ສັບປະດາ ໂຄສະນາວັດທະນະທຳ ແລ ອາຫານ ຫວຽດນາມ ຢູ່ ປະເທດໄທ

09:35 | 17/07/2018

ຍ​ສ​ໝ - ຕາມສຳນັກຂ່າວຫວຽດນາມ ຢູ່ປະເທດໄທ ຕອນຄ່ຳຂອງວັນທີ 16 ກໍລະກົດ ທີ່ ນະຄອນຫຼວງບາງກອກ ລາຊາອານາຈັກໄທ, ສະຖານທູດຫວຽດນາມ ໄດ້ປະສານສົມທົບກັບ ສາຍການບິນ ໄທ ຫວຽດເຈັດແອ ແລະ ໂຮງແຮມ ດູສິດ ທານາ ໄດ້ເປີດສັບປະດາໂຄສະນາເຜີຍແຜ່ວັດທະນະທຳ ແລະ ອາຫານ ຫວຽດນາມ ແຕ່ວັນທີ 16 -22 ກໍລະກົດນີ້.

ສັບປະດາ ໂຄສະນາວັດທະນະທຳ ແລ ອາຫານ ຫວຽດນາມ ຢູ່ ປະເທດໄທ

ແຂກ​ເຂົ້າ​ຮ່ວມ​ຊົມ​ການ​ແຕ່ງ​ອາ​ຫ​ານ​ ຫວຽດ​ນາມ. (ພາບ: ເຊີນ​ນາມ/Vietnam+)

ກ່າວ​ຄຳ​ປາ​ໄສ​ເປີດ​ງາມ​ຄັ້ງ​ນີ້ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ ຫງວ໋ຽນ​ຫ໋າຍ​ບັ່ງ ໄດ້​ເນັ້ນ​ໜັກ​ວ່າ: ອາ​ຫານ​ແມ່ນ​ເອກ​ກະ​ລັກ​ຂອງ​ຫວຽດ​ນາມ ແລະ ອາ​ຫານ​ຫວຽດ​ນາມ ໄດ້​ຮັບ​ການ​ຍົກ​ຍ້ອງ​ຈາກ​ປະ​ຊາ​ຄົມ​ໂລກ ຍ້ອນ​ຄຸນ​ຄ່າ​ດ້ານ​ໂພ​ສະ​ນາ​ການ ກໍ່​ຄື​ຕິດ​ພັນ​ກັບ​ວັດ​ທະ​ນຳ.

ສັບປະດາ ໂຄສະນາວັດທະນະທຳ ແລ ອາຫານ ຫວຽດນາມ ຢູ່ ປະເທດໄທ

ທ່ານ ຫງວ໋ຽນ​ຫ໋າຍ​ບັ່ງ ປາ​ໄສ​ໃນ​ງານ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ແລະ ອາ​ຫານ​ຫວຽດ​ນາມ. (ພາບ: ເຊີນ​ນາມ/Vietnam+)

ທ່ານ ຫງວ໋ຽນ​ຫ໋າຍ​ບັ່ງ ໄດ້​ຍົກ​ສິ່ງ​ທີ່​ພົ້ນ​ເດັ່ນ​ທີ່​ປະ​ຊາ​ຄົມ​ໂລກ​ສົນ​ໃຈ​ໃນ​ອາ​ຫານ​ຫວຽດ​ນາມ ຖ້າ​ເວົ້າ​ເຖິງການ​​ໂຄ​ສະ​ນາ-ເຜີຍ​ແຜ່ ວັດ​ທະ​ນະ​ທຳ​ການ​ກິນ​ຂອງ​ຫວຽດ​ນາມ ຢູ່​ບັນ​ດາ​ປະ​ເທດ​ໃນ​ໂລກ ເວົ້າ​ສະ​ເພາະ​ແມ່ນ​ ປະ​ເທດ​ໄທ, ບັນ​ດາ​ຮ້ານ​ອາ​ຫານ-ພັດ​ທະ​ຄານ ຫວຽດ​ນາມ ດຶງ​ດູດ​ແຂກ​ນັກ​ຊິມ, ສະ​ແດງ​ຄວາມ​ອ່ອນ​ນ້ອມ​ຂອງ​ປະ​ຊາ​ຊົນ​ທີ່​ເຂດ​ດັ່ງ​ກ່າວ ແລະ ເພື່ອນ​ມິດ​ໃນ​ໂລກຕໍ່​ກັບ​ອາ​ຫານ​ຫວຽດ​ນາມ.

ສັບປະດາ ໂຄສະນາວັດທະນະທຳ ແລ ອາຫານ ຫວຽດນາມ ຢູ່ ປະເທດໄທ

ການ​ສະ​ແດງ​ສິນ​ລະ​ປະ​ຂອງ​ສິນ​ລະ​ປິນ​ຫວຽດ​ນາມ.(ພາບ: ເຊີນ​ນາມ/Vietnam+)

ເຂົ້າ​ຮ່ວມ​ໃນ​ພິ​ທີ​ເປີດ​ງານ​ສັບ​ປະ​ດາ ໂຄ​ສະ​ນາ-ເຜີຍ​ແຜ່ ຄັ້ງ​ນີ້ ມີ​ຕ່າງ​ໜ້າ​ ສະ​ຖານ​ທູດ​ບັນ​ດາ​ປະ​ເທດ ປະ​ຈຳ​ຢູ່​ບາງກອກ, ເພື່ອນ​ມິດ​ສາ​ກົນ ພ້ອມ​ທັງ​ບັນ​ດາ​ຕ່າງ​ໜ້າ​ຄົນ​ຫວຽດ​ນາມ​ທີ່​ອາ​ໄສ​ ແລະ ດຳ​ລົງ​ຊີ​ວິດ​ຢູ່ ບາງກອກ ແລະ ແຂວງ​ຕ່າງໆ​ ຂອງ​ປະ​ເທດ​ໄທ.

ບັນ​ດາ​ອາ​ຫານ​ມີ​ຄວາມ​ເປັນ​ເອກ​ກະ​ລັກ ໄດ້​ຖືກ​ພໍ່​ຄົວ ບຸ່ຍ​ວັນ​ດາມ ຈາກ​ນະ​ຄອນ ໂຮ່​ຈີ໋​ມິງ ປຸງ​ແຕ່ງ​ຕໍ່​ໜ້າ​ບັນ​ດາ​ແຂກ ໃນ​ຄະ​ນະ​ທີ່​ລາຍ​ການ​ສະ​ແດງ​ສິນ​ລະ​ປະ ຂອງ​ຄະ​ນະ ສິນ​ລະ​ປະ ໂຮ່ນ​ຫວຽດ ມາ​ຈາກ ສະ​ຖາ​ບັນ ດົນ​ຕີ​ແຫ່ງ​ຊາດ​ຫວຽດ​ນາມ ດຶງ​ດູດ​ຜູ້​ຊົມ​ຢ່າງ​ຫຼວງ​ຫຼາຍ.

ໃນ​ງານຍັງ​ປະ​ກອບ​ມີ ການ​ວາງ​ສະ​ແດງ ຮູບ​ພາບ​ລະ​ບາຍ​ສີ ຂອງ​ຈິດ​ຕະ​ກອນ ຊາວ​ໄທ ສັນ​ຊາດ​ຫວຽດ​ນາມ ຈັດ​ຂື້ນ​ໂດຍ 333 Bababa Gallery.


(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.