ປະຕິບັດການໂທ 5ຈີ ຄັ້ງທຳອິດ ໂດຍເຄື່ອງອຸປະກອນຂອງຫວຽດນາມ ຜະລິດ

06:24 | 19/01/2020

ຍສໝ - ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ປະຕິບັດການໂທ 5ຈີ ຄັ້ງທຳອິດ ໂດຍນຳໃຊ້ສາຍສົ່ງຂໍ້ມູນ 5ຈີ ໂດຍເຄື່ອງອຸປະກອນ gNodeB ທີ່ໄດ້ຄົ້ນຄວ້າ ແລະ ຜະລິດໂດຍ Viettel.

ວັນທີ 17 ມັງກອນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ແລະ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈູງອັກແອັງ ໄດ້ມີການເຮັດວຽກ ແລະ ກວດກາວຽກງານຄົ້ນຄວ້າ, ຜະລິດເຄື່ອງອຸປະກອນອິນເຕີແນັດ 5ຈີ ຂອງ Viettel.

ປະຕິບັດການໂທ 5ຈີ ຄັ້ງທຳອິດ ໂດຍເຄື່ອງອຸປະກອນຂອງຫວຽດນາມ ຜະລິດ

ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ປະຕິບັດການໂທ 5ຈີ ຄັ້ງທຳອິດ. (ພາບ: thoibaotaichinhvietnam.vn)

ກ່າວຄຳເຫັນທີ່ກອງປະຊຸມ, ພົນຈັດຕະວາ - ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ກ່າວວ່າ: 5ຈີ ຈະຕັດສິນຄວາມຜົນສຳເລັດຂອງສັງຄົມດີຈີຕອນ. ທຸກໆປະເທດໃຊ້ 5ຈີ ນີ້ເພື່ອພິສູດລະດັບວິທະຍາສາດ ແລະ ເຕັກໂນໂລຢີຂອງພວກເຂົາ. ນັ້ນແມ່ນເຫດຜົນທີ່ພວກເຮົາກຳນົດວ່າ ໂຄງການ 5ຈີ ແມ່ນໜຶ່ງໃນບັນດາໂຄງການຍຸດທະສາດທີ່ສຸດຂອງ Viettel”.

ປັດຈຸບັນຢູ່ໃນໂລກ ມີ 5 ບໍລິສັດໄດ້ຜະລິດສຳເລັດບັນດາເຄື່ອງອຸປະກອນອິນເຕີແນັດ 5ຈີ ລວມມີ: Ericsson, Nokia, Huawei, Samsung ແລະ ZTE. Viettel ຈະແມ່ນບໍລິສັດທີ 6 ໃນໂລກທີ່ຜະລິດອຸປະກອນນີ້. ໃນຈຳນວນບໍລິສັດດັ່ງກ່າວນັ້ນ ມີພຽງແຕ່ບໍລິສັດ Viettel ເທົ່ານັ້ນທີ່ເປັນທັງແມ່ນບໍລິສັດຂຸດຄົ້ນໂທລະຄົມມະນາຄົມ, ທັງມີຄວາມສາມາດຜະລິດບັນດາອຸປະກອນອິນເຕີແນັດ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.