ຮ່າໂນ້ຍ - ມາເພື່ອຮັກ

10:18 | 20/10/2024

ຍສໝ - ຈາກພື້ນຖານການທ່ອງທ່ຽວແບບເກື້ອກູນ, ຜ່ານຜ່າເສັ້ນທາງທີ່ຫຍຸ້ງຍາກໃນການສ້າງຕັ້ງ ແລະ ພັດທະນາ, ການທ່ອງທ່ຽວ ຮ່າໂນ້ຍ ໄດ້ບືນຂຶ້ນກາຍເປັນໜຶ່ງໃນຂະແໜງເສດຖະກິດຫຼັກແຫຼ່ງຂອງນະຄອນຫຼວງ.

ຮ່າໂນ້ຍ ລອດເຂົ້າບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ
ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ

ຈຸດໝາຍປາຍທາງຂອງນັກທ່ອງທ່ຽວພາຍໃນ ແລະ ສາກົນ

ໂດຍ​ແບ່ງປັນ​ກ່ຽວ​ກັບ​ວິວັດການ​ສ້າງ ​ແລະ ພັດທະນາໃນ​ການທ່ອງທ່ຽວ​ຂອງ​ທົ່ວ​ປະ​ເທດ ເວົ້າລວມ, ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ, ທ່ານ​ ໂດ໊ດິງເກືອງ ຮອງ​ປະທານ​ສະມາຄົມ​ການທ່ອງ​ທ່ຽວ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ ກ່ວາ​ເຄິ່ງສະຕະວັດ​ກ່ອນ​, ຄຸນລັກສະນະຂອງຂະແໜງການທ່ອງທ່ຽວ​​ບໍ່​ທັນໄດ້ມີ​ຄວາມ​ເປັນອັນໜຶ່ງດຽວເທົ່າກັບປະຈຸບັນ.

ພາຍຫຼັງ​ສັນຍາ​ປາຣີ​ໄດ້​ລົງ​ນາມ​ໃນ​ປີ 1973, ພາກ​ເໜືອ​ບໍ່​ມີ​ສົງຄາມອີກ​ ໃນ​ເວລາ​ນັ້ນ ນັກ​ທ່ອງ​ທ່ຽວ​ສາກົນ​ທີ່​ເຂົ້າມາ ຫວຽດນາມ ແມ່ນບັນດາ​​ຄະນະ​ການ​ທູດ​, ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ສະນັ້ນ ຕ້ອງການຄົນທີ່ມີຄວາມ​ຮູ້​ໜ້ອຍ​ໜຶ່ງ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ເພື່ອພານັກທ່ອງທ່ຽວໄປທ່ອງທ່ຽວ.

ໃນໄລຍະປີ 1980 - 1990, ເມື່ອຫວຽດນາມ ມີການພົວພັນອັນໃກ້ຊິດກັບບັນດາປະເທດສັງຄົມນິຍົມ, ເມື່ອນັ້ນ ການເດີນທາງໄປ​ທ່ອງທ່ຽວຍັງ ລັດເຊຍ, ເຢຍລະມັນ ຖັດຈາກນັ້ນແມ່ນໄປຍັງ ໂປແລນ, ເຊັກ​ໂກ... ຫາກໍ່ເລີ່ມເປັນໜໍ່ແໜງ, ເປັນຂີດໝາຍ ​ໄລຍະ​ທີ່ມີ​ຕະຫຼາດນັກທ່ອງທ່ຽວສາກົນ.

ພາຍຫຼັງ 1 ​ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ຂະແໜງການ​ທ່ອງ​ທ່ຽວ ຫວຽດນາມ ​ແລະ ນະຄອນຫຼວງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຢືນຢັນ​ທີ່​ຕັ້ງ, ​ພາບພົດ, ຍີ່​ຫໍ້​ໃນ​ພາກ​ພື້ນ ກໍ່ຄື​ໃນ​ໂລກ. ບັນດາ​ອົງການ, ນັກ​ຊ່ຽວຊານ, ຫົວໜ່ວຍ​ວິ​ສາ​ຫະກິດ​ບໍລິການ​ທ່ອງ​ທ່ຽວ​ສາກົນ​ສືບ​ຕໍ່​ສະ​ເໜີ​, ເຊີດຊູ​ຮ່າ​ໂນ້ຍ ​ໃນ​ບັນດາ​ລາງວັນ​ທີ່​ມີ​ຊື່​ສຽງ​, ຂອບຂະໜາດໃນ ພາກພື້ນ ແລະ ສາກົນ.

ໃນປີ 2024, ຮ່າ​ໂນ້ຍ ​ໄດ້​ຮັບ 3 ລາງວັນ​ຈາກ​ World Travel Awards ລວມມີ: “ຈຸດໝາຍ​ປາຍທາງການທ່ອງທ່ຽວ​ນະຄອນ​ແຖວ​ໜ້າ​ ຂອງ​ອາຊີ” (Asia's Leading City Destination), “ຈຸດໝາຍປາຍທາງ​ການທ່ອງ​ທ່ຽວ​ນະຄອນໃນ​ການ​ພັກຜ່ອນ​ໄລຍະສັ້ນ​ແຖວ​ໜ້າ​ ຂອງ​ອາຊີ​​” (Asia's Leading City Break Destination) ​ແລະ “ຈຸດໝາຍ​ປາຍທາງວັດທະນະທຳ​ແຖວ​ໜ້າ​ ຂອງ​ຫວຽດນາມ" (Vietnam’s Leading City Cultural Destination). ພື້ນຖານການທ່ອງ​ທ່ຽວທາງ​ອອນ​ໄລ​ແຖວ​ໜ້າ​ຂອງ​ໂລກ Tripadvisor ໄດ້​ເຊີດຊູຮ່າ​ໂນ້ຍ ເປັນ “ຈຸດ​ໝາຍ​ປາຍ​ທາງ​ແຖວ​ໜ້າ​ຂອງ​ໂລກ 2024” ແລະ “ຈຸດ​ໝາຍປາຍທາງອາຫານ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ໃນ​ໂລກ 2024”.

ຮ່າໂນ້ຍ - ມາເພື່ອຮັກ

ນັກ​ທ່ອງ​ທ່ຽວ​ໄປທັດສະນະ ນະ​ຄອນ ​ຮ່າ​ໂນ້ຍ. ຮູບພາບ: ຈ໋ຽນກົງ

​ຂໍ້​ມູນ​ຈາກ​ພະແນກການທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ໃຫ້​ເຫັນວ່າ ໄລຍະ 2016 – 2018, ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຮ່າ​ໂນ້ຍ ບັນລຸ​ລະດັບ​ເຕີບ​ໂຕ​ສະ​ເລ່ຍ 10,2%/ປີ, ​ໃນ​ນັ້ນ​ອັດຕາ​ເຕີບ​ໂຕ​ຂອງ​ນັກ​ທ່ອງ​ທ່ຽວ​ສາກົນ​ຂຶ້ນເຖິງ 22,5%/ປີ. ພາຍຫຼັງກວ່າ 2 ປີທີ່ການ​ເຄື່ອນໄຫວເກືອບ​ຢຸດສະງັກ ​ຍ້ອນ “​ການສັ່ນສະເທືອນ​ຄັ້ງ​ໃຫຍ່” ຂອງ​ລະບາດ ໂຄວິດ-19, ​ໃນ​ປີ 2023 ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ຢູ່​ເຂດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ທີ່​ໄດ້​ເປີດປະຕູ​ຢ່າງ​ເປັນ​ທາງ​ການ, ຍົກ​ເລີກ​ບັນດາ​ຂໍ້​ຈຳກັດເຂົ້າເມືອງ​ກ່ຽວຂ້ອງເຖິງ ໂຄວິດ-19 ຢ່າງສິ້ນເຊີງ ແລະ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ.

ນີ້​ແມ່ນຂີດໝາຍ​ທີ່ສຳຄັນ, ​ເປັນ​ຂີດ​ໝາຍ​ການ​ເລີ່​ມຕົ້ນ​ໃຫ້ວິວັດການ​ຟື້ນ​ຟູ ​ແລະ ພັດທະນາ​ຂອງຂະ​ແໜງ​ການທ່ອງທ່ຽວ​ ຫວຽດນາມ. ຍ້ອນ​ແນວ​ນັ້ນ ໃນ​ປີ 2023, ຂະ​ແໜງ​ການທ່ອງທ່ຽວ​ນະຄອນຫຼວງ ໄດ້ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ 24 ລ້ານ​ເທື່ອ​ຄົນ, ​ໃນ​ນັ້ນ ​ມີ​ນັກ​ທ່ອງ​ທ່ຽວ​ສາກົນ 4 ລ້ານ​ກວ່າ​ເທື່ອ​ຄົນ. ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ ຂະແໜງການທ່ອງທ່ຽວ​ ຮ່າ​ໂນ້ຍ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 18,95 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 12,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023. ​ໃນ​ນັ້ນ, ນັກ​ທ່ອງ​ທ່ຽວ​ສາກົນ​ບັນລຸ 3,94 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 42% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ເມື່ອໄຈ້ແຍກ​​ສາຍ​ເຫດ​ທີ່ເຮັດໃຫ້ການ​ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ກາຍ​ເປັນ​ຈຸດໝາຍປາຍທາງ​ຂອງນັກ​ທ່ອງ​ທ່ຽວ​ ພາຍ​ໃນ, ສາກົນ, ທ່ານ ຫງວຽນແມ້ງຖານ ​ປະທານ​ສະມາຄົມການ​ທ່ອງ​ທ່ຽວ​ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ນະຄອນ​ຮ່າ​ໂນ້ຍ ​ໄດ້​ຍູ້​ແຮງ​ການ​ລົງທຶນ​ຍົກ​ລະດັບ​ພື້ນຖານວັດຖຸ, ສົ່ງເສີມ​ວິ​ສາ​ຫະກິດ​ສ້າງ tour ໃໝ່​ ໂດຍຜ່ານການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນທ່າແຮງ​ ຂອງນະຄອນຫຼວງ.

ປີ 2016, ຄະນະ​ພັກ​ ນະຄອນ​ຮ່າ​ໂນ້ຍ ​ໄດ້​ປະກາດໃຊ້ມະຕິ​ຕົກລົງ​ເລກ​ທີ 06-NQ/TU ລົງ​ວັນ​ທີ 26 ມິຖຸນາ 2016 ກ່ຽວ​ກັບ​ການ​ພັດທະນາ​ການທ່ອງທ່ຽວ ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໄລຍະ 2016 - 2020 ​ແລະ ຊຸມ​ປີ​ຕໍ່​ໄປ, ​ໃນນັ້ນກຳນົດ​ “ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ຮອບດ້ານການທ່ອງທ່ຽວ ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ທັງຂອບຂະໜາດ ແລະ ທັງຄຸນນະພາບການບໍລິການ, ຮັບປະກັນຄວາມຍືນຍົງ; ຜະລິດຕະພັນການທ່ອງທ່ຽວທີ່ມີຄຸນ​ນະ​ພາບ​ສູງ, ​ຫຼາກ​ຫຼາຍ, ມີ​ຍີ່​ຫໍ້, ມີ​ການແກ່ງແຍ້ງ​ແຂ່ງ​ຂັນ; ເຂັ້ມໄປດ້ວຍສີສັນວັດທະນະທໍາແຫ່ງຊາດ, ເປັນມິດກັບສິ່ງແວດລ້ອມ; ​ເຮັດ​ໃຫ້​ຮ່າ​ໂນ້ຍ ກາຍ​ເປັນຈຸດໝາຍປາຍທາງທີ່​ມີ​ຄວາມດຶງດູດ​, ມີຖານັນດອນ ​ແລະ ສົມຄວນ​ເປັນ​ສູນການ​ທ່ອງ​ທ່ຽວ​ຂອງ​ພາກ​ພື້ນ ​ແລະ ທົ່ວ​ປະ​ເທດ” - ທ່ານ ຫງວຽນ​ແມ້ງ​ຖານ ກ່າວ​.

ປະຕິບັດ​ແຜນນະ​ໂຍບາຍ​ນີ້, ໃນ​ຊຸມ​ປີ​ຜ່ານມາ, ວຽກ​ງານ​ດຶງ​ດູດ​ແຫຼ່ງກຳລັງ​ສັງຄົມ​ລົງທຶນ​ພັດທະນາ​ລະບົບ​ພື້ນຖານວັດຖຸເຕກນິກ ​ໃນ​ຂະ​ແໜງ​ການທ່ອງທ່ຽວ ​ຮ່າ​ໂນ້ຍ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ຕາມ​ນັ້ນ​ແລ້ວ, ຮ່າ​ໂນ້ຍ ສົ່ງເສີມ​ບັນດາ​ນັກ​ລົງທຶນ​ສ້າງ​ຕັ້ງ​ບັນດາ​ເຂດ​ບໍລິການ​ທ່ອງ​ທ່ຽວ​ທີ່​ຄົບວົງຈອນ, ໂຄງການ​ບໍລິການ​ທີ່ມີຂອບຂະໜາດ​ໃຫຍ່, ບັນດາ​ສູນ​ການ​ຄ້າ, ການ​ບັນ​ເທິງ​ທີ່​ມີ​ຄຸນ​ນະພາ​ບສູງ.

ດ້ວຍ​ຄວາມ​ຕັດສິນ​ໃຈ​ທີ່​ຖືກຕ້ອງ​ນີ້, ​ແຕ່​ປີ 2016 ຮອດ​ປະຈຸ​ບັນ, ຮ່າ​ໂນ້ຍ ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ​ພັດທະນາ​​ພື້ນຖານວັດຖຸເຕັກນິກ, ຜະລິດ​ຕະພັນການ​ທ່ອງ​ທ່ຽວລົງທຶນ​ເຂົ້າ​ໃນ​​ໂຄງການອະນຸລັກ​ຮັກສາ, ເສີມຂະຫຍາຍ​ຄຸນຄ່າ​ຂອງ​ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາ ບາດຈ່າງ ​ແລະ ຕ່ຳແຜ່ນແພໄໝ ວ້ານ​ຝຸກ ກາຍເປັນຈຸດຫມາຍປາຍທາງການທ່ອງທ່ຽວທີ່ບັນລຸມາດຕະຖານສາກົນ; ໂຄງການເຂດທ່ອງທ່ຽວ, ບັນເທີງ ແລະ ຕົວເມືອງນິເວດ ຕວນເຈົ່າ (ກ໋ວກອວາຍ)... ມາຮອດປະຈຸບັນ, ຮ່າໂນ້ຍ ມີສະຖານທີ່ພັກເຊົາ 3.760 ແຫ່ງ ດ້ວຍ 71.246 ຫ້ອງ; ໃນນັ້ນ, ມີ 606 ໂຮງແຮມ ແລະ ເຂດເຮືອນຢູ່ ເຊິ່ງໄດ້ຮັບການຈັດອັນດັບແຕ່ 1 – 5 ດາວ.

ສຸມໃສ່ຕະຫຼາດລູກຄ້າເປົ້າຫມາຍ

​ເພື່ອ​ຍູ້ໄວ​ຂະ​ບວນການ​ຟື້ນ​ຟູ, ເລັ່ງລັດ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ຕາມຈິດໃຈຂອງມະຕິ​ຕົກລົງ 82/NQ-CP ລົງ​ວັນ​ທີ 18 ພຶດສະພາ 2023 ຂອງລັດຖະບານ, ຂະແໜງການ​ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ພວມ​ຍູ້​ແຮງ​ການ​ຂຸດ​ຄົ້ນບັນດາ​ຕະຫຼາດ​ສາກົນ​ ໃນນັ້ນ ສຸມ​ໃສ່​ເຂົ້າບັນດາ​ຕະຫຼາດເປົ້າ​ໝາຍ​ເຊັ່ນ: ເອີຣົບ, ອາຊີເຫນືອ, ຈີນ, ອິນເດຍ ...

ໂດຍ​ເປັນ​ຫົວໜ່ວຍ​ທີ່​ໄດ້​ຕ້ອນຮັບ​ແຂກ​ມາ​ຈາກ​ຕະຫຼາດ​ຈີນ​ ເປັນເວລາ​ຫຼາຍ​ປີ, ທ່ານນາງ ໂງທິລານເຟືອງ ຫົວໜ້າ​ບໍລິສັດ​ຫຸ້ນ​ສ່ວນການ​ທ່ອງ​ທ່ຽວ​ສາກົນ ກິມລຽນ ​ໄດ້​ແບ່ງປັນ​ວ່າ, ແຂກ​ທ່ອງ​ທ່ຽວ​ຈີນ ​ມັກ​ເດີນທາງ​ເປັນ​ຄະນະຫຼາຍຄົນ ​ແລະ ​ໄດ້​ຈ່າຍເປັນຈຳນວນຫຼາຍໃຫ້ສຳລັບ​ອາຫານ​ການ​ກິນ, ການລົງຕົວຈິງວັດທະນະທຳ​, ການບັນເທີງ, ການຄ້າ, ຊອກຫາໂອກາດການຮ່ວມມື ສະນັ້ນ ຈະຢູ່ພັກເຊົາເປັນເວລາດົນ.

“ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ​ເປົ້າ​ໝາຍຂອງການ​ທ່ອງ​ທ່ຽວ ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະ​ນັ້ນ, ຂະ​ແໜງການ​ທ່ອງ​ທ່ຽວ​ຕ້ອງ​ສ້າງ​ບັນດາ​ຜະລິດ​ຕະພັນ​ທີ່​ຕິດ​ພັນ​ກັບ​ບັນດ​ການລົງຕົວຈິງ​ທີ່​ເປັນ​ເອກະລັກ​ສະ​ເພາະ, ພິ​ເສດ​ແມ່ນ​ບັນດາ​ຮູບແບບສິລະ​ປະບັນເທີງ, ການສະແດງ show ​ເພື່ອ​ຍູ້ແຮງ​ການ​ຂຸດ​ຄົ້ນ​ເສດຖະກິດ​ກາງຄືນ. ນອກຈາກນັ້ນ, ອາດຈະເປີດກວ້າງການ​ເຊື່ອມ​ຕໍ່​ບັນດາ​ເສັ້ນທາງ​ໃນເຂດ​ຕົວ​ເມືອງກັບ​ບັນດາ​ຈຸດ​ຢູ່​ເຂດ​ຊານ​ເມືອງ ​ເພື່ອ​ແກ່ຍາວເວລາ​ການ​ພັກ​ເຊົາ​ຂອງ​ແຂກ​ທ່ອງ​ທ່ຽວ​ ຢູ່​ຮ່າ​ໂນ້ຍ” - ທ່ານນາງ ​ໂງທິ​ລານ​ເຟືອງ ໄດ້​ສະ​ເໜີ.

ທ່ານຫົວໜ້າບໍລິສັດຫຸ້ນສ່ວນລົງທຶນການທ່ອງທ່ຽວ ຮ່າໂນ້ຍ (Hanoi Tourism) ຫຍື້ທິເງິ່ນ ກໍ່ໃຫ້ຮູ້ວ່າ ປະຈຸບັນບັນດາຄູ່ຮ່ວມມື ສ.ເກົາຫຼີ ຢາກ “ຈັບມື” ກັບບັນດາວິສາຫະກິດ ຫວຽດນາມ ເພື່ອພານັກທ່ອງທ່ຽວ ສ.ເກົາຫຼີ, ຈີນ ມາຮ່າໂນ້ຍ ຜ່ານ tour ເສັ້ນທາງລະຫວ່າງ 3 ປະເທດ. ​ເຂົາ​ເຈົ້າ​ຫວັງ​ວ່າ ຢູ່​ຮ່າ​ໂນ້ຍ ຈະ​ມີ​ບັນດາ​ບ່ອນ​ຊື້​​ຜະລິດຕະພັນກະ​ເສດ​ທີ່​ມີ​ຄຸນ​ນະພາ​ບສູງ​ ເພື່ອເຮັດຂອງຕ້ອນຂອງຝາກ. ຮ່າໂນ້ຍ ມີສິນຄ້າ OCOP ຫຼາຍປະເພດ ທີ່ຕອບສະໜອງໄດ້ຄວາມຕ້ອງການຂອງລູກຄ້າ ສ.ເກົາຫຼີ, ຈີນ, ແຕ່ນະຄອນກໍ່ຕ້ອງສ້າງບັນດາຈຸດການຄ້າທີ່ໄດ້ມາດຕະຖານ, ຕັ້ງຢູ່ໃນຈຸດທີ່ສະດວກ.

ຄາດ​ຄະ​ເນ​ກ່ຽວກັບຕະຫຼາດ​ທ່ອງ​ທ່ຽວ​ສາກົນ ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ບັນດານັກ​ຊ່ຽວຊານ​ທ່ອງ​ທ່ຽວ​ ພິນິດໄສ​ວ່າ ໃນ​ສະພາບ​ປະຈຸ​ບັນ, ​ເມື່ອ​ສ່ວນຫຼາຍບັນດາ​ປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ຍ້ອນ​ວິ​ກິດ​ການເສດຖະກິດ,​​ການ​ເມືອງ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ ​ເອີ​ຣົບ ​ມີ​ທ່າ​ອ່ຽງຈຳກັດການ​ໄປ​ທ່ອງ​ທ່ຽວ ສະນັ້ນ ​ການ​ດຶງ​ດູດ​ບັນດາ​ຕະຫຼາດ​ທີ່​ພົ້ນ​ເດັ່ນ​ຄືຕາ​ເວັນ​ອອກ​ກາງ, ​ອິນ​ເດຍ​ເປັນ​ທິດ​ທາງ​ທີ່​ມີຄວາມສາມາດເປັນໄປໄດ້.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈຳນວນ​ແຂກ​ທ່ອງ​ທ່ຽວ ​ອິນ​ເດຍ ມາ​ຫວຽດນາມ​ ຍາມໃດກໍ່​ຮັກສາຢູ່ລະດັບ​ປົກກະຕິ, ປະມານ 140.000 – 150.000 ​ເທື່ອ​ຄົນ​/ປີ, ​ເປັນ​ໜຶ່ງ​ໃນ​ບັນດາ​ຕະຫຼາດ 10 ​ແຫ່ງ​ທີ່​ສົ່ງ​ນັກ​ທ່ອງ​ທ່ຽວ​ມາ​ຫວຽດນາມ ​ຫຼາຍ​ທີ່​ສຸດ. ສຳລັບຕະຫຼາດຕາເວັນອອກກາງ, ເຖິງວ່າພຽງແຕ່ຢຸດຢູ່ໃນລະດັບນັກທ່ອງທ່ຽວ 20.000 - 30.000 ຄົນຕໍ່ປີ, ແຕ່ກໍ່ແມ່ນລູກຄ້າທີ່ມີລະດັບລາຍຈ່າຍສູງ ແລະ ຈຳນວນແຂກຄາດວ່າຈະມາຫວຽດນາມ ເມື່ອໄດ້ເຂົ້າເຖິງຂໍ້ມູນຂ່າວສານຫຼາຍຂຶ້ນ.

ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຮ່າ​ໂນ້ຍ, ທ່ານຫົວໜ້າ​ພະ​ແນ​ກການທ່ອງ​ທ່ຽວ ​ຮ່າ​ໂນ້ຍ ດັ້ງ​ເຮຶອງຢ່າງ ໃຫ້ຮູ້ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພະແນກຈະ​ສຸມ​ໃສ່​ບັນດາວິທີການແກ້ໄຂ ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຈາກ​ຕະຫຼາດ​ໃໝ່, ສ້າງ​ຜະລິດ​ຕະພັນ “3 ປະ​ເທດ ​ໜຶ່ງ​ຈຸດໝາຍ​ປາຍທາງ”ລວມມີ : ຫວຽດນາມ, ລາວ, ກຳປູເຈຍ, ໃນນັ້ນ ມີສູນດຶງດູດການທ່ອງທ່ຽວແມ່ນ ຮ່າໂນ້ຍ. ນອກຈາກ​ນີ້, ພະແນກກໍ່ຈະ​ຍູ້ແຮງ​ການ​ປະສານ​​ກັບ​ບໍລິສັດ​ການ​ບິນ Emirates ຂອງ ດູບາຍ ​ໃນ​ການ​ພາແຂກຈາກ​ຕາ​ເວັນ​ອອກ​ກາງ​ມາຍັງ ​ຮ່າ​ໂນ້ຍ.

​ເພື່ອເພີ່ມການລົງຕົວຈິງ, ສົ່ງເສີມ​ໃຫ້​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ໃຊ້​ຈ່າຍນັ້ນ, ການທ່ອງ​ທ່ຽວ ​ຮ່າ​ໂນ້ຍ ຈະສືບ​ຕໍ່ຜັນຂະຫຍາຍ​ການສ້າງ,ພັດທະນາ tour ​​ວັດທະນະທຳ​ທີ່​ຕິດ​ພັນ​ກັບ​ມໍລະດົກ - ຮ່ອງຮອຍ, ໝູ່ບ້ານອາຊີບຈຳນວນໜຶ່ງຕາມ​ເສັ້ນທາງ ແທງ​ຈີ - ​ເທືອງ​ຕິ໋ນ - ຝູ໋ຊວຽນ ​ແລະ ເສັ້ນທາງ ແທັງ​ອວາຍ - ອຶ໋​ງຮວາ - ໝີ໊ດືກ. ພ້ອມ​ກັນ​ນັ້ນ, ກໍ່ຍູ້​ແຮງ​ການ​ພັດທະນາ​ບັນດາ​ຜະລິດ​ຕະພັນການ​ທ່ອງ​ທ່ຽວທາງ​ແມ່​ນ້ຳ​ເຊື່ອມ​ຕໍ່​ບັນດາຈຸດໝາຍປາຍທາງ​​ລຽບ​ຕາມ​ແມ່​ນ້ຳແດງ, ແມ່​ນ້ຳ​ ດ໋ວງ, ​ເຮັດສຳ​ເລັດ​ເສັ້ນທາງ​ທ່ອງ​ທ່ຽວ ​ເຈືອງເຢືອງ​ໂດ້ - ບາ​ດ​ຈ່າງ - ຫໍວິຫານ ຈື້ດົງຕື້...

ວຽກງານໂຄສະນາເຜີຍແຜ່ ໃນພື້ນຖານດິຈິຕອນ ກໍ່ໄດ້ຖືເປັນສຳຄັນໃນການສື່ສານຮູບພາບຈຸດໝາຍປາຍທາງ, ຜະລິດຕະພັນການທ່ອງທ່ຽວໃໝ່ ຂອງນະຄອນຫຼວງ ໃນບັນດາຊ່ອງທາງສື່ມວນຊົນພາຍໃນ ແລະ ສາກົນ. ຮ່າໂນ້ຍ ພະຍາຍາມຫັນປ່ຽນບັນດາຮູບແບບການສື່ສານພື້ນຖານດີຈີຕອນ, ເຄືອຂ່າຍສັງຄົມ ເພື່ອເຜີຍແຜ່ ແລະ ດຶງດູດນັກທ່ອງທ່ຽວເຂົ້າມານະຄອນຫຼວງ ດ້ວຍຂໍ້ຄວາມທີ່ລຸລ່ວງວ່າ: “ຮ່າໂນ້ຍ - ມາເພື່ອຮັກ” ແລະ “ຮ່າໂນ້ຍ - ຈຸດໝາຍປາຍທາງການທ່ອງທ່ຽວທີ່ປອດໄພ, ເປັນມິດ, ມີຄຸນນະພາບ ແລະ ດຶງດູດໃຈ”.

ງານແຂ່ງຂັນເທັນນິດ ມິດຕະພາບ 2024: ກິລາເຊື່ອມຕໍ່ຊາວຮ່າໂນ້ຍ ກັບເພື່ອນມິດສາກົນ

ງານແຂ່ງຂັນເທັນນິດ ມິດຕະພາບ 2024: ກິລາເຊື່ອມຕໍ່ຊາວຮ່າໂນ້ຍ ກັບເພື່ອນມິດສາກົນ

ຍສໝ - ວັນ​ທີ 22 ກັນຍາ​, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບນະຄອນຫຼວງ​ຮ່າ​ໂນ້ຍ ໄດ້​ສົມທົບ​ກັບ​ພະ​ແນ​ກວັດທະນະທຳ ​ແລະ ກິລາຮ່າ​ໂນ້ຍ ຈັດ​ຕັ້ງ​ພິທີ​ເປີດ​ງານ​ແຂ່ງຂັນ​ເທັນ​ນິດ​ມິດຕະພາບ 2024. ການເຄື່ອນໄຫວເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກການທູດທີ່ເຮັດວຽກຢູ່ຮ່າໂນ້ຍ ໄດ້ມີໂອກາດພົບປະ,ແລກປ່ຽນກັບພະນັກງານທີ່ເຮັດວຽກງານການທູດປະຊາຊົນ ແລະ ຂະແໜງວັດທະນະທຳ, ກິລາຂອງນະຄອນຫຼວງ.

ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

ຍສໝ - Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ປະມານ 5.000 ຄົນ, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 14 ກັນຍາ ຢູ່​ເຂດ​ຖະໜົນ​ຄົນ​ຍ່າງ ​ເຈີ່ນ​ເຍີນ​ຕົງ ​ແລະ ​ເຂດ​ອ້ອມ​ແອ້ມ (ຕາແສງ ​ຫງວຽນຢູ, ເມືອງ ຮາຍ​ບາຈື່ງ, ນະຄອນ​ ຮ່າ​ໂນ້ຍ).

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ທ່ອງທ່ຽວ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.