ໂຄງການ “75 ພັນຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ແມ່ນມີຄວາມຫມາຍແທດຈິງ

16:47 | 02/12/2021

ຍສໝ - ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ສົ່ງ​ຈົດໝາຍສັນລະເສີນ ​ເຖິງ​ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ ກ່ຽວກັບການປຸກລະດົມ ​ແລະ ຜັນ​ຂະຫຍາຍ​ໂຄງການ “75 ພັນ​ຂໍ້​ລິ​ເລີ່​ມ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ພັດທະນາ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ກຳມະກອນ​ສາກົນ ຢູ່ຫວຽດນາມ.

ປົກປ້ອງສິດຜົນປະໂຫຍດຂອງແຮງງານຫວຽດນາມໃນໄລຍະໂລກລະບາດ ປົກປ້ອງສິດຜົນປະໂຫຍດຂອງແຮງງານຫວຽດນາມໃນໄລຍະໂລກລະບາດ
ສັກວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ກັບແຮງງານຫວຽດນາມ 200 ຄົນຢູ່ມາເລເຊຍ ສັກວັກຊີນປ້ອງກັນພະຍາດໂຄວິດ -19 ໃຫ້ກັບແຮງງານຫວຽດນາມ 200 ຄົນຢູ່ມາເລເຊຍ
ໂຄງການ “75 ພັນຂໍ້ລິເລີ່ມ, ຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາ” ແມ່ນມີຄວາມຫມາຍແທດຈິງ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ພົບ​ປະ​ກັບຄົນ​ງານ​ເຕັກ​ໂນ​ໂລ​ຊີ​ສູງ. (ພາບ: TTXVN)

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ໄດ້ຕີ​ລາຄາ​ວ່າ: “75 ພັນ​ຂໍ້​ລິ​ເລີ່​ມ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ພັດທະນາ” ​ແມ່ນ​ໂຄງການ​ປະຕິບັດ​ໄດ້​ຢ່າງ​ແທດຈິງ, ​ເພາະວ່າ ​ການ​ອອກ​ແຮງ​ງານທຳການຜະລິດ​ແມ່ນ​ແຫຼ່ງກຳ​ເນີ​ດຂອງ​ຄວາມ​ຮັ່ງມີ ​ແລະ ວັດທະນາ​ຖາວອນ​ຂອງປະເທດ​ຊາດ. ໂຄງການດັ່ງກ່າວ ຊ່ວຍປຸກລະດົມ ແລະ ສົ່ງເສີມການສ້າງວັດທະນະທໍາໃໝ່ໃນອົງການ, ຫົວໜ່ວຍ ແລະ ວິສາຫະກິດ: ພະນັກງານແຕ່ລະຄົນ ມີຄວາມກະຕືລືລົ້ນ, ມີຄວາມຟົດຟື້ນ, ຄອງຄອຍ, ປະກອບສ່ວນເຂົ້າໃນການພັດທະນາອົງການຈັດຕັ້ງທີ່ຕົນເຮັດວຽກ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ວ່າ ບັນດາ​ຂໍ້​ລິ​ເລີ່​ມທີ່​ເຂົ້າ​ຮ່ວມ​ໂຄງການ ​ໄດ້ມີ​ຢູ່​ໃນ​ທຸກ​ຂົງ​ເຂດ​ຊີວິດ​ເສດຖະກິດ - ສັງຄົມ ໂດຍ​ໄດ້​ຮັບ​ການຄວາມເຄົາລົບ, ຮັບ​ຮູ້ ​ແລະ ລະດົມສົ່ງເສີມຢ່າງທັນການ, ມີຂໍ້​ລິ​ເລີ່ມ​ຫຼາຍ​ຢ່າງ ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ອອກ​ແຮງ​ງານ, ການ​ຜະ​ລິດ ແລະ ການ​ເຮັດ​ວຽກ​ຂອງ​ບັນ​ດາ​ອົງ​ການ, ຫົວໜ່ວຍ, ວິ​ສາ​ຫະ​ກິດ, ນຳ​ມາ​ເຊິ່ງ​ມູນ​ຄ່າ​ເພີ່ມ​ສູງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.