![]() | ການທູດປະຊາຊົນເປັນເຈົ້າການໃນການເສີມຂະຫຍາຍບົດບາດໃນໄລຍະພັດທະນາໃໝ່ຂອງປະເທດ |
![]() | Plan International ນຳຫ້ອງຮຽນຖາວອນໃຫ້ນັກຮຽນທີ່ດ້ອຍໂອກາດຢູ່ ກວາງຈີ້ |
![]() |
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກ່າວຄຳປາໄສທີ່ການສຳມະນາ. (ພາບ: ອານດັງ/VNA) |
ພາຍຫຼັງ 80 ປີແຫ່ງການສ້າງຕັ້ງປະເທດ, ດ້ວຍກຳລັງ ແລະ ທີ່ຕັ້ງສະສົມ, ຫວຽດນາມ ຢືນຢູ່ຈຸດເລີ່ມຕົ້ນປະຫວັດສາດໃໝ່, ກ້າວເຂົ້າສູ່ສັງກາດໃໝ່; ຮຽກຮ້ອງໃຫ້ມີການພັດທະນາຢ່າງວ່ອງໄວ, ເຂັ້ມແຂງ, ຍືນຍົງ, ແລະ ສອດຄ່ອງກັນໃນທຸກດ້ານຂອງຊີວິດສັງຄົມ.
ນັ້ນແມ່ນຄຳປາໄສຂອງຫົວໜ້າບັນນາທິການວາລະສານກອມມູນິດ ຮ່ວາງຈູງຢຸງ ທີ່ສະເໜີຄຳແນະນຳການສຳມະນາວິທະຍາສາດຊັ້ນແຫ່ງຊາດ “ການພົວພັນຕ່າງປະເທດ ແລະ ການທູດຫວຽດນາມ ໃນສັງກາດໃໝ່, ສັງກາດແຫ່ງການບືນຕົວຂຶ້ນຂອງປະເທດຊາດ”.
ການສຳມະນາໄດ້ດຳເນີນໄປໃນວັນທີ 7 ມີນາ ຢູ່ສະຖາບັນການທູດຫວຽດນາມ, ໂດຍກະຊວງການຕ່າງປະເທດສົມທົບກັບວາລະສານກອມມູນິດຫວຽດນາມ ຈັດຕັ້ງ.
ຕາມທ່ານ ຮ່ວາງຈຸງຢຸງ ແລ້ວ, ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດໄດ້ອອກໃນສະພາບການໂລກສືບຕໍ່ຜັນແປຢ່າງວ່ອງໄວ, ສັບສົນ, ມີກາລະໂອກາດ ແລະ ສິ່ງທ້າທາຍຕິດພັນ. ສະນັ້ນ, ເພື່ອປະຕິບັດໄຊຊະນະໜ້າທີ່ປະຕິວັດ, ບັນດາຂະແໜງການທັງໝົດ ຕ້ອງມີການເປັນເຈົ້າການຍຸດທະສາດ, ຜ່ານນັ້ນຊີ້ແຈ້ງທິດທາງໃນໄລຍະໃໝ່, ຮັບໃຊ້ໃຫ້ແກ່ການປະຕິບັດໄຊຊະນະ 2 ເປົ້າໝາຍຍຸດທະສາດປີ 2030 ແລະ 2045 ຢ່າງສຳເລັດຜົນ.
ການສຳມະນາໄດ້ຮັບເກືອບ 50 ບົດສະເໜີຂອງບັນດານັກວິທະຍາສາດ, ນັກຮຽນຮູ້, ການນຳບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະ ຜູ້ຕາງໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດ. ການສຳມະນາ ຍັງໄດ້ຮັບຟັງຄວາມຄິດຄວາມເຫັນແລກປ່ຽນຢູ່າງແທດຈິງ, ເລິກເຊິ່ງຈາກຜູ້ແທນຫຼາຍທ່ານ. ບັນດານັກປາຖະກະຖາ, ຜູ້ແທນໄດ້ເນັ້ນໜັກເຖິງຈິດໃຈອີງໃສ່ກຳລັງແຮງຂອງຕົນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕົນເອງ, ຄວາມເອກອ້າງທະນົງໃຈຂອງປະເທດຊາດ ກໍ່ຄືຈິດໃຈທຸ່ມກາຍທຸ່ມໃຈ, ກ້າຄິດ, ກ້າເຮັດ, ກ້າຄິດປະດິດສ້າງ, ພ້ອມແລ້ວທີ່ຈະໄປແຖວໜ້້າຂອງການທູດຫວຽດນາມ ໃນສັງກາດໃໝ່.
![]() |
ບັນຍາກາດທີ່ກອງປະຊຸມ. (ພາບ: Minh Thu/Vietnam+) |
ໂດຍຕີລາຄາສູງການສະເໜີຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການເຂົ້າຮ່ວມຂອງບັນດາຜູ້ແທນເປັນຈຳນວນຫຼວງຫຼາຍ, ສະແດງໃຫ້ເຫັນຄວາມສົນໃຈ ແລະ ຄວາມກະຕືລືລົ້ນຕໍ່ວຽກງານການຕ່າງປະເທດ ເວົ້າລວມ ແລະ ການທູດຫວຽດນາມ ເວົ້າສະເພາະ.
ທ່ານຮອງນາຍົກລັດຖະມົນຕີຊີ້ນຳໃຫ້ກະຊວງການຕ່າງປະເທດ ຕ້ອງຮັບເອົາຄຳເຫັນທີ່ມີລັກສະນະສ້າງຕັ້ງດ້ວຍຈິດໃຈເປັນເຈົ້າການ ເພື່ອສຳເລັດທິດສະດີ, ເພີ່ມເຕີມປະສົບການປະຕິບັດຕົວຈິງໃຫ້ວຽກງານການຕ່າງປະເທດໃນໄລຍະໃໝ່ແຫ່ງພາລະກິດປະຕິວັດ.
ໃນສະພາບແວດລ້ອມສາກົນທີ່ມີການຜັນແປ, ກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງຕິດພັນ, ເພື່ອໃຫ້ຂະແໜງການຕ່າງປະເທດປະຕິບັດໜ້າທີ່ການເຕົ້າໂຮມສະພາບແວດລ້ອມສັນຕິພາບ, ຍາດແຍ່ງເອົາເງື່ອນໄຂສາກົນທີ່ສະດວກສະບາຍໃຫ້ປະເທດພັດທະນາຢ່າງວ່ອງໄວ, ການຊີ້ແຈງພື້ນຖານດ້ານທິດສະດີກ່ຽວກັບເນື້ອໃນບັນຈຸຂ້າງໃນ“ສັງກາດໃໝ່” ຂອງຂະແໜງການການຕ່າງປະເທດ, ທັງແມ່ນບົດບາດ “ສຳຄັນ ແລະ ເປັນປະຈຳ” ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ.
“ເປົ້າໝາຍ, ຄວາມຮຽກຮ້ອງໜ້າທີ່ທີ່ວາງອອກໃຫ້ການທູດໃນໄລຍະໃໝ່ແມ່ນສູງຫຼາຍ, ສະນັ້ນ, ບົນພື້ນຖານສຳເລັດທິດສະດີກ່ຽວກັບການທູດໃນສັງກາດໃໝ່ ແລະ ທິດສະດີກ່ຽວກັບຝ່າຍການທູດຫວຽດນາມ, ຂະແໜງການທູດ ຕ້ອງບືນຕົວຂຶ້ນສູ່ລະດັບສູງໃໝ່ຢ່າງແທດຈິງ, ມຸ່ງໄປເຖິງການທູດຮອບດ້ານ, ທັນສະໄໝ, ວິຊາຊີບເທົ່າກັບໜ້າທີ່”, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ ເນັ້ນໜັກວ່າ.
ກ່າວຄຳປາໄສທີ່ການສຳມະນາ, ທ່ານ ຫງວຽນຊວນຖັງ, ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ຮັບຮູ້ຂໍ້ລິເລີ່ມທີ່ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ ແລະ ຕອບສະໜອງຢ່າງທັນການຂອງກະຊວງການຕ່າງປະເທດ ແລະ ວາລະສານກອມມູນິດໃນການຈັດຕັ້ງການສຳມະນາໃນສະພາບການຂອງລະບົບການເມືອງທັງໝົດ ພວມຊຸກຍູ້ການຫັນເປັນກົດບັນຍັດມະຕິ, ຫັນເປັນລະອຽດເນື້ອໃນບັນຈຸຂ້າງໃນ“ສັງກາດໃໝ່”.
![]() |
ທ່ານ ຫງວຽນຊວນຖັງ, ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ກ່າວຄຳປາໄສ. (ພາບ: ອານດັງ/VNA) |
ທ່ານ ຫງວຽນຊວນຖັງ ໄດ້ຕີລາຄາສູງບັນດາປະກອບຄຳເຫັນ ແລະ ຄວາມຄິດປະກອບສ່ວນຢ່າງກະຕືລືລົ້ນທີ່ການສຳມະນາ ເພື່ອສ່ອງແສງທັງທິດສະດີ ແລະ ພາກຕົວຈິງ.
ບົນຈິດໃຈຮັກສາລັດທິມາກ-ເລນິນຢ່າງໝັ້ນຄົງ, ແນວຄິດການທູດ ໂຮ່ຈິມິນ, ມູນເຊື້ອການທູດຂອງປະເທດຊາດ ແລະ ຮັບເອົາສິ່ງຍອດຢ້ຽມຂອງສີວິໄລມະນຸດ, ທ່ານ ຫງວຽນຊວນຖັງ ເນັ້ນໜັກເຖິງບາງເນື້ອໃນ ແລະ ທິດທາງໃຫຍ່ໃຫ້ວຽກງານການຕ່າງປະເທດໃນສັງກາດໃໝ່.
ຕາມນັ້ນແລ້ວ, ພື້ນຖານການທູດໃນສັງກາດໃໝ່ຕ້ອງເປັນພື້ນຖານການທູດຮອບດ້ານ, ທັນສະໄໝ, ເສີມຂະຫຍາຍບົດບາດບຸກເບີກ, ພ້ອມກັບການປ້ອງກັນຊາດ, ຄວາມປອດໄພປະຕິບັດໜ້າສະຫຼັກສຳຄັນ, ເປັນປະຈໍາ; ຕ້ອງເປັນຂົວເຊື່ອມຕໍ່ສົມທົບກັບກຳລັງພາຍໃນ ແລະ ກຳລັງພາຍນອກ, ຍາດແຍ່ງເອົາເງື່ອນໄຂສະດວກ ແລະ ແຫຼ່ງກຳລັງຈາກພາຍນອກ, ປະກອບສ່ວນເປີດກ້ວາງພື້ນທີ່ພັດທະນາ, ສ້າງກາລະໂອກາດໃໝ່,ຮັບໃຊ້ການບຸກທະລຸຍຸດທະສາດຂອງປະເທດຢ່າງມີປະສິດທິຜົນ; ໂຄສະນາຮູບພາບ, ຄຸນຄ່າຂອງຫວຽດນາມ ອອກສູ່ໂລກ, ຍົກສູງການປະກອບສ່ວນຂອງຫວຽດນາມ ຕໍ່ບັນດາບັນຫາສາກົນລວມ.
![]() | ຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ໃນກະແສຂອງຍຸກສະໄໝ ຍສໝ - ໃນສະພາບການປັດຈຸບັນ, ຫວຽດນາມ ຕ້ອງຢຶດໝັ້ນກັບເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເພີ່ມທະວີກຳລັງແຮງສັງລວມຂອງຊາດ, ປົກປັກຮັກສາປະເທດຊາດຢ່າງໝັ້ນແກ່ນໃນທຸກກໍລະນີ. |
ມີງດຶກ