ແຂກທ່ອງທ່ຽວສາກົນ ມາທ່ຽວຢູ່ຫວຽດນາມໃນເດືອນ ມັງກອນ 2020 ຄາດວ່າບັນລຸເກືອບ 2 ລ້ານເທື່ອຄົນ

07:07 | 30/01/2020

ຈໍານວນແຂກທ່ອງທ່ຽວມາຈາກ ອາຊີ ຍັງກວມເອົາອັດຕາສ່ວນຫຼາຍຄືເກົ່າ ແມ່ນປະມານ 77%, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ແຂກທ່ອງທ່ຽວສາກົນ ມາທ່ຽວຢູ່ຫວຽດນາມໃນເດືອນ ມັງກອນ 2020 ຄາດວ່າບັນລຸເກືອບ 2 ລ້ານເທື່ອຄົນ

ພາບປະກອບ

ແຂກທ່ອງທ່ຽວສາກົນ ມາທ່ຽວຢູ່ຫວຽດນາມໃນເດືອນ ມັງກອນ 2020 ຄາດວ່າບັນລຸເກືອບ 2 ລ້ານເທື່ອຄົນ, ເຊິ່ງເປັນຕົວເລກສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ ຍ້ອນຄວາມຕ້ອງການໃນການທ່ອງທ່ຽວ, ພັກຜ່ອນບໍາລຸງສຸຂະພາບ, ຢ້ຽມຢາມຍາດຕິພີ່ນ້ອງ.ວັນທີ 26 ມັງກອນ (ກົງກັບວັນທີ 2 ບຸນເຕັດປີຊວດ 2020), ຢູ່ທ່າກຳປັ່ນຕຽນຊາ, ພະແນກທ່ອງທ່ຽວດ່ານັງ ສົມທົບກັບສາຂາບໍລິສັດ Destination Asia- ດ່ານັງ ໄດ້ຈັດພິທີຕອ້ນຮັບກຳປັ່ນ Westerdam ບັນທຸກນັກທ່ອງທ່ຽວສາກົນ 1250 ຄົນ ມາຢ້ຽມຢາມນະຄອນດ່ານັງ.

ເລື່ອງຈັດພິທີຕ້ອນຮັບບັນດາແຂກທ່ອງທ່ຽວສາກົນມາດ່ານັງ ໃນໂອກາດຕົ້ນປີໃໝ່ ເພື່ອແນໃສ່ສ້າງຄວາມປະທັບໃຈອັນດີງາມ, ໂຄສະນາພາບພົດນະຄອນນັງທີ່ຮັກແພງແຂກຄົນ. ໃນປີ 2020, ຂະແໜງທ່ອງທ່ຽວນະຄອນ ຈະເພີ່ມທະວີວຽກງານສົ່ງເສີມ, ໂຄສະນາ, ສົມທົບກັບບັນດາບໍລິສັດກຳປັ່ນ ແລະ ວິສາຫະກິດທ່ອງທ່ຽວເພື່ອໂຄສະນາຈຸດນັດພົບແມ່ນນະຄອນດ່ານັງ, ປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວນະຄອນໃຫ້ພັດທະນາ.

ໃນ 5 ວັນບຸນເຕັດ, ຄະນະຄຸ້ມຄອງເຂດທ່ອງທ່ຽວທັດສະນີຍະພາບ ຫງູແຮງເຊີນ, ນະຄອນ ດ່າໜັງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມເກືອບ 40.000 ເທື່ອຄົນ, ໃນນັ້ນ ແຂກທ່ອງທ່ຽວຕ່າງປະເທດກວມເອົາຫລາຍກ່ວາເຄິ່ງໜຶ່ງ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ໃນຊຸມວັນບຸນເຕັດປີຊວດ 2020, ຢູ່ບັນດາສະຖານທີ່ບັນເທີງລະຫຼິ້ນໃນເຂດມໍລະດົກ ເຫວ້, ພິເສດແມ່ນພະລາດຊະວັງ ກໍ່ໄດ້ດຶງດູດປະຊາຊົນ, ແຂກທ່ອງທ່ຽວມາຢ້ຽມຊົມຍາມລະດູບານໃໝ່ນັບຫລາຍພັນຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.