ພັກ​, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ​ເບິ່ງ​ແຍງ​ເປັນ​ພິ​ເສດເຖິງພາ​ລະ​ກິດ​ປົກ​ປ້ອງ, ເບິ່ງ​ແຍງ, ສຶກ​ສາ​ເດັກ

10:00 | 29/09/2024

ຍສໝ - ຕອນເຊົ້າວັນທີ 29 ກັນຍາ, ໃນກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 - ປີ 2024 ສືບຕໍ່ໄດ້ດຳເນີນໃນຫໍສະພາແຫ່ງຊາດ, ດ້ວຍການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.
ນັກ​ສຶກ​ສາ ກວາງ​ນາມ 150 ຄົນ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ​ອົງ​ການ Children of Vietnam

ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍການກ່ຽວກັບໝາກຜົນແກ້ໄຂບັນດາເນື້ອໃນ, ຂໍ້ສະເໜີແນະຂອງເດັກໃນກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 1 ປີ 2023; ວຽກງານກະກຽມໃຫ້ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 - ປີ 2024 ແລະ ບັນດາການເຄື່ອນໄຫວດຳເນີນໃນກອງປະຊຸມລະຫວ່າງວັນທີ 27 – 28 ກັນຍາ. ໃນວາລະຊັກຖາມ, ບັນດາສະມາຊິກແຫ່ງຊາດເດັກສົມມຸດຖານ ໄດ້ຍົກອອກຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໄວເດັກ ຢູ່ທ້ອງຖິ່ນ ດ້ວຍ 2 ບັນຫາ “ປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນໂຮງຮຽນ” ແລະ “ປ້ອງກັນ, ຕ້ານຜົນຮ້າຍຢ້ອນຫຼັງຈາກຢາສູບ, ທາດກະຕຸ້ນ, ໂດຍສະເພາະແມ່ນໃນໂຮງຮຽນ”, ຊີ້ແຈ້ງບັນດາບັນຫາເຊິ່ງ “ຜູ້ມີສິດເລືອກຕັ້ງໄວເດັກ” ທົ່ວປະເທດມີຄວາມສົນໃຈ. ພາຍຫຼັງວາລະຊັກຖາມ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ແລກປ່ຽນກັບສະມາຊິກສະພາແຫ່ງຊາດເດັກ ກ່ຽວກັບ 2 ຫົວຂໍ້ຂອງກອງປະຊຸມ.

ພັກ​, ລັດ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​, ​ເບິ່ງ​ແຍງ​ເປັນ​ພິ​ເສດເຖິງພາ​ລະ​ກິດ​ປົກ​ປ້ອງ, ເບິ່ງ​ແຍງ, ສຶກ​ສາ​ເດັກ
ທ່ານປະທານສະພາແຫ່ງຊາດ ແລະ ອະດີດປະທານສະພາແຫ່ງຊາດ ຫວຽດນາມ ຖ່າຍຮູບພ້ອມກັບ "ສະມາຊິກສະພາແຫ່ງຊາດເດັກສົມມຸດຖານ"

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍເອົາໃຈໃສ່, ເບິ່ງແຍງເຖິງພາລະກິດປົກປ້ອງ, ເບິ່ງແຍງ, ສຶກສາເດັກເປັນພິເສດ. ທ່ານຖືວ່າ ຫຼາຍຄຳຖາມ, ຂໍ້ສະເໜີແນະ, ມາດຕະການເຊິ່ງພວກນ້ອງໄດ້ຍົກອອກມາແມ່ນສົມເຫດສົມຜົນ, ເລີ່ມມາຈາກພຶດຕິກຳຕົວຈິງ. ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະຈະຄົ້ນຄວ້າໃນວິວັດການຮຽບຮຽງ, ປະກາດໃຊ້ນະໂຍບາຍ, ກົດໝາຍ, ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງເດັກ.

ລາວ​ເອົາ​ໃຈ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ ​ແລະ ສາກົນ ລາວ​ເອົາ​ໃຈ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ ​ແລະ ສາກົນ

ຍສໝ - ລາວ ພວມ​ຕັ້ງໜ້າ​ຄົ້ນຄວ້າ ​ແລະ ພັດທະນາ​ເສັ້ນທາງ​ຄົມມະນາຄົມ ​ແລະ ​ເສັ້ນທາງ​ລົດ​ໄຟ ​ເພື່ອ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ ​ແລະ ​ສາກົນ, ​ໃນ​ນັ້ນ​ມີ ຫວຽດນາມ, ແນໃສ່ປະຕິບັດ​ຍຸດ​ທະ​ສາດ​ ຫັນໃຫ້​ລາວ​ຈາກ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ກາຍເປັນປະເທດທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ບໍລິການ​ຄົມມະນາຄົມ​ໃນ​ພາກ​ພື້ນ ​ແລະ ສາກົນ.

ບ່ອນທີ່ໄວ້ເນື້ອເຊື່ອໃຈໃນການເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ຟາກ​ຊາຍ​ແດນ​ ຫວຽດ​ນາມ - ລາວ ບ່ອນທີ່ໄວ້ເນື້ອເຊື່ອໃຈໃນການເບິ່ງ​ແຍງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ຟາກ​ຊາຍ​ແດນ​ ຫວຽດ​ນາມ - ລາວ

ຍສໝ​ - ສຸກສາລາການເເພດທະຫານ ແລະ ປະຊາຊົນ ມິດຕະພາບຊາຍແດນ ຫວຽດນາມ - ລາວ (ຂຶ້ນກັບຄ້າຍທະຫານຊາຍແດນ ລ໋ອງ​ເຊິບ - ທະຫານຊາຍແດນແຂວງ ເຊີນລາ) ຢືນຢູ່ຕາແສງ ລ໋ອງ​ເຊິບ, ເມືອງ ມົກເຈົາ, ແຂວງ ເຊີນລາ. ນີ້​ແມ່ນ​ບ່ອນທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ສອງ​ຟາກຊາຍ​ແດນ​ເມື່ອ​ຕ້ອງ​ກວດ, ປິ່ນປົວ​ພະຍາດ ​ແລະ ເບິ່ງແຍງດູແລສຸຂະພາບ.

ມີງດຶກ

ທ່ານອາດຈະມັກ

ເຫດການ