ເພີ່ມ​ພູນຄູນສ້າງຄວາມ​ສາມັກຄີມິດຕະພາບ​ຮ່ວມສາຍພູຫຼວງ (ສາຍພູ​ເຈື່ອງ​ເຊີນ)

00:50 | 16/10/2023

Vun đắp tình đoàn kết hữu nghị chung dãy Trường Sơn ເພີ່ມ​ພູນຄູນສ້າງ ​ຄວາມ​ສາມັກຄີ ມິດຕະພາບ​ ຮ່ວມສາຍພູຫຼວງ ພູ​ເຈື່ອງ​ເຊີນ

ນ້ຳກ້າມຂາວ​ປົກ​ຄຸມທົ່ວຈອມພູ ອູບໍ່, ເຊີນ​ລາ ນ້ຳກ້າມຂາວ​ປົກ​ຄຸມທົ່ວຈອມພູ ອູບໍ່, ເຊີນ​ລາ
ບຸນ​ເຕັດ​ໄດ້ໄປ​ຮອດ​ ເຈື່ອງ​ຊາ​ ບຸນ​ເຕັດ​ໄດ້ໄປ​ຮອດ​ ເຈື່ອງ​ຊາ​

ເພີ່ມ​ພູນຄູນສ້າງຄວາມ​ສາມັກຄີມິດຕະພາບ​ຮ່ວມສາຍພູ​ເຈື່ອງ​ເຊີນ

ຜ່ານ​ການ​ເຄື່ອນ​ໄຫວ​ແຮກສ່ຽວລະຫວ່າງບ້ານ-ບ້ານ, ປະຊາຊົນ​ສອງ​ຟາກຊາຍ​ແດນ​ຫວຽດນາມ-ລາວ ​ຮ່ວມສາຍພູ​​ເຈື່ອງ​ເຊີນ ​ບໍ່​ພຽງ​ແຕ່​ຊ່ວຍເຊິ່ງເຫຼືອເຊິ່ງກັນ ​ແລະກັນ​ໃນ​ການ​ກໍ່ສ້າງ​ໂຄງການ​ສ້າງ​ເຮືອນ​ຢູ່​ຊຸມ​ຊົນ; ຊ່ວຍເຫຼືອຕົ້ນເບ້ຍໄມ້, ອຸປະກອນຮັບໃຊ້ວຽກງານປ້ອງກັນໄພທຳມະຊາດ ແລະ ພະຍາດລະບາດເຊິ່ງກັນ ແລະ ກັນເທົ່ານັ້ນ… ຫາກຍັງແລກປ່ຽນປະສົບການໃນການພັດທະນາເສດຖະກິດ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວພົບປະແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ ແລະ ກາຍຍະກຳ.

ແຂວງເງະອານ ມີເສັ້ນຊາຍແດນຍາວກວ່າ 468 ກິໂລແມັດ (84 ບ້ານ, 27 ຕາແສງ, 6 ເມືອງ) ຕິດກັບ (40 ບ້ານໃນກຸ່ມບ້ານ, 6 ເມືອງ) 3 ແຂວງຄື: ຫົວພັນ, ຊຽງຂວາງ ແລະ ບໍລິຄຳໄຊ ສປປ ລາວ.

​ເມື່ອ 10 ປີກ່ອນ, ວັນທີ 30 ພະຈິກ 2013, ຄູ່ບ້ານເມື່ອງຟູ້ (ຕາແສງ ໂທງຖູ້, ເມືອງ ເກ໋ຟ່ອງ, ແຂວງ ເງະອານ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ) ແລະ ບ້ານນ້ຳໄຕ (ກຸ່ມບ້ານວຽງພັນ, ເມືອງຊຳໃຕ້, ແຂວງຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ໄດ້ຖືກຄັດເລືອກໃຫ້ຈັດພິທີແຮກສ່ຽວບ້ານ-ບ້ານ ຄັ້ງທຳອິດຂອງບ້ານຊາຍແດນ ແຂວງເງະອານ ຕິດກັບບ້ານຂອງ 3 ແຂວງຂອງລາວ.

 Lễ kết nghĩa giữa cặp bản Mường Phú, xã Thông Thụ, huyện Quế Phong, Nghệ An, nước CHXHCN Việt Nam với bản Nậm Táy, cụm bản Viêng Phăn, huyện Sầm Tớ, Hủa Phăn, nước CHDCND Lào ພິທີແຮກສ່ຽວ ລະຫວ່າງ ຄູ່ບ້ານ ເມືອງຟູ້, ຕາແສງ ທົງທູ, ເມືອງ ເກ້ຟອງ, ແຂວງ ເງ້ອານ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກັບ ບ້ານນ້ຳໄຕ, ກຸ່ມບ້ານວຽງພັນ, ເມືອງຊຳໃຕ້, ແຂວງຫົວພັນ, ສປປ ລາວ
ພິທີແຮກສ່ຽວ ລະຫວ່າງຄູ່ບ້ານ ເມື່ອງຟູ້, ຕາແສງ ໂທງຖູ້, ເມືອງ ເກ໋ຟອງ, ແຂວງ ເງະອານ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ກັບ ບ້ານນ້ຳໄຕ, ກຸ່ມບ້ານວຽງພັນ, ເມືອງຊຳໃຕ້, ແຂວງຫົວພັນ, ສປປ ລາວ

ໂດຍປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ລົງ​ນາມ, ປະຊາຊົນ​ທັງສອງບ້ານແຮກສ່ຽວສອງຟາກຊາຍແດນ ​​ໄດ້​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ເສັ້ນ​ຊາຍ​ແດນ ​ແລະ ຫຼັກ​ໝາຍ​ແຫ່ງ​ຊາດ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ພັດທະນາ​ເສດຖະກິດ ​ແລະ ຊີວິດ​ການ​ເປັນ​ຢູ່. ປະຈຸ​ບັນ, ສະພາບ​ການ​ດ້ານ​ການ​ເມືອງ ​ຢູ່​ເຂດສອງຟາກ​ຊາຍ​ແດນ​ມີ​ຄວາມ​ໝັ້ນຄົງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ດີ​ຂຶ້ນ.

ທ່ານ ເລືອງວັນຫງວຽນ, ນາຍບ້ານ ເມື່ອງຟູ້, ຕາແສງ ໂທງຖູ້, ເມືອງ ເກີ໋ຟ່ອງ ໃຫ້ຮູ້ວ່າ: ສອງຝ່າຍໄດ້ມອບເບ້ຍໄມ້ ແລະ ພັນສັດ, ຊ່ວຍເຊິ່ງກັນ ແລະ ກັນໃນດ້ານເຕັກນິກການປູກຝັງ ລ້ຽງສັດ. ພາຍຫຼັງ​ສອງ​ບ້ານ​ໄດ້​ຈັດ​ຕັ້ງ​ແຮກສ່ຽວ, ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງຟາກ ​ນັບ​ມື້​ນັບ​ສະໜິດ​ແໜ້ນ, ພ້ອມ​ກັນ​ປົກ​ປັກ​ຮັກສາ ​ແລະ ປ້ອງກັນຄວາມ​ສະຫງົບ​ປອດ​ໄພ​ຊາຍ​ແດນ​ຮ່ວມ.

Lễ kết nghĩa giữa cặp bản Phà Chiếng, huyện Kỳ Sơn, tỉnh Nghệ An, nước CHXHCN Việt Nam với bản Pủng Vái, cụm bản Phà Đánh, huyện Mường Quắn, tỉnh Hủa Phăn, nước CHDCND Lào ພິທີແຮກສ່ຽວ ລະຫວ່າງ ຄູ່ບ້ານ ຜາຈຽງ, ເມືອງ ກີເຊີນ, ແຂວງ ເງ້ອານ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ບ້ານ ປຸ່ງຫວາຍ, ກຸ່ມບ້ານ ຜາແດງ, ເມືອງກວັນ, ແຂວງ ຫົວພັນ, ສປປ ລາວ
ພິທີແຮກສ່ຽວ ລະຫວ່າງ ຄູ່ບ້ານ ຜາຈຽງ, ເມືອງ ກີເຊີນ, ແຂວງ ເງະອານ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ບ້ານ ປຸ້ງວ້າຍ, ກຸ່ມບ້ານ ຜາແດງ, ເມືອງກວັນ, ແຂວງ ຫົວພັນ, ສປປ ລາວ

ມາ​ຮອດ​ປະຈຸ​ບັນ ​ແຂວງ ເງະອານ ​ແລະ 3 ​ແຂວງ​ປະເທດເພື່ອນທີ່​ມີ​ຊາຍ​ແດນ​ຮ່ວມ ໄດ້​ລົງ​ນາມ​ແຮກສ່ຽວ 21 ຄູ່ ບ້ານ-ບ້ານ ສອງຟາກຊາຍແດນ. ​ຜ່ານ​ການ​ເຄື່ອນ​ໄຫວ​ແຮກສ່ຽວບ້ານ-ບ້ານ ລະຫວ່າງ​ແຂວງ ​ເງະອານ ກັບ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຮ່ວມ​ກັບ​ລາວ ​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ສອງ​ຝັ່ງ​ຊາຍ​ແດນ ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກວ່າເກົ່າກ່ຽວ​ກັບ​ແນວທາງ ​ແລະ ນະ​ໂຍບາຍ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ, ກໍ່ຄື​ຄວາມ​ຮັບ​ຮູ້, ມີສະຕິຄວາມ​ຮັບຜິດຊອບ​ໃນການປະສານ​ສົມທົບ ​ແລະ ​ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຄວາມ​ໝັ້ນຄົງຂອງ​ເຂດຊາຍ​ແດນ; ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ ​ແລະ ປະຕິບັດ​ລະບຽບ​ກົດໝາຍທີ່​ກ່ຽວຂ້ອງ​ເຖິງ​ຊາຍ​ແດນ​ຂອງ​ແຕ່ລະ​ຝ່າຍ; ຮ່ວມ​ກັນ​ສ້າງ​ເສັ້ນ​ຊາຍ​ແດນທີ່ມີ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ. ​ພະນັກງານ ແລະ ປະຊາຊົນ​ບັນດາ​ບ້ານ​ສອງຟາກຊາຍ​ແດນ ​ກໍ່​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ເຊິ່ງກັນ ​ແລະ ກັນ ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ການ​ເຄື່ອນ​ໄຫວ​ຂ້າມ​ຊາຍ​ແດນທີ່​ຜິດ​ກົດໝາຍ, ການ​ລ່າ​ສັດທີ່​ຫາ​ຍາກ, ການ​ຂຸດ​ຄົ້ນ ​ແລະ ຂົນ​ສົ່ງ​ຜະບິດຕະພັນໄມ້​ທີ່​ຜິດ​ກົດໝາຍ,...

Bộ chỉ huy BĐBP Nghệ An hỗ trợ kinh phí, khởi công xây dựng bể nước cho bản Pủng Vái, cụm bản Phà Đánh, huyện Mường Quắn, tỉnh Hủa Phăn, nước CHDCND Lào  ກອງບັນຊາການທະຫານຊາຍແດນແຂວງ ເຫງະອານ ໃຫ້ການສະໜັບສະໜູນດ້ານງົບປະມານ ແລະ ເລີ່ມກໍ່ສ້າງອ່າງເກັບນໍ້າ ໃຫ້ແກ່ບ້ານ ປຸ່ງຫວາຍ, ກຸ່ມບ້ານຜາແດງ ເມືອງກວັນ, ແຂວງ ຫົວພັນ, ສປປ ລາວ.
ກອງບັນຊາການທະຫານຊາຍແດນແຂວງ ເງະອານ ໃຫ້ການໜູນຊ່ວຍດ້ານງົບປະມານ ແລະ ເລີ່ມກໍ່ສ້າງອ່າງເກັບນໍ້າໃຫ້ແກ່ບ້ານ ປຸ້ງວ້າຍ, ກຸ່ມບ້ານຜາແດງ ເມືອງກວັນ, ແຂວງ ຫົວພັນ, ສປປ ລາວ.
Đại diện Bộ Tư lệnh BĐBP, BĐBP Nghệ An khánh thành “Nhà văn hóa cộng đồng” tặng bản Nậm Táy, cụm bản Viêng Phăn, huyện Sầm Tớ, tỉnh Hủa Phăn (Lào)  ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນ ແຂວງເຫງະອານ ໄດ້ເປີດ “ເຮືອນວັດທະນະທໍາຊຸມຊົນ” ໃຫ້ແກ່ກຸ່ມບ້ານນ້ຳໄຕ້, ກຸ່ມບ້ານວຽງພັນ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ)
ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນ ແຂວງເງະອານ ໄດ້ຈັດພິທີເປີດນຳໃຊ້ “ເຮືອນວັດທະນະທໍາຊຸມຊົນ” ທີ່ມອບໃຫ້ແກ່ບ້ານນ້ຳໄຕ້, ກຸ່ມບ້ານວຽງພັນ, ເມືອງຊຳໃຕ້, ແຂວງຫົວພັນ (ລາວ)
 Đồn Biên phòng Mỹ Lý, BĐBP Nghệ An hỗ trợ kinh phí cho học sinh bản giáp biên nước bạn Lào có hoàn cảnh khó khan  ປ້ອມທະຫານ​ປ້ອງ​ກັນ​ຊາຍ​ແດນມີ້ລີ້ ເງະອ່ານ ​ໄດ້​ຊ່ວຍເຫຼືອ​ດ້ານ​ການ​ເງິນ ​ໃຫ້​ແກ່​ນັກຮຽນ​ບັນດາ​ໝູ່​ບ້ານ​ຊາຍ​ແດນ​ລາວ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.
ປ້ອມທະຫານ​ປ້ອງ​ກັນ​ຊາຍ​ແດນມີ້ລີ້ ເງະອານ ​ໄດ້​ຊ່ວຍເຫຼືອ​ດ້ານ​ລາຍຈ່າຍ ​ໃຫ້​ແກ່​ນັກຮຽນ​ທີ່ຢູ່​ບ້ານ​ຕິດຊາຍ​ແດນ​ລາວ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

ທ່ານພັນເອກ ເຈີ່ນດັ່ງຄວາ, ຮອງຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງ ເງະອານ ໃຫ້ຮູ້ວ່າ: ຫົວໜ່ວຍໄດ້ເປັນເສນາທິການໃຫ້ຄະນະກໍາມະການປະຊາຊົນແຂວງ ເງະອານ ໜູນຊ່ວຍລາຍຈ່າຍຊ່ວຍບັນດາບ້ານຕິດກັບຊາຍແດນຂອງປະເທດເພື່ອນ ກໍ່ສ້າງພື້ນຖານການດຳລົງຊີວິດຂອງປະຊາຊົນຄື: ຊ່ວຍເຫຼືອບ້ານນໍ້າໄຕ້, ກຸ່ມບ້ານວຽງພັນ, ເມືອງຊຳໃຕ້, ແຂວງຫົວພັນ ສ້າງ “ເຮືອນວັດທະນະທຳຊຸມຊົນ” 1 ຫລັງ ແລະ ສ້າງ “ເຮືອນມິດຕະພາບ” 3 ຫຼັງ ໃຫ້ແກ່ຄອບຄົວທຸກຍາກ ດ້ວຍມູນຄ່າເກືອບ 1,3 ຕື້ດົ່ງ; ກໍ່ສ້າງໂຮງໝໍມິດຕະພາບ ທະຫານ-ພົນລະເຮືອນ ຢູ່ບ້ານ ສົບເຕິງ, ກຸ່ມບ້ານນ້ຳອອນ, ເມືອງໄຊຈຳພອນ, ແຂວງບໍລິຄຳໄຊ ມູນຄ່າກວ່າ 14,9 ຕື້ດົ່ງ; ໂຄງການ​ນ້ຳ​ສະອາດ​ບ້ານ​ປຸ້ງ​ວ້າຍ, ກຸ່ມ​ບ້ານ​ຜາ​ແດງ, ​ເມືອງ​ກວັນ, ​ແຂວງ​ຫົວພັນ...

​ເນື່ອງ​ໃນ​ໂອກາດ​ວັນ​ບຸນ​ໃຫຍ່ ​ແລະ ວັນ​ບຸນປີໃໝ່​ປະ​ເພນີຂອງ 2 ປະ​ເທດ, ລັດຖະບານ ​ແລະ ປະຊາຊົນ​ບ້ານທີ່​ແຮກສ່ຽວ ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ກິລາ​, ເຮັດໃຫ້ຊີວິດ​ການ​ເປັນ​ຢູ່ດ້ານວັດທະນະທຳ ແລະ ຈິດໃຈຂອງ​ປະຊາຊົນບັນດາ​ເຜົ່າ​ຢູ່​ຊາຍ​ແດນມີຄວາມອຸດົມສົມບູນກວ່າ. ພ້ອມ​ນັ້ນ, ກໍ່ໄດ້ປະກອບສ່ວນ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ສະໜິດ​ສະໜົມລະຫວ່າງ​ປະຊາຊົນ​ສອງ​ຟາກຊາຍ​ແດນ, ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ຫວຽດນາມ - ລາວ ທີ່ມີສັນຕິພາບ, ມິດຕະພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ./.

ອານຸໄຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.