ທະ​ນາ​ຄານ​ໂລກ​ຄາດ​ຄະ​ເນ GDP ຂອງ​ຫວຽດ​ນາມ ພຽງ​ແຕ່ 4,7% ໃນ​ປີ 2023

07:07 | 03/10/2023

ຍສໝ - ​ໃນ​ບົດ​ລາຍ​ງານ​ຫຼ້າ​ສຸດ, ທະນາຄານ​ໂລກ (WB) ຄາດ​ຄະ​ເນ​ການ​ເຕີບ​ໂຕ GDP ຂອງ​ຫວຽດນາມ ​ໃນ​ປີ 2023 ພຽງ​ແຕ່ 4,7%, ຕ່ຳ​ກວ່າ​ຄາດໝາຍ​ທີ່​ວາງ​ໄວ້ 6,5%.

​ໃນ 9 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ເກີນ​ດຸນ​​ຂອງ​ຫວຽດນາມ ບັນລຸ​ເກືອບ 22 ຕື້ USD ​ໃນ 9 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ເກີນ​ດຸນ​​ຂອງ​ຫວຽດນາມ ບັນລຸ​ເກືອບ 22 ຕື້ USD
ADB ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ປີ 2023 ຈະ​ບັນ​ລຸ 5,8% ADB ຄາດ​ຄະ​ເນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຫວຽດ​ນາມ​ໃນ​ປີ 2023 ຈະ​ບັນ​ລຸ 5,8%

ໃນບົດລາຍງານທີ່ໄດ້ປະກາດໃນວັນທີ 2 ຕຸລາ, ທະນາຄານ ໂລກ (WB) ຄາດຄະເນການເຕີບໂຕຂອງ ຫວຽດນາມໃນປີ 2023 ບັນລຸລະດັບ 4,7%. ແລະກໍ່ຕາມ WB ແລ້ວ, ອັດຕາຄວາມທຸກຍາກຄາດວ່າຈະຫຼຸດແຕ່ 3,2% ໃນປີ 2022 ລົງເຫຼືອພຽງ 3%ໃນປີ 2023.

ທະ​ນາ​ຄານ​ໂລກ​ຄາດ​ຄະ​ເນ GDP ຂອງ​ຫວຽດ​ນາມ ພຽງ​ແຕ່ 4,7% ໃນ​ປີ 2023

ຕາມ WB ແລ້ວ, ພື້ນຖານເສດຖະກິດ ຫວຽດນາມ ຕ້ອງປະເຊີນໜ້າກັບບັນດາຄວາມສ່ຽງທີ່ກ່ຽວຂ້ອງເຖິງລະດັບເຕີບໂຕຕ່ຳກ່ວາ ການຄາດຄະເນຢູ່ບັນດາພື້ນຖານເສດຖະກິດພັດທະນາ ແລະ ຈີນ, ຄວາມຕ້ອງການຢູ່ຕ່າງປະເທດສຳລັບ ບັນດາປະເພດສິນຄ້າ ສົ່ງອອກຂອງ ຫວຽດນາມ ຫຼຸດລົງ, ກໍ່ຜົນກະທົບຕໍ່ການເຕີບໂຕ. ພ້ອມກັນນັ້ນ ຄວາມຕ້ອງການຢູ່ພາຍໃນປະເທດກໍ່ຖືກຢຸດສະຫງັກ, ແຕ່ຄາດຄະເນວ່າຍັງສືບຕໍ່ແມ່ນກຳລັງໜູນຫຼັກແກ່ການເຕີບໂຕ.

ໃນໄລຍະຍາວ, ຫວຽດນາມ ມີຄວາມຫວັງຢາຍກາຍເປັນປະເທດມີລາຍຮັບສູງໃນປີ 2045. ເພື່ອບັນລຸໄດ້ເປົ້າໝາຍນີ້, WB ສະເໜີ ໃຫ້ ຫວຽດນາມ ຕ້ອງຍົກສູງສະມັດຕະກາບຜ່ານການປົວແປງຖານການເງິນ, ແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບການລົງທຶນສາທາລະນະ ເພື່ອແນໃສ່ແກ້ໄຂບັນດາຂາດເຂີນດ້ານພື້ນຖານໂຄງລ່າງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.