ຫວຽດນາມກໍາລັງກຽມພ້ອມເປັນຢ່າງດີສໍາລັບກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງ ສະຫະລັດອາເມລິກາ - ເກົາຫຼີເໜືອ

00:54 | 14/05/2019

ຍສໝ - “ມາຮອດປະຈຸບັນທີ່ສາມາດເວົ້າໄດ້ວ່າວຽກງານການກຽມພ້ອມໄດ້ມີການປະຕິບັດຕາມກໍານົດເວລາ ແລະ ໄດ້ຮັບການຕີລາຄາສູງຂອງສອງປະເທດອາເມລິກາ ແລະ ເກົາຫຼີເໜືອ, ຂອບໃຈຫວຽດນາມ”. ນີ້ແມ່ນການຢືນຢັນຂອງທ່ານລັດຖະມົນຕີຊ່ວຍວ່າການຕ່າງປະເທດ ເລ ຮວ່າຍ ຈູງ ໃນເວລາຕອບຄໍາຖາມສໍາພາດຂ່າວໃນຕອນບ່າຍຂອງວັນທີ 21 ກຸມພາ ກ່ຽວກັບການກະກຽມຂອງຫວຽດນາມສໍາລັບກອງປະຊຸມສຸດຍອດຄັ້ງທີສອງລະຫວ່າງ ສະຫະລັດອາເມລິກາ - ເກົາຫຼີເໜືອ ຈະໄດ້ໄຂຂຶ້ນໃນເມື່ອວັນທີ່ 27- 28/2 ທີ່ ຮ່າໂນ້ຍ.

ຫວຽດນາມກໍາລັງກຽມພ້ອມເປັນຢ່າງດີສໍາລັບກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງ ສະຫະລັດອາເມລິກາ - ເກົາຫຼີເໜືອ

ທ່ານລັດຖະມົນຕີຊ່ວຍວ່າການຕ່າງປະເທດ ເລ ຮວ່າຍ ຈູງ

ທ່ານລັດຖະມົນຕີຊ່ວຍວ່າການຕ່າງປະເທດ ເລ ຮວ່າຍ ຈູງ ໃຫ້ຮູ້ວ່າ  ກອງປະຊຸມສຸດຍອດສະຫະລັດອາເມລິກາ - ເກົາຫຼີເໜືອ ແມ່ນເຫດການສາກົນເຊິ່ງໄດ້ຮັບຄວາມສົນໃຈຂອງທາງຫາງສຽງຂອງພາຍໃນ ແລະ ຕ່າງປະເທດ. ກ່ຽວກັບການສອງປະເທດໄດ້ສະເຫນີໃຫ້ຫວຽດນາມເປັນເຈົ້າພາບໃນການຈັດກອງປະຊຸມສຸດຍອດຄັ້ງທີສອງນີ້ ແລະ  ຫວຽດນາມກໍ່ຕົກລົງເຫັນດີ, ດັ່ງນັ້ນກໍ່ເປັນສິ່ງທີ່ມີຄວາມຫມາຍຫຼາຍ. 
  
  
  
ຜ່ານເຫດການນີ້, ເຫັນວ່າຫວຽດນາມເປັນປະເທດທີ່ມີຄວາມຮັບຜິດຊອບໃນທາງບວກໃນວົງຄະນະຍາດສາກົນ ແລະ ມີຄວາມມຸ່ງຫວັງໄດ້ປະກອບສ່ວນເຂົ້າໃນຂະບວນການສັນຕິພາບໃນພາກພື້ນ ແລະ ໃນໂລກ; ສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດຂອງຫວຽດນາມໃນການຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍໃນເວລາຕໍ່ໜ້າແມ່ນມີບົດບາດໃນການໄກ່ເກ່ຍ. ຫວຽດນາມບໍ່ພຽງແຕ່ສ້າງຄວາມສັນຕິພາບສໍາລັບຕົວເອງເທົ່ານັ້ນ ແຕ່ກໍ່ຍັງປະກອບສ່ວນເຂົ້າໃນຂະບວນການສັນຕິພາບໃນພາກພື້ນ ແລະ ໃນໂລກ. ນີ້ແມ່ນການປ່ຽນແປງທີ່ຍິ່ງໃຫຍ່, ສະແດງບົດບາດ ແລະ ຄວາມສາມາດກໍ່ຄືການປ່ຽນແປງຂອງຫວຽດນາມໃນຫລາຍຂົງເຂດ.
  
  
  
ຜ່ານເຫດການນີ້, ພວກເຮົາກໍ່ໄດ້ຕອບສະຫນອງຄວາມຄາດຫວັງຂອງວົງຄະນະຍາດສາກົນ ແລະ ຂອງສອງປະເທດສະຫະລັດອາເມລິກາ - ເກົາຫຼີເໜືອໃນການສະເໜີຫວຽດນາມເປັນເຈົ້າພາບໃນການຈັດກອງປະຊຸມຄັ້ງນີ້, ເປັນປະເທດທີ່ມີຄວາມສະຫງົບດີ, ປອດໄພ, ມີປະສົບການຫຼາຍໃນຂະບວນການພັດທະນາ, ເປີດປະຕູ້ສູ່ພາຍນອກໃນເວລາທີ່ຜ່ານມາ ແລະ ມີການພົວພັນເປັນມິດ, ມິດຕະພາບກັບບັນດາປະເທດໃກ້ຄຽງ ແລະ ວົງຄະນະຍາດສາກົນ.
  
  

ຫວຽດນາມກໍາລັງກຽມພ້ອມເປັນຢ່າງດີສໍາລັບກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງ ສະຫະລັດອາເມລິກາ - ເກົາຫຼີເໜືອ

ຫວຽດນາມກໍາລັງກຽມພ້ອມເປັນຢ່າງດີສໍາລັບກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງ ສະຫະລັດອາເມລິກາ - ເກົາຫຼີເໜືອ

ຄວາມຫມາຍສໍາຄັນຫຼາຍອີກຢ່າງໜຶ່ງ, ເຫດການນີ້ກໍ່ແມ່ນເຫດການສໍາຄັນທີ່ຫວຽດນາມມີເງື່ອນໄຂໃນການແນະນໍາກ່ຽວກັບປະເທດ ແລະ ປະຊາຊົນຫວຽດນາມ, ກ່ຽວກັບຜົນສໍາເລັດຫຼາຍຢ່າງຂອງການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ. ຮອດມື້ນີ້ໄດ້ມີບັນດານັກຂ່າວຕ່າງປະເທດທີ່ລົງທະບຽນເຂົ້າປະເທດຫວຽດນາມມີ 2,600 ຄົນ ແລະ ນີ້ກໍ່ແມ່ນໂອກາດທີ່ຈະນໍາພາບຂອງປະເທດຫວຽດນາມໄປສູ່ໂລກ ແລະ ພວກເຂົາຊິໄດ້ເຫັນຜົນສໍາເລັດໃນທຸກດ້ານຂອງຫວຽດນາມ. 
  
ຜູ້ນໍາຂັ້ນສູງຂອງຫວຽດນາມກໍ່ໄດ້ຖືສໍາຄັນຕໍ່ເຫດການນີ້, ໂດຍສະເພາະແມ່ນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟູກ ໄດ້ຊີ້ນໍາໂດຍກົງຢ່າງໃກ້ຊິດໃນການກະກຽມ ແລະ ໄດ້ຮັບການປະສານງານຢ່າງໃກ້ຊິດ ລະຫວ່າງ ບັນດາກະຊວງ/ຂະແໜງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ. ໂດຍສະເພາະແມ່ນວຽກງານຮັກສາຄວາມປອດໄພ, ການຕ້ອນຮັບທີ່ໄດ້ຮັບການປຶກສາຫາລືກັນຢ່າງໃກ້ຊິດ ລະຫວ່າງ ຫວຽດນາມ ແລະ ສະຫະລັດອາເມລິກາ - ເກົາຫຼີເໜືອເພື່ອໃຫ້ມີແຜນການຢ່າງລະອຽດ, ໂດຍສະເພາະກ່ຽວກັບຄວາມປອດໄພກໍ່ມີແຜນການຕ່າງໆໃນການປ້ອງກັນ, ຕ້ານການລະເບີດ, ແຜນການຕຽມພ້ອມ, ແຜນການເພື່ອຮັບປະກັນຄວາມປອດໄພໃນການເຄື່ອນຍ້າຍ, ຄວາມສະຫງົບ ແລະ ຄວາມປອດໄພທາງອິນເຕີເນັດ... ຫຼາຍຂັ້ນຕອນວຽກງານທີ່ໄດ້ຈັດຕັ້ງປະຕິບັດ.
  
ກ່ຽວກັບການຕ້ອນຮັບກໍ່ເຊັ່ນດຽວກັນ, ຈາກສະຖານທີ່ຈັກອງດປະຊຸມ, ໂຮງແຮມ, ການຮັບສົ່ງໃນໄລຍະເວລາເຫດການທີ່ໄດ້ໄຂຂຶ້ນຢ່າງເປັນທາງການ. ກ່ຽວກັບດ້ານຂໍ້ມູນຂ່າວສານ, ພວກເຮົາໄດ້ກະກຽມດ້ານພື້ນຖານໂຄງລ່າງເປັນຢ່າງດີສໍາລັບສູນຂ່າວ, ຈັດຕັ້ງປະຕິບັດ ການລົງທະບຽນນັກຂ່າວ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ນັກຂ່າວຕ່າງປະເທດເຂົ້າໃນຫວຽດນາມເພື່ອເຮັດວຽກ, ຈັດຕັ້ງປະຕິບັດລະບົບຂໍ້ມູນເຄືອຂ່າຍເພື່ອສາມາດສະໜອງຂໍ້ມູນໂດຍໄວ ແລະ ທັນທີ ໃຫ້ແກ່ນັກຂ່າວຕ່າງປະເທດ. 
ມາຮອດປະຈຸບັນ, ຄວາມຄືບຫນ້າໄດ້ບັນລຸຜົນສໍາເລັດໂດຍພື້ນຖານ, ໄດ້ຮັບການຕີລາຄາສູງຈາກສອງປະເທດ ສະຫະລັດອາເມລິກາ - ເກົາຫຼີເໜືອ.

(ໄຊພອນ)

ເຫດການ
302 Found

Found

The document has moved here.