![]() |
ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງຫົວພັນ.
ໃນບົດລາຍງານຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງຫົວພັນ ທີ່ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 7 ສະພາປະຊາຊົນແຂວງຫົວພັນຊຸດທີ 1 ໃນມື້ທຳອິດຂອງກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງຫົວພັນໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019 ນີ້ວ່າ: ເພື່ອເຮັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ຈະຕ້ອງໄດ້ເອົາໃຈໃສ່ບາງບັນຫາຄື: ສຸມໃສ່ເຮັດໃຫ້ແຂວງຫົວພັນມີສະຖຽນລະພາບທາງດ້ານການເມືອງ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມສະຫງົບປອດໄພ ແລະ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມໃຫ້ມີປະສິດທິຜົນກວ່າເກົ່າ ເພື່ອເປັນພື້ນຖານອັນໜັກແໜ້ນໃກ້ແກ່ການພັດທະນາເສດຖະກິດ – ສັງຄົມຂອງແຂວງ.
ຄາດວ່າໃນປີນີ້ແຂວງຫົວພັນຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຈະໃຫ້ບັນລຸ 3.004 ຕື້ກວ່າກີບ, ລາຍຮັບສະເລ່ຍໃສ່ຫົວຄົນຈະໃຫ້ໄດ້ 9 ລ້ານກວ່າກີບຕໍ່ຄົນຕໍ່ປີ ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 8,97 % .ໃນນັ້ນຂະແໜງກະສິກຳ – ປ່າໄມ້ເພີ່ມຂຶ້ນ 8,09% ກວມເອົາ 53,53%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 7,98% ກວມເອົາ 15,29% ແລະ ຂະແໜງບໍລິການເພີ່ມຂຶ້ນ 8,12% ຂອງ GDP. ໃນນີ້ການລົງທຶນຂອງລັດຈະໄດ້ສືບຕໍ່ຊໍາລະໃຫ້ບັນດາໂຄງການຕາມທີ່ໄດ້ຮັບທຶນອະນຸມັດຈາກສະພາແຫ່ງຊາດໃນຈຳນວນ 188,12 ຕື້ກີບໃຫ້ໃຫ້ບັນດາບໍລິສັດຈຳນວນ 239 ໂຄງການເປັນມູນຄ່າ 121,5 ຕື້ກີບ ໃຫ້ສໍາເລັດ ຕາມແຜນອະນຸມັດຂອງສະພາແຫ່ງຊາດ; ສືບຕໍ່ອອກໃບອະນຸຍາດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ປະມານ 20 ໂຄງການ ມີມູນຄ່າການລົງທຶນທັງໝົດ ປະມານ 50,37 ລ້ານໂດລາສະຫະລັດ, ເຊັນສັນຍາຄວາມເປັນໄປໄດ້ໃນການລົງທຶນ 6 ຫົວໜ່ວຍ;ສ່ວນທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມຈະຈັດຕັ້ງປະຕິບັດໂຄງການສືບຕໍ່ ແລະ ໂຄງການໃໝ່ທັງໝົດປະມານ 38 ໂຄງການເປັນມູນຄ່າ 155,62 ຕື້ກີບ.
ເອົາໃຈໃສ່ຊຸກຍູ້ປະຊາຊົນທຳການຜະລິດກະສິກຳດ້ວຍການປູກຝັງ – ລ້ຽງສັດໃຫ້ຫຼາຍຂຶ້ນເພື່ອຮອງຮັບການສະໜອງດ້ານສະບຽງອາຫານຢູ່ພາຍໃນແຂວງໃຫ້ພຽງພໍທັງເປັນສິ້ນຄ້າສົ່ງອອກ,ທີ່ເປັນການເພີ່ມລາຍໄດ້ໃຫ້ພໍ່ແມ່ປະຊາຊົນນັບມື້ສູງຂຶ້ນ; ສູ້ຊົນເຮັດໃຫ້ອັດຕາການຊົມໃຊ້ໄຟຟ້າເຂົ້າເຖິງບ້ານທີ່ຫ່າງໄກຊອກຫຼີກໃຫ້ໄດ້ 91,97% ຂອງຈຳນວນບ້ານທັງໝົດໃນທົ່ວແຂວງ, ຂະຫຍາຍອັດຕາການຊົມໃຊ້ໄຟຟ້າໃນຄົວເຮືອນໃຫ້ໄດ້ 85,70%ຂອງຈຳນວນຄອບຄົວທັງໝົດ, ຂະຫຍາຍເສັ້ນທາງແລ່ນໄດ້2ລະດູໃຫ້ກວມເອົາ 50,23 % ຂອງຈໍານວນບ້ານທັງໝົດ. ວຽກງານການຄ້າສູ້ຊົນເຮັດໃຫ້ມູນຄ່າສິ້ນຄ້າສົ່ງອອກໃຫ້ໄດ້ 2,44 ລ້ານໂດລາ, ມູນຄ່າສິ້ນຄ້ານໍາເຂົ້າໃຫ້ໄດ້ 0,77 ລ້ານໂດລາ, ສືບຕໍ່ຊີ້ນຳພະແນການເງິນແຂວງ, ພະແນການກ່ຽວຂ້ອງ ແລະ ບັນດາເມືອງ ຕ້ອງສູ້ຊົນເກັບລາຍຮັບໃນ 6 ເດືອນທ້າຍປີໃຫ້ໄດ້ 59,12 ຕື້ກີບ ຄຸ້ມຄອງລາຍຈ່າຍຕາມແຜນບໍ່ໃຫ້ເກີນ 361,29 ຕື້ກີບ ແລະ ວຽກງານອື່ນໆໃຫ້ບັນລຸຕາມແຜນການທີ່ວາງໄວ້.
(ແຫຼ່ງຂໍ້ມູນ: Houaphan News)