ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ

06:16 | 27/09/2021

ຍສໝ - ເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້
IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19 IMF ຈະໜູນຊ່ວຍຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກຂອງໂລກລະບາດໂຄວິດ-19

ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຊົມເຊີຍບັນດາຜົນສຳເລັດອັນໃຫຍ່ຫຼວງທີ່ປະຊາຊົນຈີນບັນລຸໄດ້ພາຍໃຕ້ການນຳ ພາຂອງພັກກອມມູນິດຈີນ ໃນຕະຫຼອດໄລຍະ 100 ປີຜ່ານມາ ແລະໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງຈີນໃນການຄວບຄຸມພະຍາດ ແລະ ການພັດທະນາເສດຖະກິດສັງຄົມ.

ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ
ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ. ພາບ:TTXVN

ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ຊົມເຊີຍວັນຊາດຈີນ ຄົບຮອບ 72 ປີ ແລະສະແດງຄວາມເຊື່ຶືອໝັ້ນວ່າ ປະຊາຊົນຈີນພາຍໃຕ້ການນຳພາຂອງພັກກອມມູນິດຈີນ ເຊິ່ງທ່ານສີຈີ້ນຜິງ ເປັນແກ່ນສານ ຈະຈັດຕັ້ງປະຕິບັດຢ່າງມີໄຊເປົ້າໝາຍການສ້າງສາປະເທດຈີນໃຫ້ກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ຮັ່ງມີ ແລະເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະສວຍງາມ.

ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ເຖິງວ່າການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງທຸກດ້ານຂອງຊີວິດສາກົນ ແລະການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງປະເທດກໍ່ຕາມ ແຕ່ສາຍພົວພັນສອງພັກລະຫວ່າງຫວຽດນາມ-ຈີນຍັງສືບຕໍ່ຮັກສາໄວ້ໄດ້.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມຂອບໃຈເລື່ອງ ຈີນ ໄດ້ແບ່ງປັນບົດຮຽນ, ໜູນຊ່ວຍວັກຊິນໃຫ້ແກ່ຫວຽດນາມ, ທ່ານປາດຖະໜາວ່າ ສອງຝ່າຍຈະສືບຕໍ່ສະຫງວນບຸລິມະສິດສູງ ໃຫ້ແກ່ການຜັນຂະຫຍາຍການຮ່ວມມືປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ການຟື້ນຟູ, ພັດທະນາຫຼັງໂລກລະບາດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນ ຫວຽດນາມຖືເປັນສຳຄັນສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ແລະເນັ້ນໜັກການເສີມຂະຫຍາຍການພົວພັນດ້ານການເມືອງ, ໃນນັ້ນ ມີການເພີ່ມທະວີການແລກປ່ຽນຂັ້ນສູງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີການປັບປຸງການຮ່ວມມືທີ່ແທດຈິງໃນບັນດາຂົງເຂດເພື່ອໃຫ້ສິ່ງນີ້ກາຍເປັນພື້ນຖານດ້ານວັດຖຸ, ເປັນກໍາລັງແຮງຊຸກຍູ້ການພັດທະນາຂອງສອງປະເທດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ 2 ຝ່າຍ ຈົ່ງສືບຕໍ່ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງເຂັ້ມງວດ, ຜັນຂະຫຍາຍບັນດາຂໍ້ຕົກລົງການຄ້າເສລີ ແລະ ເສດຖະກິດເຂດຊາຍແດນ; ສະເໜີໃຫ້ຈີນສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ການຄ້າຂອງສອງປະເທດພັດທະນາຢ່າງດຸ່ນດ່ຽງກວ່າເກົ່າ, ຍູ້ໄວຂັ້ນຕອນການອອກໃບອະນຸຍາດນໍາເຂົ້າຢ່າງເປັນທາງການສໍາລັບຜະລິດຕະພັນກະສິກໍາທີ່ມີທ່າແຮງຂອງຫວຽດນາມ ຈໍານວນໜື່ງ, ເພີ່ມການລົງທຶນບັນດາໂຄງການຂະໜາດໃຫຍ່, ພົ້ນເດັ່ນສຳລັບລະດັບການພັດທະນາຂອງຈີນ, ພ້ອມກັນນັ້ນ ກໍ່ປະສານສົມທົບກັນເພື່ອແກ້ໄຂຄວາມຫຍຸ້ງຍາກ, ບັນຫາຈໍານວນໜຶ່ງ; ພ້ອມກັນນັ້ນ ແມ່ນສືບຕໍ່ຍູ້ແຮງການພົບປະແລກປ່ຽນປະຊາຊົນທຸກຂັ້ນພາຍໃຕ້ຮູບການຕ່າງໆ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ 2 ຝ່າຍ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກ່ຽວກັບການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ປະຕິບັດບັນດາເອກະສານນິຕິກຳກ່ຽວກັບເຂດຊາຍແດນທາງບົກລະຫວ່າງ 2 ປະເທດຢ່າງເຂັ້ມງວດ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

ສອງຝ່າຍສືບຕໍ່ຍົກສູງປະສິດທິຜົນການຮ່ວມມືທາງທະເລ, ຊຸກຍູ້ການປຶກສາຫາລື, ເຈລະຈາກ່ຽວກັບການດຳເນີນການປັກຫຼັກໝາຍ ແລະ ຜັນຂະຫຍາຍການຮ່ວມມື, ແກ້ໄຂບັນດາບັນຫາທາງທະເລຢ່າງສົມເຫດສົມຜົນ, ສົມທົບກັນຢ່າງມີປະສິດທິຜົນ, ພ້ອມກັບອາຊຽນ ຕັ້ງໜ້າມານະພະຍາຍາມ ໃນການເຈລະຈາສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງແທດຈິງ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ອວຍພອນວັນສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ. ທ່ານ ສີຈີ້ນຜິງ ໄດ້ສະແດງຄວາມຂອບໃຈຕໍ່ຫວຽດນາມ ທີ່ໄດ້ປະສານງານກັບຈີນເພື່ອຈັດກິດຈະກໍາສະເຫຼີມສະຫຼອງຫຼາຍຢ່າງເນື່ອງໃນໂອກາດວັນຄົບຮອບ 100 ປີແຫ່ງການສ້າງຕັ້ງພັກກອມມູນິດຈີນ; ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ໄດ້ສົ່ງສານອວຍພອນ ແລະຮັບຄໍາເຊື້ອເຊີນເຂົ້າຮ່ວມ ແລະກ່າວປາໄສທີ່ກອງປະຊຸມສຸດຍອດລະຫວ່າງພັກກອມມູນິດຈີນ ແລະພັກການເມືອງຕ່າງໃນໂລກ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດທີ່ປະຊາຊົນຫວຽດນາມພາຍໃຕ້ການນໍາພາຂອງພັກ ແລະລັດຖະບານຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມຈະປະຕິບັດບັນດາເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ໄດ້ວາງອອກຢ່າງມີໄຊ, ສະແດງການສະໜັບສະໜູນພັກ ແລະປະຊາຊົນຫວຽດນາມ ເດີນຕາມເສັ້ນທາງສັງຄົມນິຍົມທີ່ມີຄວາມເໝາະສົມກັບເງື່ອນໄຂຂອງປະເທດ, ສະໜັບສະໜູນ ຫວຽດນາມ ເອົາຊະນະຕໍ່ໂລກລະບາດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.

ທ່ານ ເລຂາທິການໃຫຍ່,ປະທານປະເທດ ສີຈີ້ນຜິງ ຢືນຢັນວ່າ ຈີນ ຍາມໃດກໍ່ຖືເປັນສໍາຄັນຕໍ່ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບກັບຫວຽດນາມ; ປາດຖະໜາ ແລະ ກຽມພ້ອມທີ່ຈະຮ່ວມກັບພັກ, ລັດຖະບານ ແລະປະຊາຊົນຫວຽດນາມສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ - ຫວຽດນາມໃນຂະບວນການສ້າງສາສັງຄົມນິຍົມ; ຕົກລົງເປັນເຫັນດີກ່ຽວກັບການເພີ່ມທະວີການແລກປ່ຽນຂັ້ນສູງ, ລົງເລິກການຮ່ວມມືທີ່່ແທດຈິງໃນບັນດາຂົງເຂດ, ການປະສານງານຢູ່ໃນເວທີຫຼາຍຝ່າຍ, ແລະການແກ້ໄຂບັນດາບັນຫາທາງທະເລຢ່າງເໝາະສົມ.

ທ່ານ ເລຂາທິການໃຫຍ່,ປະທານປະເທດ ສີຈີ້ນຜິງ ກ່າວວ່າ: ໃນສະພາບການຜົນກະທົບຂອງການລະບາດຂອງພະຍາດ COVID-19, ສອງຝ່າຍຕ້ອງຮັກສາການແລກປ່ຽນ, ຕິດຕໍ່ພົວພັນເປັນປົກກະຕິໃນທຸກຂັ້ນ, ທຸກຂະແໜງ ການ ແລະທ້ອງຖິ່ນໂດຍຜ່ານຮູບແບບການເຄື່ອນໄຫວທີ່ມີໄຫວພິບ, ຍູ້ແຮງການເຊື່ອມຕໍ່ຍຸດທະສາດ, ສ້າງບັນດາຈຸດເດັ່ນໃໝ່ໃນການຮ່ວມມືລະຫວ່າງສອງປະເທດ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.