ຫວຽດນາມ - ອິນ​ເດຍ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່ມວນຊົນ

15:11 | 19/03/2024

ຍສໝ - ວັນທີ 18-30 ມີນາ, ສະຖາບັນພັດທະນາຊັບພະຍາກອນມະນຸດ Dr Marri Channa Reddy (ລັດ Telangana, ປະເທດອິນເດຍ) ຜັນຂະຫຍາຍໂຄງການບຳລຸງສ້າງສະເພາະໃຫ້ນັກຂ່າວ, ນັກບັນນາທິການຂອງບັນດາອົງການ​ສື່ມວນຊົນ ຫວຽດນາມ.

ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ
ຫວຽດນາມ ຕ້ອງ​ຊຸກຍູ້ການປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່. ຫວຽດນາມ ຕ້ອງ​ຊຸກຍູ້ການປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່.

ໂຄງການບຳລຸງສ້າງ ໄດ້ຮັບການອຸປະຖຳໂດຍກະຊວງການຕ່າງປະເທດ, ລັດຖະບານ ອິນເດຍ, ຂຶ້ນກັບໂຄງການຮ່ວມມືດ້ານເສດຖະກິດ ແລະ ເຕັກນິກ ອິນເດຍ (ITEC).

ກ່າວ​ຄຳ​ປາໄສທີ່​ພິທີ​ເປີດ, ທ່ານ ປອ. Shashank Goel, ຜູ້ອຳນວຍການໃຫຍ່​ສະ​ຖາ​ບັນພັດທະນາ​ຊັບພະຍາກອນ​ມະນຸດ ທັງເປັນເລຂາ​ລັດຖະບານ​ແຫ່ງ​ລັດ Telangana ​ໃຫ້​ຮູ້​ວ່າ ​ໂຄງການ​ບຳລຸງສ້າງນີ້​ແມ່ນ​ສ້າງ​ຕັ້ງ​ຂຶ້ນ​ບົນການ​ພົວພັນ​ຄູ່​ຮ່ວມ​ມື​ມິດຕະພາບໃນ​ໄລຍະ​ຍາວ​ນານຂອງລັດຖະບານ​ ຫວຽດນາມ ​ແລະ ອິນ​ເດຍ.

ຕາມ​ທ່ານ Shashank Goel ແລ້ວ, ສື່​ມວນ​ຊົນ​ສະແດງສຽງເວົ້າຂອງ​ປະຊາຊົນ, ມີ​ຜົນ​ສະທ້ອນ​ອັນ​ສຳຄັນ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ປະຊາທິປະ​ໄຕ, ບົດບາດ​ຂອງ​ນັກ​ຂ່າວ​ແມ່ນ​ສຳຄັນ​ທີ່​ສຸດ.

“ບັນດາອົງການສື່​ມວນ​ຊົນ​ສື່ສານເຊັ່ນ​ ໜັງສືພິມ​, ສະຖານີວິທະຍຸກະຈາຍສຽງ ​ແລະ ໂທລະພາບ ໄດ້​ສະໜອງຂໍ້​ມູນໃຫ້ຜູ້​ອ່ານ, ຜູ້​ຊົມ​​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ບັນຫາ​ສັງຄົມ, ມອບສິດ​ໃຫ້​ປະຊາຊົນ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ທາງ​ບວກ ​ແລະ​ ການ​ພັດທະນາ​ຮອບດ້ານ​ຂອງ​ປະ​ເທດ", ທ່ານ​ກ່າວ.

ຫວຽດນາມ - ອິນ​ເດຍ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສື່ມວນຊົນ

ຄະນະ​ນັກ​ຂ່າວ ​ຫວຽດນາມ ​ໄດ້​ມີ​ການພົບພະແລກປ່ຽນກັບຊາວ​ໜຸ່ມ ​ອິນ​ເດຍ.

ປະຈຸບັນ, ການປະກົດຕົວຂອງພາຫະນະສື່ມວນຊົນສັງຄົມເຊັ່ນ Facebook, X (ອະດີດແມ່ນ Twitter), Instagram, YouTube, LinkedIn... ໄດ້ສ້າງການປ່ຽນແປງຢ່າງເລິກເຊິ່ງໃນການສື່ສານ.

ການທີ່ສື່ມວນຊົນຖືກລະເມີດລິຂະສິດເຮັດໃຫ້ພື້ນເສດຖະກິດຊຸດໂຊມ, ຈາກນັ້ນ ຕ້ອງແລ່ນຕາມລົດນິຍົມພື້ນຖານຂອງຜູ້ອ່ານ ແລະ ຂຶ້ນກັບການໂຄສະນາຫຼາຍຂຶ້ນ, ນໍາໄປສູ່ການຫຼຸດລົງຂອງແຫຼ່ງການລົງທຶນສໍາລັບສື່ມວນຊົນທີ່ມີຄຸນນະພາບ.

​ທ່ານ ປອ. Shashank Goel ຢືນຢັນວ່າ ນີ້ບໍ່ພຽງແຕ່ແມ່ນການປ່ຽນແປງ ຫາກຍັງແມ່ນການປະຕິວັດ, ໄດ້ຊຸກຍູ້ດ້ວຍບັນດາເຄື່ອງອຸປະກອນ ແລະ ເຕັກນິກໃຫມ່, ລວມມີທັງປັນຍາປະດິດ. ແຕ່ແນວໃດກໍ່ຕາມ, ຄຽງ​ຄູ່​ກັບ​ຄວາມ​ກ້າວໜ້າ​ກໍແມ່ນສິ່ງ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ, ໃນນັ້ນ ກໍມີການເພີ່ມຂຶ້ນຂອງຂ່າວ​ປອມ, ຄວາມຫັວ່ນໄຫວຂອງ​ປະຊາຊົນ​ໃນ​ສື່​ມວນ​ຊົນ.

“ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ​ບົດ​ບາດ​ຂອງ​ນັກ​ຂ່າວ​ນັບ​ມື້​ນັບ​ກາຍເປັນສຳຄັນ​ກວ່າເວລາໃດໝົດ. ພວກເຂົາບໍ່ພຽງແຕ່ເປັນຜູ້ນຳສະເໜີຂ່າວເທົ່ານັ້ນ ຫາກຍັງຮັກສາບັນດາຫຼັກການກ່ຽວກັບຄວາມຖືກຕ້ອງ, ຍຸຕິທໍາດ້ວຍຄວາມພາວະວິໄສ ແລະ ຈັນຍາບັນຂອງສື່ມວນຊົນ, ເພື່ອຜົນປະໂຫຍດຊຸມຊົນ,” ທ່ານ ປອ. Shashank Goel ກ່າວ.

​ທ່ານກໍ່ຢືນຢັນອີກວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີມໍລະດົກວັດທະນະທຳທີ່ເຕັມໄປດ້ວຍສີສັນ, ພື້ນ​ຖານເສດຖະກິດ​ພັດທະນາຢ່າງວອງໄວ ແລະ ​ພວມເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງເຂັ້ມ​ແຂງ​. ສະ​ນັ້ນ, ການ​ຍົກລະດັບທັກ​ສະ​ຂອງ​ກຳລັງນັກ​ຂ່າວ​ແມ່ນ​ສຳ​ຄັນ​ທີ່​ສຸດ. ຫວຽດນາມ ​ແລະ ອິນ​ເດຍ ມີ​ລັກສະນະທີ່​ຄ້າຍຄື​ກັນ​ຫຼາຍ​ດ້ານ​ໃນ​ດ້ານ​ການ​ເມືອງ, ສັງຄົມ, ປະຫວັດສາດ, ດັ່ງ​ນັ້ນ ທ່ານກໍເຊື່ອ​ໝັ້ນ​ວ່າ ຊຸດຮຽນນີ້​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ໃຫ້​ແກ່​ນັກ​ຂ່າວ ຫວຽດນາມ.

ນອກ​ນັ້ນ, ​ໂຄງການ​ຍັງ​ເພື່ອເພີ່ມ​ທະວີ​ການພົບພະ​ແລກປ່ຽນ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນເປີດກ້ວາງການ​ພົວພັນ​ສອງຝ່າຍ​ໃນ​ໄລຍະ​ຍາວ​ນານ​ລະຫວ່າງ ອິນ​ເດຍ - ຫວຽດນາມ.

ທ່ານ ປອ. Madhavi Ravulpati, ຜູ້ອໍານວຍການຊຸດຮຽນ ໃຫ້ຮູ້ວ່າ ໂຄງການບຳລຸງສ້າງແມ່ນສຸມໃສ່ເຂົ້າໃນບັນດາຮູບແບບສື່ມວນຊົນໃໝ່, ທັກສະເພື່ອເຮັດສື່ມວນຊົນທີ່ທັນສະໄໝ ແລະ ການຜະລິດເນື້ອຫາສໍາລັບສື່ມວນຊົນເຄືອຂ່າຍສັງຄົມ. ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ການແນະນຳ, ສອນ​ໂດຍ​ນັກ​ຊ່ຽວຊານຂ່າວ, ​ສື່​ມວນ​ຊົນ ​ອິນ​ເດຍ​ ທີ່​ມີ​ຊື່​ສຽງ​ຫຼາຍ​ຄົນ.

​ໃນ​ຂອບ​ເຂດ​ໂຄງການບຳລຸງສ້າງບັນດານັກ​ຂ່າວ​ ຫວຽດນາມ ​ໄດ້​ມີ​ການ​ພົບພະແລກປ່ຽນພ້ອມກັບບັນດາ​ຄູ​ສອນ, ນັກ​ສຶກສາ ​ອິນ​ເດຍ, ແລະ ຈະ​ໄປ​ຢ້ຽມຢາມ​ກອງບັນນາທິການ Indian Times; ຢ້ຽມຢາມຫ້ອງການສະຖານີໂທລະພາບ ແລະ ວິທະຍຸ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.