![]() | ຫວຽດນາມ-ລາວ ຊຸກຍູ້ການຮ່ວມມືຫຼາຍດ້ານ |
![]() | Global Times (ຈີນ): ຊຸກຍູ້ການຮ່ວມມືຢ່າງເເທດຈິງກັບຫວຽດນາມ ຈາກ 5 ດ້ານ |
ທ່ານຮອງລັດຖະມົນຕີ ຕະກວາງດົງ ໃຫ້ຮູ້ວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ ແລະ ການຮ່ວມມືຮອບດ້ານລະຫວ່າງບັນດາທ້ອງຖິ່ນ. ບົນພື້ນຖານນັ້ນ, ຫວຽດນາມ ແລະ Fukushima ສາມາດເປີດກວ້າງການຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວ, ພິເສດແມ່ນເມື່ອ ຫວຽດນາມ ເຂົ້າຮ່ວມງານວາງສະແດງໂລກ EXPO Osaka 2025.
![]() |
ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕະກວາງດົງ ໄດ້ຕ້ອນຮັບທ່ານ Kohata Hiroshi, ເຈົ້າຄອງນະຄອນ Fukushima (ຍີ່ປຸ່ນ). (ພາບ: icd.gov.vn) |
ຕາມທ່ານຮອງລັດຖະມົນຕີ ຕະກວາງດົງ ແລ້ວ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ຈັດຕັ້ງງານບຸນແລກປ່ຽນວັດທະນະທຳຢູ່ບັນດາທ້ອງຖິ່ນຂອງ ຍີ່ປຸ່ນ ຫຼາຍຄັ້ງ. ທ່ານຫວັງວ່າ Fukushima ຈະແມ່ນສະຖານທີ່ຈັດຕັ້ງງານບຸນວັດທະນະທຳ ຫວຽດນາມ ໃນຕໍ່ໜ້າ ດ້ວຍການໜູນຊ່ວຍຢ່າງຕັ້ງໜ້າຈາກອຳນາດການປົກຄອງທ້ອງຖິ່ນ. ນອກຈາກນັ້ນ, ສອງຝ່າຍກໍ່ຕ້ອງຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນສິລະປະ, ສ້າງເງື່ອນໄຂໃຫ້ບັນດາຄະນະສິລະປະ, ໃນນັ້ນມີວົງດົນຕີປະສານສຽງ ຫວຽດນາມ ໄປສະແດງຢູ່ Fukushima ແລະ ກົງກັນຂ້າມ.
ໃນຂົງເຂດທ່ອງທ່ຽວ, ທ່ານຮອງລັດຖະມົນຕີ ຕະກວາງດົງ ສະເໜີໃຫ້ ຍີ່ປຸ່ນ ພິຈາລະນາຜ່ອນຜັນນະໂຍບາຍວີຊາໃຫ້ນັກທ່ອງທ່ຽວ ຫວຽດນາມ ແລະ ພິຈາລະນາອອກວີຊາໄລຍະຍາວ 5 ປີ, 10 ປີ. ສອງຝ່າຍຈະສ້າງຄວາມສະດວກໃນຂະບວນການເດີນທາງເພື່ອຊຸກຍູ້ການແລກປ່ຽນແຂກ, ຊຸກຍູ້ສາຍການບິນເພີ່ມຄວາມຖີ່ຖ້ຽວບິນ ແລະ ພິຈາລະນາເປີດເສັ້ນທາງການບິນໃໝ່ເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວ. ສອງຝ່າຍຕ້ອງເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະ ກັນໃນການເຂົ້າຮ່ວມງານຕະຫຼາດນັດ, ເຫດການທ່ອງທ່ຽວໃຫຍ່ສຳຄັນຂອງຫວຽດນາມ ແລະ ຍີ່ປຸ່ນ ເຊັ່ນ: ງານຕະຫຼາດນັດ JATA, ສັບປະດາວັດທະນະທຳ - ທ່ອງທ່ຽວ ຫວຽດນາມ ຢູ່ ຍີ່ປຸ່ນ, ງານຕະຫຼາດນັດ VITM, ITE-HCMC ຢູ່ ຫວຽດນາມ... ເພີ່ມທະວີການສົມທົບກັນຄົ້ນຄວ້າ, ພັດທະນາ ແລະ ສົ່ງເສີມບັນດາຜະລິດຕະພັນການທ່ອງທ່ຽວທີ່ເໝາະສົມກັບຄວາມຕ້ອງການ ແລະ ຄວາມມັກຂອງແຂກທ່ອງທ່ຽວຂອງ 2 ປະເທດຄື: ການທ່ອງທ່ຽວແບບນິເວດ, ການທ່ອງທ່ຽວອາຫານການກິນ, ການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວທັດສະນະສຶກສາ, ການທ່ອງທ່ຽວພັກຕາກອາກາດສຳລັບຜູ້ອາຍຸສູງ.
ທ່ານຮອງນາຍົກລັດຖະມົນຕີ ຕະກວາງດົງ ປາດຖະໜາວ່າ ອຳນາດການປົກຄອງນະຄອນ Fukushima ຍາມໃດກໍ່ຮັກສາ, ຍົກສູງຊີວິດດ້ານວັດທະນະທຳ, ຈິດໃຈຂອງປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ນະຄອນນີ້.
ທ່ານ Kohata Hiroshi ເຈົ້າຄອງນະຄອນ Fukushima ໃຫ້ຮູ້ວ່າ Fukushima ຍາມໃດກໍ່ຖືເປັນສຳຄັນການຮ່ວມມືດ້ານວັດທະນະທຳ, ກິລາ ແລະ ການທ່ອງທ່ຽວກັບ ຫວຽດນາມ. ໃນໄລຍະຈະມາເຖິງ, ນະຄອນຈະຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດດັ່ງກ່າວ ຜ່ານການເພີ່ມທະວີການຈັດຕັ້ງງານບຸນ ແລະ ການເຄື່ອນໄຫວແລກປ່ຽນທີ່ມີລັກສະນະຂີດໝາຍວັດທະນະທຳຂອງແຕ່ລະຝ່າຍ.
ໂດຍສະແດງຄວາມປະທັບໃຈຕໍ່ເຄື່ອງດົນຕີພື້ນເມືອງຂອງຫວຽດນາມ, ທ່ານ Kohata Hiroshi ຫວັງວ່າ ວົງດົນຕີພື້ນເມືອງ ຫວຽດນາມ ຈະໄປສະແດງຢູ່ Fukushima. ພ້ອມທັງ ທ່ານຍັງໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍວົງດົນຕີປະສານສຽງ ຫວຽດນາມ ໄປສະແດງຢູ່ນະຄອນ.
ທ່ານ Kohata Hiroshi ໃຫ້ຮູ້ວ່າ ຈະເຮັດວຽກກັບສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ແລະ ກະຊວງການຕ່າງປະເທດຍີ່ປຸ່ນ ເພື່ອຄົ້ນຄ້ວາ, ຍົກອອກບັນດາມາດຕະການແກ້ໄຂທີ່ເໝາະສົມ ເພື່ອຫັນຂັ້ນຕອນວີຊາໃຫ້ພົນລະເມືອງ ຫວຽດນາມ ເປັນງ່າຍດາຍ. ພ້ອມກັນນັ້ນ, ທ່ານກໍ່ປາດຖະໜາວ່າ ຫວຽດນາມ ຈະເປີດສາຍການບິນໂດຍກົງເຊື່ອມຕໍ່ກັບ Fukushima ຕື່ມອີກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນການທ່ອງທ່ຽວ.
ກ່ຽວກັບການຮ່ວມມືດ້ານກິລາ, ທ່ານເຈົ້າຄອງນະຄອນ Kohata Hiroshi ກໍ່ໄດ້ຕີລາຄາສູງບັນດາຜົນງານຂອງທີມບານເຕະຍິງ ຫວຽດນາມ ໂດຍເຄີຍມີໄລຍະຝຶກຊ້ອມຢູ່ນະຄອນ. ທ່ານຫວັງວ່າ ທີມບານເຕະຈະກັບຄືນໄປ Fukushima ເພື່ອແຂ່ງຂັນມິດຕະພາບ ແລະ ຝຶກຊ້ອມ, ປະກອບສ່ວນຮັດແໜ້ນການຮ່ວມມືດ້ານກິລາລະຫວ່າງສອງຝ່າຍ.
ນອກຈາກນັ້ນ, ທ່ານ Kohata Hiroshi ກໍ່ເນັ້ນໜັກວ່າ ອຳນາດການປົກຄອງນະຄອນ ໄດ້ກຳນົດການເບິ່ງແຍງຊີວິດດ້ານວັດທະນະທຳ ແລະ ຈິດໃຈຂອງປະຊາຄົມຊາວ ຫວຽດນາມ ຢູ່ Fukushima ແມ່ນໜ້າທີ່ສຳຄັນໃນໄລຍະຈະມາເຖິງ.
![]() | ນັກທ່ອງທ່ຽວຕ່າງປະເທດ ແຂ່ງຝົນເຂົ້າຮ່ວມງານບຸນ ເກົ່າບົງ ຢູ່ ໂຮ້ຍອານ ຍສໝ - ເຖິງວ່າຈະມີຝົນຕົກໜັກ, ແຕ່ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນຍັງໃສ່ເສື້ອກັນຝົນ ແລະ ມ່ວນຊື່ນກັບການເຂົ້າຮ່ວມງານບຸນ ເກົ່າບົງ ທີ່ບ້ານຜັກ ຈ່າເກ (ຕາແສງ ເກີມຮ່າ, ນະຄອນ ໂຮ້ຍອານ) - ເຊິ່ງແມ່ນບ່ອນທີ່ໄດ້ຮັບຮັບລາງວັນເປັນບ້ານທ່ອງທ່ຽວທີ່ດີທີ່ສຸດຂອງໂລກ 2024 ໂດຍອົງການທ່ອງທ່ຽວສະຫະປະຊາຊາດ (UN Tourism) ມອບ. |
![]() | ງານຕະຫຼາດນັດການຄ້າການທ່ອງທ່ຽວ ຫວຽດນາມ - ລາວ ໃນປີ 2024 ຍສໝ - ຕອນຄ່ຳວັນທີ 23 ຕຸລານີ້, ຢູ່ແຂວງ ຊຽງຂວາງ, ພາກເໜືອຂອງລາວ ໄດ້ດຳເນີນງານຕະຫຼາດນັດວາງສະແດງ, ແນະນຳ, ໂຄສະນາບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ, ຜະລິດຕະພັນກະສິກຳຂອງ ຫວຽດນາມ ແລະ ລາວ. |
ມີງດຶກ