ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດຕັ້ງຢ່າງຕັ້ງໜ້າການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຢູ່​ຕ່າງປະ​ເທດ.

14:26 | 12/11/2025

ຍສໝ - ໃນໄລຍະ 2 ປີ 2024-2025, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ເປັນປະທານ ແລະ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບລະຫວ່າງບັນດາການຢ້ຽມຢາມ ແລະເຮັດວຽກຂອງບັນດາການນຳພັກ, ລັດຢູ່ຫຼາຍປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນ.

ສະມາຄົມ ຫວຽດນາມ - ອາເມລິກາ: 80 ປີແຫ່ງການເດີນທາງແຫ່ງໜຶ່ງ
ຄວາມ​ຈິງ​ໃຈ, ຢືດ​ຢຸ່ນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ: ເອກະລັກ​ສະ​ເພາະ​ໃນ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດຕັ້ງຢ່າງຕັ້ງໜ້າການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຢູ່​ຕ່າງປະ​ເທດ.

ວັນທີ 30 ມິຖຸນາ 2024, ຢູ່ ສ.ເກົາຫຼີ, ສະຫະພັນບັນດາອົງການຈັດຕັ້ງຫວຽດນາມ ສົມທົບກັບບັນດາຄູ່ຮ່ວມມື ແລະ ເພື່ອນມິດ ສ.ເກົາຫຼີ ໄດ້ຈັດຕັ້ງການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາເພື່ອນມິດ ສ.ເກົາຫຼີ ທີ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນ ຫວຽດນາມ - ສ.ເກົາຫຼີ. (ພາບ: ໜັງສືພິມລັດຖະບານ)

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດຕັ້ງຢ່າງຕັ້ງໜ້າການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຢູ່​ຕ່າງປະ​ເທດ.

ວັນ​ທີ 18 ສິງຫາ​ນີ້, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່​ຈີນ, ຢູ່​ນະຄອນ​ກວາງ​ໂຈ່​ວ (​ແຂວງ​ກວາງ​ຕຸ້ງ), ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ໂຕ​ເລີມ ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ຫນ້າຜູ້ຊົງຄຸນວຸດທິມິດ​ຕະ​ພາບ​ຈີນ​. ກອງ​ປະຊຸມ​ໂດບສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ປະຊາຊົນ​ຈີນ​ກັບ​ຕ່າງປະ​ເທດ, ສະມາຄົມ​ມິດຕະພາບ​ກັບ​ຕ່າງປະ​ເທດ​ແຂວງ​ກວາງ​ຕຸ້ງ ​ແລະ ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ​ກວາງ​ໂຈ່​ວ ສົບທົບກັນຈັດຕັ້ງ. (ພາບ: TTXVN).

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດຕັ້ງຢ່າງຕັ້ງໜ້າການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຢູ່​ຕ່າງປະ​ເທດ.

ໃນ​ຂອບ​ເຂດ​ການປະຕິບັດງານ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອະນາຄົດ, ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 79 ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ວັນ​ທີ 22 ກັນຍາ 2024, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ກັບ​ພັກ​ກອມ​ມູນິດ, ບັນດາ​ອົງການຊ້າຍຈັດ ແລະ ບັນດາ​ເພື່ອນ​ມິດ​ຂອງ​ອາ​ເມ​ລິ​ກາ ຢູ່​ນິວຢອກ. ກອງ​ປະຊຸມໂດຍຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ (ປະຈຸ​ບັນ​ແມ່ນ​ກະຊວງ​ການ​ຕ່າງປະ​ເທດ), ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ຝ່າຍຄະນະ​ຫວຽດນາມ ຄຽງຄູ່​ສະຫະ​ປະຊາ​ຊາດ ສົມທົບ​ກັນ​ຈັດ​ຕັ້ງ. (ພາບ: TTXVN)

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດຕັ້ງຢ່າງຕັ້ງໜ້າການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຢູ່​ຕ່າງປະ​ເທດ.

​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ກູ​ບາ, ວັນ​ທີ 27 ກັນຍາ 2024, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ພ້ອມ​ກັບ​ເລຂາທິການຜູ້ທີ່ໜຶ່ງ, ປະທານ​ປະ​ເທດ ກູ​ບາ Miguel Diaz Canel Bermudez ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ​ກັບ​ບັນດາ​ຜູ້​ແທນ​ມິດຕະພາບ​ປະຊາຊົນ ​ແລະ ລຸ້ນໜຸ່ມ ກູ​ບາ. ​ເຫດການ​ດັ່ງກ່າວ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ສົມທົບ​ກັບ​ສະ​ຖາ​ບັນ​ ກູ​ບາ ມິດຕະພາບ​ກັບບັນດາຊົນເຜົ່າ ແລະ ສະຖານທູດ ຫວຽດນາມ ປະຈຳ ກູ​ບາ ​ໄດ້​ຈັດ​ຕັ້ງ. (ພາບ: TTXVN)

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດຕັ້ງຢ່າງຕັ້ງໜ້າການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຢູ່​ຕ່າງປະ​ເທດ.

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຢູ່​ສາທາລະນະ​ລັດ ​ເບ​ລາຣຸດ, ​ໃນ​ວັນ​ທີ 12 ພຶດສະພາ 2025, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບ​ສະມາຄົມ​ມິດຕະພາບ ​ແລະ ​ແລກປ່ຽນ​ວັດທະນະທຳ​ກັບ​ຕ່າງປະ​ເທດ ​ເບ​ລາຣຸດ ​ໂດຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ທ່ານ ປະທານ​າທິບໍດີ Aleksandr Lukashenko. (ພາບ: TTXVN)

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດຕັ້ງຢ່າງຕັ້ງໜ້າການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຢູ່​ຕ່າງປະ​ເທດ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ສ.ເກົາ​ຫຼີ, ວັນ​ທີ 10 ສິງຫາ 2025 ຢູ່ Seoul, ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ເພື່ອນ​ມິດ ສ.​ເກົາຫຼີ. ​ໂຄງການ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ ສ.​ເກົາຫຼີ ຈັດ​ຕັ້ງ. (ພາບ: TTXVN).

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ຈັດຕັ້ງຢ່າງຕັ້ງໜ້າການເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ຢູ່​ຕ່າງປະ​ເທດ.

ວັນ​ທີ 22 ກັນຍາ 2025 ຢູ່ New York, ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 80 ແລະ ເຮັດວຽກຢູ່ ອາເມລິກາ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ມີການພົບປະກັບເພື່ອນມິດ, ຄູ່ຮ່ວມມືມາແຕ່ດົນນານ, ປະຊາຊົນກ້າວໜ້າຂອງ ອາເມລິກາ. ​ເຫດການ​ດັ່ງກ່າວ ໂດຍ​ສະຖານທູດ​ຫວຽດນາມ ປະຈຳ ອາ​ເມ​ລິ​ກາ, ຝ່າຍຄະນະປະຈຳ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສົມທົບ​ກັນ​ຈັດ​ຕັ້ງ. (ພາບ: TTXVN)

ແນວ​ຄິດ, ວິ​ທີ​ເຂົ້າເຖິງໃໝ່​ໃນວຽກງານຂົນ​ສົ່ງ​ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແນວ​ຄິດ, ວິ​ທີ​ເຂົ້າເຖິງໃໝ່​ໃນວຽກງານຂົນ​ສົ່ງ​ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ຍສໝ - ເມື່ອເບິ່ງຄືນ 75 ປີແຫ່ງການທູດປະຊາຊົນກັບປະຊາຊົນ, ພວກເຮົາຮັບຮູ້ຢ່າງເລິກເຊິ່ງກວ່າວ່າ: ການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານບໍ່ພຽງແຕ່ເປັນກະແສຂອງສິນຄ້າວັດຖຸເທົ່ານັ້ນ, ແຕ່ຍັງເປັນການໄຫຼເຂົ້າຂອງຄວາມເຊື່ອໝັ້ນ ແລະ ມະນຸດສະທຳອີກດ້ວຍ.

ຂໍ້ລິເລີ່ມເພື່ອຂະຫຍາຍວົງການມິດຕະພາບ ຂໍ້ລິເລີ່ມເພື່ອຂະຫຍາຍວົງການມິດຕະພາບ

ຍສໝ - ​ພວກ​ເຮົາ​ຈະ​ເຮັດ​ແນວ​ໃດ​ໃນ​ອະນາຄົດ​ເພື່ອ​ເຮັດ​ໃຫ້​ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ຫວຽດນາມ​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ບັນດາ​ປະ​ເທດ​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ? ຈາກ​ຄວາມ​ເປັນ​ຫ່ວງ​ນັ້ນ, ເພື່ອນ​ມິດ​ສາ​ກົນ​ໄດ້​ສົ່ງ​ຂໍ້​ລິ​ເລີ່ມ ແລະ ​ຄຳ​ແນະ​ນຳ​ຢ່າງ​ຈິງ​ໃຈ​ຂອງ​ຫວຽດ​ນາມ…

ມີງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ