ຍ່າງເພື່ອສັນຕິພາບຂອງມະນຸດຢູ່ ດ່າໜັງ: ເຜີຍແຜ່ນ້ຳໃຈສາມັກຄີ ແລະ ຄວາມຮັກແພງ

22:01 | 23/03/2025

​ຍສໝ - ເພື່ອ​ເຜີຍ​ແຜ່​ນ້ຳ​ໃຈ​ສາມັກຄີ, ຄວາມ​ຮັກ​ແພງ ​ແລະ ຄວາມ​​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງບັນດາ​ປະຊາຊົນ, ປະ​ເທດ​ຊາດ ​ແລະ ບັນດາປະຊາ​ຄົມ​ໃນ​ທົ່ວ​ໂລກ, ​ລາຍການ "ຍ່າງ​ເພື່ອ​ສັນ​ຕິ​ພາບ​ຂອງ​ມະນຸດ 2025” ​ໄດ້​ດຳ​ເນີນ​​ຢູ່​ເມືອງ ຫງູແຮງ​ເຊີນ ໂດຍນະຄອນ ດ່າ​ໜັງ ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ກ່ວາ 300 ຄົນ.

ດ່າໜັງ: ເຕັມໄປດ້ວຍສີສັນວັດທະນະທຳ ລັດເຊຍ ໃນງານບຸນອຳລາລະດູໜາວຢ່າງຄຶກຄັກ
ດ່າໜັງ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດ ລາວ

ກ່າວ​ຄຳ​ປາໄສ​ທີ່​ລາຍການ, ທ່ານ​ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ດ່າ​ໜັງ ​ເລ​ວັນ​ຈຸງ ​ເນັ້ນ​ໜັກ​ວ່າ "ຍ່າງ​ເພື່ອ​ສັນ​ຕິ​ພາບ​ຂອງ​ມະນຸດ 2025” ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ, ​ເຜີຍ​ແຜ່​ນ້ຳ​ໃຈ​ສາມັກຄີ, ຄວາມ​ຮັກ​ແພງ ​ແລະ ຄວາມ​​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງບັນດາ​ປະຊາຊົນ, ປະ​ເທດຊາດ ​ແລະ ບັນດາປະຊາ​ຄົມໃນທົ່ວ​ໂລກ. ທຸກໆບາດກ້າວບົນດິນແດນທີ່ສວຍງາມຂອງ ຫງູແຮງ​ເຊີນ, ນະຄອນ ດ່າໜັງ ບໍ່ພຽງແຕ່ເປັນການຝຶກຝົນສຸຂະພາບເທົ່ານັ້ນ, ຫາກຍັງເປັນຄຳຢັ້ງຢືນຢ່າງໜັກແໜ້ນເຖິງຄວາມຕັດສິນໃຈມຸ່ງໄປເຖິງສັນຕິພາບ ແລະ ການພັດທະນາແບບຍືນຍົງ.

ຍ່າງເພື່ອສັນຕິພາບຂອງມະນຸດຢູ່ ດ່າໜັງ: ເຜີຍແຜ່ນ້ຳໃຈສາມັກຄີ ແລະ ຄວາມຮັກແພງ

ທ່ານ​ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດ​ນາມ ນະ​ຄອນ ດ່າ​ໜັງ ເຈີນທິເມິ້ນ ໄດ້​ມອບ​ທຸງ​ຊາດ ແລະ ດອກ​ໄມ້​ໃຫ້​ບັນ​ດາ​ຜູ້​ແທນ - (ພາບ: ຫງວຽນແອັງ- ເຍິດທ້ວນ/danang.gov.vn).

​ລາຍການ​ດັ່ງກ່າວ​ຍັງ​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ສຳຄັນ​ການຝຶກຝົນສຸຂະພາບ, ສ້າງ​ນິ​ໄສ​ການ​ອອກ​ກຳ​ລັງ​ກາຍ​ເພື່ອ​ຮັກສາ​ສຸຂະພາບ, ຊ່ວຍ​ໃຫ້​ຊີວິດ​ກາຍເປັນປອດໃສ ​ແລະ ຕັ້ງໜ້າກວ່າ.

ທີ່ເຫດການ, ຄະນະກຳມາທິການສັນຕິພາບນະຄອນ ດ່າໜັງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ແລະ ເພື່ອນມິດສາກົນພວມທີ່ເຮັດວຽກ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ນະຄອນ ດ່າໜັງ ສົມທົບກັນຮ່ວມແຮງຮ່ວມໃຈກະທຳ, ປະກອບສ່ວນສຽງເວົ້າເຂົ້າໃນຄວາມສາມັກຄີ, ມະນຸດສະທຳ ແລະ ຄວາມຕັດສິນໃຈສ້າງສັນຕິພາບແບບຍືນຍົງ, ມຸ່ງໄປເຖິງອະນາຄົດທີ່ດີງາມໃນທົ່ວໂລກກວ່າອີກ.

ທ່ານ Mori Takero, ຫົວໜ້າກົງສູນໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນ ດ່າໜັງ ໄດ້ສະແດງຄວາມເຄົາລົບ ແລະ ຕື້ນຕັນໃຈຕໍ່ການເຂົ້າຮ່ວມການເຄື່ອນໄຫວເຕັມໄປດ້ວຍມີມະນຸດສະທຳ ແລະ ມີຄວາມໝາຍ. ພິເສດແມ່ນໃນສະພາບການຂອງໂລກທີ່ຍັງຄົງຕົວມີຄວາມຂັດແຍ້ງກັນ, ການຍູ້ແຮງນ້ຳໃຈສາມັກຄີ ແລະ ການຮ່ວມມືສາກົນແມ່ນກຸນແຈເພື່ອມຸ່ງໄປເຖິງຄວາມເຂົ້າໃຈ ແລະ ສັນຕິພາບທີ່ຍາວນານ.

ຍ່າງເພື່ອສັນຕິພາບຂອງມະນຸດຢູ່ ດ່າໜັງ: ເຜີຍແຜ່ນ້ຳໃຈສາມັກຄີ ແລະ ຄວາມຮັກແພງ

ການ​ຍ່າງ​ໄດ້​ເຜີຍ​ແຜ່​ນ້ຳ​ໃຈ​ສາມັກຄີ, ຄວາມ​ຮັກ​ແພງ ​ແລະ ຄວາມ​​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ບັນດາປະຊາຊົນ, ປະ​ເທດ​ຊາດ ​ແລະ ບັນດາປະຊາ​ຄົມ​ໃນ​ທົ່ວ​ໂລກ - (ພາບ: ຫງວຽນ​ແອັງ - ເຍິດທ້ວນ/danang.gov.vn).

ກໍ່ຜ່ານ​ການ​ເຄື່ອນ​ໄຫວ​ນີ້ ​ແນ​ໃສ່​ເຜີຍ​ແຜ່​​ສານ​ແຫ່ງ​ຄວາມ​ຮັກ​ແພງ​ສັນຕິພາບ, ຄວາມຕັ້ງໝັ້ນ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ບືນຕົວຂຶ້ນຂອງ​ນະຄອນ ດ່າໜັງ ​ໃນ​ສັງກາດ​ໃໝ່​ຂອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ. ຜ່ານນັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງເພື່ອນມິດສາກົນ​​ຮູບ​ພາບ​ນະຄອນ ​ດ່າ​ໜັງ ​ທີ່​ປອດ​ໄພ, ສະໜິດສະໜົມ ​ແລະ ຄຸ້ມຄ່າດໍາລົງຊີວິດ, ​ແມ່ນ​ສະຖານ​ທີ່​ທີ່ຍາມໃດກໍ່​ເປີດກວ້າງ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຢ່າງ​ເປີດ​ອົກ​ເປີດ​ໃຈ.

SEEDS ມອບໂອກາດການຮໍ່າຮຽນໃຫ້ແກ່ ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດ່າໜັງ SEEDS ມອບໂອກາດການຮໍ່າຮຽນໃຫ້ແກ່ ນັກຮຽນ, ນັກສຶກສາ 196 ຄົນ ທີ່ມີສະພາບຄວາມຫຍຸ້ງຍາກຢູ່ ດ່າໜັງ

ຍສໝ - ຄະນະກໍາມະການປະຊາຊົນ ນະຄອນ​ດ່າໜັງ ​ຫາກໍ່ໄດ້ປະກາດໃຊ້ ​ມະຕິ​ສະບັບ​ເລກທີ 2017/QD-UBND​ ວ່າດ້ວຍການອະນຸມັດການຮັບເອົາ​ເງິນ​ກວ່າ 4,1 ຕື້​ດົ່ງ​ ຈາກ​ໂຄງການທຶນ​ໜູນ​ຊ່ວຍ​ການ​ສຶກສາ ​ແລະ ພັດທະນາທັກສະຂອງ SEEDS ​ໃຫ້​ນັກຮຽນ, ນັກ​ສຶກສາ 196 ຄົນ ທີ່ມີຜົນການຮຽນເກັ່ງແຕ່ມີສະພາບ​ຄວາມ​ຫຍຸ້ງຍາກ ​ຢູ່ເຂດນະຄອນ ໂດຍອົງການ Pacific Links Foundation ອຸປະຖໍາ.

ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດຈາກມານີລາ (ຟີລິບປິນ) ດ່າໜັງ ຕ້ອນຮັບຖ້ຽວບິນທຳອິດຈາກມານີລາ (ຟີລິບປິນ)

ຍສໝ - ໃນ ​ເວລາ 9:30 ​ໂມງ​ຂອງ​ວັນ​ທີ 7 ທັນວາ​ນີ້, ຖ້ຽວ​ບິນ​ທຳ​ອິດ​ໝາຍເລກ 5J 5756 ຈາກ​ນະຄອນຫຼວງ​ມະ​ນີລາ (ຟີ​ລິບ​ປິນ) ​ໄດ້​ລົງ​ຈອດ​ຢູ່​ສະໜາມ​ບິນ​ສາກົນ​ດ່າ​ນັງ, ​ໄດ້​ນຳ​ເອົາ​ຜູ້​ໂດຍສານ​ຟີ​ລິບ​ປິນ 177 ຄົນ​ໄປ​ຢ້ຽມຢາມ ​ແລະ ປະສົບ​ກັບ​ການ​ບໍລິການ​ທ່ອງ​ທ່ຽວ​ຢູ່​ຖະໜົນ​ດານັງ.

ແທັງຮັ່ງ

ເຫດການ