ຄັດເລືອກອາຫານເອກະລັກທ້ອງຖິ່ນ 100 ກວ່າເຍື່ອງໃຫ້ “ແຜນທີ່ອາຫານການກິນຂອງຫວຽດນາມ”

16:50 | 22/06/2022

ຍສໝ-ຫວ່າງ​ແລ້ວ​ນີ້, ສະມາຄົມ​ວັດທະນະທຳ​ອາຫານ​ການ​ກິນ​ຫວຽດນາມ ​ໄດ້​ປະກາດໂຄງການ “ກໍ່ສ້າງ ​ແລະ ພັດທະນາ​ວັດ​ທະ​ນະ​ທຳ​ອາຫານ​ການກິນຫວຽດນາມ ​ໃຫ້​ກາຍ​ເປັນ​ເຄື່ອງໝາຍ​ການຄ້າແຫ່ງ​ຊາດ, ໄລຍະ 2022 – 2024” ຢູ່​ນະຄອນ ​ໂຮ່ຈີ​ມິນ.

AFF Cup 2020: ຫວຽດນາມ ພົບ ໄທ ໃນຮອບຮອງຊະນະເລີດ AFF Cup 2020: ຫວຽດນາມ ພົບ ໄທ ໃນຮອບຮອງຊະນະເລີດ
ທີມຊາດບານເຕະ U.23 ຫວຽດນາມ ມານະພະຍາຍາມໃຫ້ຜ່ານຮອບຄັດເລືອກອາຊີ ທີມຊາດບານເຕະ U.23 ຫວຽດນາມ ມານະພະຍາຍາມໃຫ້ຜ່ານຮອບຄັດເລືອກອາຊີ
ຄັດເລືອກອາຫານເອກະລັກທ້ອງຖິ່ນ 100 ກວ່າເຍື່ອງໃຫ້  “ແຜນທີ່ອາຫານການກິນຂອງຫວຽດນາມ”
ພາບປະກອບ (ພາບ: tongcucdulich)

ຕາມ​ນັ້ນ​ແລ້ວ, ​ໂຄງການ​ຈະປະຕິບັດການ​ສຳ​ຫຼວດ, ຄົ້ນ​ຫາ, ​ແນະນຳ ​ແລະ ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ວັດທະນະທຳ​ອາຫານ​ການ​ກິນ​ຂອງ​ຫວຽດນາມ. ນີ້​ໄດ້​​ຮັບຖື​ວ່າ​ແມ່ນ​ພື້ນຖານ ​ເພື່ອ​ນຳ​ເຄື່ອງໝາຍການຄ້າ​ຫວຽດນາມ ​ອອກ​ສູ່​ໂລກ​ໂດຍຜ່ານ​ວັດທະນະທຳ​ອາຫານການກິນ, ຊຸກຍູ້​ການແກ່ງແຍ້ງ​ແຫ່ງ​ຊາດ,​ ພັດທະນາ​ເສດຖະກິດ​ຫວຽດນາມ.

ຕາມ​ແຜນການ​, ​ໃນ​ໄລຍະ​ປີ 2022, ໂຄງການຄາດ​ວ່າ​​ຈະ​ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບອາຫານທີ່ພົ້ນເດັ່ນຂອງຫວຽດນາມ ຈໍານວນ​ 300 ເຍື່ອງ, ​ຈາກນັ້ນ ຈະ​ຄັດ​ເລືອກ​ເອົາອາຫານເອກະລັກຂອງທ້ອງຖິ່ນ 100 ເຍື່ອງ​. ໝາກຜົນແມ່ນໄດ້ຮອງຮັບໂດຍສະພາວິຊາການຂອງສະມາຄົມ, ພ້ອມກັນນັ້ນ ກໍຍັງທາບທາມການປະເມີນຜົນຂອງຊຸມຊົນໂດຍຜ່ານຊ່ອງທາງສື່ມວນຊົນ ແລະ ເຄືອຂ່າຍສັງຄົມ.

ສິ້ນສຸດໄລຍະປີ 2022, ສະມາຄົມ​ຄາດວ່າຈະ​ສົມທົບ​ກັບ​ກົມ​ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ເພື່ອຈັດ​ຕັ້ງເຫດການ “ສະຫຼອງ 100 ເອກະລັກດີເດັ່ນພິເສດ ​ຫວຽດນາມ”, ​ໂດຍມີການເຕົ້າ​ໂຮມຂອງ​ບັນດາ​ສິນລະປິນທີ່ມາ​ຈາກ 63 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.

ມາຮອດ​ໄລຍະປີ 2023, ໂຄງການຄາດ​ວ່າ​ຈະ​ເກັບ​ກຳ​ຂໍ້​ມູນ​ອາ​ຫານໄດ້ 1.000 ເຍື່ອງ ແລະ ພັດ​ທະ​ນາ​ໃຫ້ເປັນການສັງລວມກ່ຽວກັບ​ຂໍ້​ມູນ​​ອາ​ຫານການກິນ​ຫວຽດ​ນາມ. ຜ່ານນັ້ນ, ບັນດາ​​ອາ​ຫານ​ພິເສດ, ເອກະລັກເຊິ່ງມີ​ລັກສະນະສະ​ເພາະຂອງແຕ່ລະທ້ອງຖິ່ນ ​ຈະ​ໄດ້​​ຄັດ​ເລືອກມາ​ເພື່ອ​ສ້າງ​ຮູບ​ແບບ​ເສດຖະກິດ​ start up ​ກັບ​ບັນດາ​ນັກ​ຊ່ຽວຊານ, ຈາກນັ້ນ ສ້າງ​ພື້ນຖານ​ເພື່ອ​ນຳ​ອາຫານ​ຫວຽດນາມພັດທະນາ​ຂຶ້ນ​ໃນ​ແຜນ​ທີ່​ໂລກ.

ໃນ​ໄລຍະ​ປີ 2024, ​ໂຄງການ​ຈະ​ຜັນຂະຫຍາຍ​ການ​ຫັນເປັນດິຈິຕອນກ່ຽວກັບພື້ນ​ຖານ​ຂໍ້​ມູນ​ໃຫ້ເປັນ​ແຜນ​ທີ່​ອາຫານ​ຫວຽດນາມ, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຫໍພິພິທະ​ພັນ​ອາຫານການກິນ​ຫວຽດນາມ​ຕາມການກໍານົດ​ທິດແບບ virtual 3D. ພ້ອມກັນ​ນັ້ນ ​ກໍແມ່ນ​ຫໍພິພິທະ​ພັນ​​ອາຫານການກິນຕົວຈິງ ເພື່ອ​ຮັບໃຊ້ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວຊົມ ແລະ ຊີມ​​ອາຫານເອກະລັກຂອງແຕ່ລະທ້ອງຖິ່ນໃນ​ທົ່ວ​ປະ​ເທດ.

ຫອມມາລາ

ເຫດການ
302 Found

Found

The document has moved here.