| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ | |
| ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ |
![]() |
| ທ່ານນາງ ບຸ່ຍທິມິງຮວ່າຍ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. (ພາບ: TTXVN) |
ໃນຈົດໝາຍ, ທ່ານນາງ ບຸ່ຍທິມິງຮວ່າຍ ອວຍພອນ ແລະ ຕີລາຄາສູງບັນດາຜົນງານອັນຍິ່ງໃຫຍ່, ຮອບດ້ານ ເຊິ່ງປະຊາຊົນລາວບັນລຸໄດ້ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ແນວລາວສ້າງຊາດຈະນັບມື້ນັບພັດທະນາ, ສືບຕໍ່ແມ່ນແກ່ນສານເຕົ້າໂຮມກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດບັນດາເປົ້າໝາຍເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງອອກຢ່າງມີໄຊ, ນຳປະເທດລາວ ນັບມື້ນັບພັດທະນາຢ່າງວັດທະນາຖາວອນ, ຮຸ່ງເຮືອງສີວິໄລ.
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະພ້ອມກັບທ່ານປະທານຄະນະກຳມະການສູນກາງແນວລາວສ້າງຊາດ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການແນວໂຮມຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.
| ເຜີຍແຜ່ພາສາຫວຽດນາມ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ ຫວຽດນາມ-ລາວ ໃນໝູ່ຊາວໜຸ່ມ ຍສໝ - ຕອນເຊົ້າວັນທີ 3 ເມສາ ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມປະຈຳລາວ ສົມທົບກັບຄະນະກຳມະການພາສາຫວຽດນາມ ສະມາຄົມຊາວຫວຽດນາມປະຈຳລາວ ໄດ້ຈັດການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ຄັ້ງທຳອິດ ສຳລັບນັກຮຽນຈາກສະຖາບັນການສຶກສາຕ່າງໆໃນບໍລິເວນດັ່ງກ່າວ. |
| ການຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ ຍສໝ - ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນໄລຍະມໍ່ໆມານີ້, ແລະ ເປັນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນຂອງການພົວພັນສອງຝ່າຍ. |
ມີງດຶກ
