ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ສື່ມວນຊົນລາວ ເອົາໃຈໃສ່ຊອກຮູ້ຈຸດໃໝ່ຂອງກອງປະຊຸມໃຫຍ່

13:41 | 19/01/2026

ຕອນເຊົ້າວັນທີ 16 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ເພື່ອແນໃສ່ສະໜອງຂໍ້ມູນທາງການໄປຍັງບັນດາອົງການສື່ມວນຊົນຂອງລາວ ກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV, ໝາກຜົນຂອງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ກໍ່ຄືການກຳນົດທິດ, ເປົ້າໝາຍພັດທະນາ ແລະໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.

ທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ເຊື່ອວ່າກອງປະຊຸມໃຫຍ່ຄັ້ງທີ XIV ຈະສ້າງກຳ​ລັງ​ຜັກດັນທີ່ເຂັ້ມແຂງໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງຫວຽດນາມ.
ບັນດາອົງການຈັດຕັ້ງປະຊາຊົນ ແລະ ເພື່ອນມິດສາກົນເຊື່ອວ່າ ກອງປະຊຸມໃຫຍ່ ຄັ້ງທີ່ XIV ຈະເປີດໄລຍະການພັດທະນາໃໝ່ໃຫ້ແກ່ຫວຽດນາມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ສື່ມວນຊົນລາວ ເອົາໃຈໃສ່ຊອກຮູ້ຈຸດໃໝ່ຂອງກອງປະຊຸມໃຫຍ່
ທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວຂອງສະຖານທູດຫວຽດນາມ ປະຈຳ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ເປັນປະທານກອງປະຊຸມຂ່າວ, ທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວຂອງສະຖານທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະວາງແຜນນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມ ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ, ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບໃນການປະຕິບັດເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທໍາ, ສີວິໄລ”.

ບົນພື້ນຖານສາຍພົວພັນແບບພິເສດ ຫວຽດນາມ-ລາວ, ທ່ານ ຟານມິງຈ໊ຽນ ສະເໜີບັນດາອົງການສື່ມວນຊົນລາວ ສົມທົບຢ່າງແໜ້ນແຟ້ນກັບຄູ່ຮ່ວມມືຫວຽດນາມ ແລະສະຖານທູດຫວຽດນາມ ປະຈຳ ລາວ ໂຄສະນາກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ແລະຜົນງານແຫ່ງການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ ແລະລາວ.

ຕາງໜ້າໃຫ້ບັນດາຜູ້ແທນ ແລະນັກຂ່າວລາວ, ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດ, ເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ຈະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຢ່າງມີໄຊ. ອົງການສື່ມວນຊົນລາວ ຈະຕິດຕາມຢ່າງຕັ້ງໜ້າ, ສົ່ງຂ່າວການເຄື່ອນໄຫວຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຢ່າງທັນການ.

ຕາມ la.qdnd.vn

https://la.qdnd.vn/cid-7638/7659/nid-540720.html

ເອກອັກຄະລັດຖະທູດລາວປະຈຳຫວຽດນາມ: ໝັ້ນໃຈວ່າກອງປະຊຸມໃຫຍ່ຄັ້ງ XIV ຈະນຳພາຫວຽດນາມເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ: ໝັ້ນໃຈວ່າກອງປະຊຸມໃຫຍ່ຄັ້ງ XIV ຈະນຳພາຫວຽດນາມເຂົ້າສູ່ໄລຍະແຫ່ງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ

ຍສໝ - ໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ໄດ້ແບ່ງປັນການປະເມີນ ແລະ ຄວາມຄາດຫວັງຕໍ່ວາລະສານ ຍຸກສະໄໝ ກ່ຽວກັບຄວາມສຳຄັນຂອງກອງປະຊຸມໃຫຍ່, ໂດຍສະແດງຄວາມໝັ້ນໃຈວ່າກອງປະຊຸມໃຫຍ່ຈະກຳນົດທິດທາງຍຸດທະສາດທີ່ຖືກຕ້ອງ, ນຳພາຫວຽດນາມເຂົ້າສູ່ໄລຍະການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ພ້ອມທັງເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດລະຫວ່າງຫວຽດນາມ ແລະ ລາວ ເລິກເຊິ່ງຍິ່ງຂຶ້ນ.

ກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກ: ສືບຕໍ່ຢືນຢັນບົດບາດການນຳພາ ແລະ ການຊີ້ນຳຂອງປະເທດຊາດຫວຽດນາມ. ກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກ: ສືບຕໍ່ຢືນຢັນບົດບາດການນຳພາ ແລະ ການຊີ້ນຳຂອງປະເທດຊາດຫວຽດນາມ.

ຍສໝ - ກ່ອນກອງປະຊຸມໃຫຍ່ກອງປະຊຸມໃຫຍ່ ຄັ້ງ XIV ຂອງພັກພັກກອມມູນິດຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ 14), ນັກຂ່າວ VNA ປະຈຳປະເທດຈີນໄດ້ສຳພາດທ່ານນາງປອ. ຟ້າມທິແທງລວານ, ຜູ້ອຳນວຍການໃຫຍ່ບໍລິສັດບໍລິການທ່ອງທ່ຽວ ແລະ ການຄ້າ ຫວຽດ - ຫວຽດ ກວາງຕຸ້ງ ອ້ອມ​ຮອບເຫດການສຳຄັນນີ້ໃນຊີວິດການເມືອງຂອງຫວຽດນາມ ປະຈຸປັນ.

ຕາມ la.qdnd.vn

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ