ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

22:39 | 28/02/2025

ຍາໝ - ​ໃນ​ປີ 2025, ຫວຽດນາມ ​ຈະ​ດຳ​ເນີນ​ບັນດາການ​ສົນທະນາ​ກ່ຽວ​ກັບ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ການຜັນຂະຫຍາຍ​ປະຕິບັດ​ບັນດາສົນທິສັນຍາ​ສາກົນ​ທີ່​ສຳຄັນ​ກ່ຽວ​ຂ້ອງກັບ​ສິດທິ​ມະນຸດ​ຄື CRPD, ICCPR, CEDAW.

ສິດທິມະນຸດຢູ່ ຫວຽດນາມ: ບັນດາຂີດໝາຍໃນການເດີນທາງເພື່ອມະນຸດ
"ການປົກປ້ອງສິດທິມະນຸດແມ່ນເຮັດໃຫ້ປະຊາຊົນທຸກຄົນນັບມື້ນັບອີ່ມໜຳສຳລານ ແລະ ມີຄວາມຜາສຸກ"
ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ

ທ່ານ ​ມາຍຟານຢຸ້ງ ຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ອ້ອມຂ້າງ ​ສະຫະ​ປະຊາ​ຊາດ.

ຕາມນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ນະຄອນ Geneva, ວັນທີ 26 ກຸມພາ, ໃນຂອບເຂດວາລະ​ປະຊຸມ​ທີ່ກອງປະຊຸມຄັ້ງທີ 58 ຂອງສະພາສິດທິມະນຸດ ສະຫະປະຊາຊາດ, ທ່ານ ມາຍຟານຢຸ້ງ ຫົວໜ້າຄະນະຜູ້ແທນຖາວອນ ຫວຽດນາມ ອ້ອມຂ້າງ ​ສະຫະ​ປະຊາ​ຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນຢູ່ Geneva ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ມາຍຟານຢຸ້ງ ​ໄດ້​ອວຍພອນປະທານຂອງ​ສະພາ​ສິດທິ​ມະນຸດ ສປຊ ຄົນ​ໃໝ່ ​ແລະ ຢືນຢັນ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຈາກຝ່າຍ ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ສຳ​ເລັດ​ວົງຈອນ​ຮອບ​ທີ 4 ຂອງ​ກົນໄກກວດກາ​ຄືນປະຈຳໄລຍະໄປທົ່ວ (UPR) ​ໃນ​ເດືອນກັນຍາ ປີ 2024 ​ແລະ ພວມສ້າງ​ແຜນການສັງລວມ​ເພື່ອ​ປະຕິບັດ​ບັນດາ​ຂໍ້​ສະ​ເໜີ​​ທີ່​ໄດ້​ຮັບ​ການ​ຮັບຮອງ.

​ໃນ​ປີ 2025, ຫວຽດນາມ ​ຈະ​ດຳ​ເນີນ​ບັນດາການ​ສົນທະນາ​ກ່ຽວ​ກັບ​ບົດ​ລາຍ​ງານແຫ່ງ​ຊາດ​ກ່ຽວ​ກັບ​ການຜັນຂະຫຍາຍ​ປະຕິບັດບັນດາ​ສົນທິສັນຍາ​ສາກົນ​ທີ່​ສຳຄັນ​ກ່ຽວ​ຂ້ອງເຖິງ​ສິດທິ​ມະນຸດ​ຄື CRPD, ICCPR, CEDAW.

​ເຖິງ​ວ່າ​ຈະ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງທີ່ແຕກຕ່າງກັນ​ກໍ່ຕາມ, ພື້ນຖານເສດຖະກິດ ​ຫວຽດນາມ ​ໄດ້​ເຕີບ​ໂຕ​ກວ່າ 7% ໃນປີ 2024, ຮັບປະກັນການແພດໄດ້ເປີດກວ້າງ​ ແລະ ຄຸນ​ນະພາ​ບການ​ສຶກສາ​ໃນ​ທົ່ວ​ປະ​ເທດ​ກໍ່​ໄດ້​ຮັບ​ການ​ປັບປຸງ. ຫວຽດນາມ ວາງເປົ້າໝາຍ​ເຕີບ​ໂຕ​ກວ່າ 8% ​ໃນ​ປີ 2025, ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ເປັນ​ສອງ​ຕົວ​ເລກ​ນັບ​ແຕ່​ປີ 2026 ​ແລະ ບັນດາ​ເງື່ອນ​ໄຂ​ທີ່​ດີ​ກວ່າ​ໃນ​ການ​ຊຸກຍູ້​ສິດທິ​ມະນຸດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ ກໍ່​ເນັ້ນ​ໜັກ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ການ​ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ດ້ວຍ​ເປົ້າ​ໝາຍທີ່​ບັນລຸ​ໄດ້ net-zero ໃນ​ປີ 2050 ​ແລະ ຮັບປະກັນຂະບວນ​ການ​ຫັນປ່ຽນ​ດ້ານ​ພະລັງງານ​ຢ່າງ​ຍຸດຕິ​ທຳ.

ທີ່​ກອງ​ປະ​ຊຸມ​ຄັ້ງ​ທີ 56 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ​ສະ​ຫະ​ປະ​ຊາ​ຊາດ​ ໃນ​ປີ 2024, ຫວຽດ​ນາມ ພ້ອມ​ກັບ​ ບັງ​ກະ​ລາ​ເທດ ແລະ ຟີ​ລິບ​ປິນ ໄດ້​ແນະ​ນຳ​ມະ​ຕິ​ປະ​ຈຳ​ປີ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສຸມ​ໃສ່ການ​ຫັນ​ປ່ຽນ​ຢ່າງຍຸດຕິ​ທຳ.

ໂດຍ​ເນັ້ນ​ໜັກ​ເຖິງ​ບົດບາດ​ຕັ້ງໜ້າ​ໃນ​ການ​ຊຸກຍູ້ ​ແລະ ປົກ​ປັກ​ຮັກສາ​ສິດທິ​ມະນຸດ, ທ່ານ​ເອກ​ອັກຄະ​ລັດຖະທູດ ມາຍຟານຢຸ້ງ ​ໄດ້ແຈ້ງວ່າ ຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າໃນ​ສະພາ​ສິດທິ​ມະນຸດ ສປຊ ອາຍຸ​ການ 2026 – 2028 ອີກຄັ້ງໜຶ່ງ, ດ້ວຍ​ການ​ສະໜັບສະໜູນ​ເປັນ​ເອກະ​ພາບ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື ​ເພື່ອ​​ຊຸກຍູ້​ໂຄງການ​ສິດທິ​ມະນຸດ​ຮອບດ້ານ, ສ້າງ, ອີງໃສ່​ການ​ສົນທະນາ ​ແລະ ການ​ຮ່ວມ​ມື.

ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ  ສະຫະປະຊາຊາດ

ຂີດໝາຍຂອງ ຫວຽດນາມ ໃນປີທຳອິດທີ່ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ

ຍສໝ - ​ເນື່ອງ​ໃນ​ໂອກາດ​ ຫວຽດນາມ ​ຮັບດຳລົງຖານະເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສະ​ຫະ​ປະ​ຊາ​ຊາດ ໄດ້ໜຶ່ງປີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຫວຽດຮຸ່ງ ໄດ້​ຕີ​ລາຄາ, ໃຫ້ຂໍ້ສັງເກດ​ກ່ຽວກັບບັນດາຂີດໝາຍຂອງ ຫວຽດນາມ ​ໃນ​​ປີທີ່​ຜ່ານ​ມາ ​ແລະ ທິດ​ທາງ​ໃນ​ຕໍ່ໜ້າ.

ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາບົດລາຍງານປະເທດ UPR Cycle IV ຂອງຫວຽດນາມ

ສະພາສິດທິມະນຸດສະຫະປະຊາຊາດໄດ້ຮັບຮອງເອົາບົດລາຍງານປະເທດ UPR Cycle IV ຂອງຫວຽດນາມ

ຍສໝ - ຕອນ​ບ່າຍ​ວັນ​ທີ 10 ພຶດສະພາ, ຢູ່​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ສະ​ວິດ, ຄະນະ​ເຮັດ​ວຽກ​ກ່ຽວ​ກັບ​ການກົນໄກກວດຄືນກຳນົດເວລາ​ແຜ່ໄປທົ່ວ (UPR) ຮອບ​ທີ 4 ຂອງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ ໄດ້​ຕົກລົງ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ແຫ່ງ​ຊາດ UPR ຂອງ​ຫວຽດນາມ.

ແທັງຮັ່ງ

ເຫດການ