາຍງົບປະມານຂອງລັດ (ສະບັບປັບປຸງ); ກົດຫມາຍກ່ຽວກັບການຄຸ້ມຄອງຫນີ້ສາທາລະນະ; ກົດຫມາຍການແຂ່ງຂັນ (ສະບັບປັບປຸງ); ກົດຫມາຍຄວາມປອດໄພເຄືອຂ່າຍອິນເຕີແນດ. ບູລິມະສິດການປະຕິຮູບດ້ານສະພາບແວດລ້ອມການທຸລະກິດຕາມທິດສ້າງຄວາມສະດວກໃຫ້ແກ່ການຜະລິດທຸລະກິດຖືກຕ້ອງຕາມດໍາລັດເລກທີ 02/NQ-CP ປີ 2019, ພ້ອມທັງສືບຕໍ່ປັບປຸງຢ່າງຮອບດ້ານບັນດາລະບຽບການກ່ຽວກັບເງື່ອນໄຂການດໍາເນີນທຸລະກິດເພື່ອສ້າງຄວາມສະດວກໃຫ້ແກ່ການຜະລິດ, ທຸລະກິດຂອງວິສາຫະກິດຖືກຕ້ອງຕາມມາດຕະຖານສາກົນ ແລະ ຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງເສດຖະກິດສາກົນ.
(ໄຊພອນ)