![]() | ຍອດວົງເງິນການຄ້າຂອງຫວຽດນາມ ບັນລຸ 24,44 ຕື້ USD ໃນປີ 2023 |
![]() | ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD. |
ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 24 ທັນວາ ຜ່ານມາວ່າ: ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນປີ 2024 ບັນລຸ 10 ຕື້ໂດລາ. ອີງຕາມຂໍ້ມູນສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ ທີ່ປະກາດໃນວັນທີ 23 ທັນວາ ຜ່ານມາຢູ່ ນະຄອນໂຮ່ຈິມິນ ວ່າ: ກຸ້ງ ແລະ ປາຈາ ແມ່ນສິນຄ້າສອງຊະນິດຫຼັກແຫຼ່ງປະກອບສ່ວນເຖິງ 60% ໃນວົງເງິນສົ່ງອອກ; ໃນນັ້ນ, ການສົ່ງອອກກຸ້ງບັນລຸ 4 ຕື້ໂດລາເພີ່ມຂຶ້ນ 16,7%; ປາຈາ ບັນລຸ 2 ຕື້ໂດລາເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານນາງ ຫງວຽນທິທູຊັກປະທານ Vasepໃຫ້ຮູ້ວ່າ: ໃນແຜນທີ່ສົ່ງອອກສິນໃນນ້ຳໂລກ, ປັດຈຸບັນ ຫວຽດນາມ ແມ່ນປະເທດສົ່ງອອກໃຫຍ່ອັນດັບທີ 3, ຖັດຈາກ ຈີນ ແລະ ນອກແວ. ນີ້ແມ່ນຫຼັກຖານທີ່ສະແດງໃຫ້ເຫັນວ່າ ຂະແໜງສິນໃນນ້ຳ ພວມໄປຖືກທິດໃນການຍົກສູງມູນຄ່າເພີ່ມຂອງຜະລິດຕະພັນ.
![]() |
ການສົ່ງອອກສິນໃນນ້ຳ ຂອງຫວຽດນາມ ບັນລຸ 10 ຕື້ໂດລາ |
ແຫຼ່ງວັດຖຸດິບ ໄດ້ຮັບການປັບປຸງ, ຕະຫຼາດສົ່ງອອກສືບຕໍ່ໄດ້ຮັບການເປີດກວ້າງ, ບັນດາວິສາຫະກິດສິນໃນນ້ຳ ຫວຽດນາມ ນັບມື້ນັບສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຄວາມສາມາດ, ລະດັບການປຸງແຕ່ງ ແລະ ຜະລິດຕະພັນທີ່ມີຄຸນນະພາບສູງ ແມ່ນພື້ນຖານຊ່ວຍໃຫ້ຂະແໜງສິນໃນນ້ຳ ຫວຽດນາມ ສາມາດບັນລຸຫຼາຍກວ່າລະດັບ 10 ຕື້ໂດລາ ໃນປີ 2025, ມຸ່ງໄປເຖິງບັນລຸເປົ້າໝາຍ 11 ຕື້ໂດລາ.
![]() | ສປປ ລາວ: 9 ເດືອນຕົ້ນປີ ມູນຄ່າການສົ່ງອອກ ສິນຄ້າ ບັນລຸເກືອບ 6 ຕື້ໂດລາ ຍສໝ - 9 ເດືອນຕົ້ນປີ 2023 ນີ້, ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 5.954,75 ລ້ານໂດລາສະຫະລັດ, ເທົ່າກັບ 72,94% ຂອງແຜນການ, ຄາດວ່າໝົດປີຈະປະຕິບັດໄດ້ 8.036,99 ລ້ານໂດລາສະຫະລັດ, ເທົ່າກັບ 97,71% ຂອງແຜນການ |
![]() | ຫວຽດນາມ ສົ່ງອອກສິນໃນນໍ້າ ຈະບັນລຸຫລາຍກວ່າ 9 ຕື້ໂດລາ ຍສໝ - ກົມໃຫຍ່ພາສີ ຫວຽດນາມ ລາຍງານວ່າ: ເດືອນກັນຍາ ຜ່ານມານີ້ ການສົ່ງອອກ ສິນໃນນໍ້າ ຂອງຫວຽດນາມ ບັນລຸ ຫລາຍກວ່າ 814 ລ້ານໂດລາ ສະຫະລັດ, ໂດຍສະເພາະ ສ.ອາເມລິກາ ລວມມີ 150 ລ້ານໂດລາ ສະຫະລັດ, ເພີ່ມຂຶ້ນເກືອບ 5% |
ມີງດຶກ