ລ້ານດວງໃຈ​ມຸ່ງໄປ​ເຖິງພໍ່ແມ່ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ

22:34 | 12/09/2024

ຍສ​ໝ - ພາຍຸ​, ​ໄພ​ນ້ຳ​ຖ້ວມ​ຄັ້ງ​ປະຫວັດສາດ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ໃຫ້​ແກ່​ປະຊາຊົນ​ທາງ​ພາກ​ເໜືອ ຫວຽດນາມ. ຕໍ່ກັບການປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດັ່ງກ່າວ, ປະຊາຊົນ​ບັນດາ​ແຂວງ​ພາກ​ໃຕ້ ​ແລະ ພາກ​ກາງ ​ໄດ້ປຸກລະດົມຫຼາຍການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຢ່າງແທດຈິງ.

ສູນ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຮ່າ​ໂນ້ຍ: ຊຸກ​ຍູ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ​ແລະ​ ສິ​ລະ​ປະ​ຫວຽດ​ນາມ - ຈີນ
ຫວຽດນາມ ສືບ​ຕໍ່​ວິວັດການຮຽກຮ້ອງ​ຄວາມ​ຍຸຕິ​ທຳ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ຢູ່​ແຂວງ ແທງ​ຮ໋ວາ, ວັນ​ທີ 10 ກັນຍາ, ປະຊາຊົນ​ບ້ານ​ ຫງອກເ​ຈີ້ມ (​ຕາ​ແສງ ທັງລອງ, ​ເມືອງ ນົງ​ກົ໋ງ) ໄດ້ບໍລິຈາກ, ສະໜັບສະໜູນເງິນ, ຫໍ່ເຂົ້າຕົ້ມ 700 ອັນ ພ້ອມກັບໝີ່ສຳເລັດຮູບ, ນົມ​ຫຼາຍ​ຮ້ອຍ​ກ່ອງ ​ເພື່ອ​ມອບ​ໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ​ຢູ່​ເມືອງ ຈ້າມເຕົ່າ, ​ແຂວງ ​ອຽນບ໋າຍ. ຄາດ​ວ່າ ເຄື່ອງ​ຊ່ວຍເຫຼືອດັ່ງກ່າວ​ຈະ​ຖືກ​ສົ່ງ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 11 ກັນຍາ.

ຢູ່​ແຂວງ ເງະອ່ານ, ຫຼາຍ​ທ້ອງ​ຖິ່ນ​ກໍ່​ໄດ້ຕອບສະໜອງຂະບວນການ​ຊ່ວຍເຫຼືອ​ຢ່າງ​ຕັ້ງໜ້າ​. ທ່ານນາງ ຫງວຽນທິວິງ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ຫວໍ້ລຽດ (ເມືອງ ແທງເຈືອງ) ໃຫ້ຮູ້ວ່າ ຕາແສງ ໄດ້ປຸກລະດົມໃຫ້້ປະຊາຊົນຫໍ່ເຂົ້າຕົ້ມ 900 ອັນ ​ແລະ ​ບໍລິຈາກ​ບັນດາເຄື່ອງ​ຂອງ​ທີ່​ຈຳ​ເປັນ ​ເພື່ອ​ສົ່ງ​ໃຫ້​ຄະນະ​​ຊ່ວຍເຫຼືອ​ແຂວງ. ການຫໍ່ເຂົ້າຕົ້ມຖືກຈັດຕັ້ງຢ່າງເຂັ້ມງວດເພື່ອຮັບປະກັນໃຫ້ເຂົ້າຕົ້ມຮັກສາຄຸນນະພາບໃນຕະຫຼອດໄລຍະການຂົນສົ່ງ.

ລ້ານດວງໃຈ​ມຸ່ງໄປ​ເຖິງພໍ່ແມ່ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ

ປະຊາຊົນ​ເມືອງ ​ກີ​ແອງ (ຮ່າ​ຕິ້ງ) ຫໍ່​ປາ​ແຫ້ງ​ໜູນ​ຊ່ວຍ​ປະຊາຊົນ​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ. (ພາບ: Dan Tri)

ຢູ່​ແຂວງ ຮ່າ​ຕິ້ງ, ຄະນະຕາແສງ ກີຟູ (​ເມືອງ ກີແອງ) ໄດ້ປຸກລະດົມບັນດາໜ່ວຍຊາວໜຸ່ມເກັບ​​ອາຫານ​ທະ​ເລ​ແຫ້ງ​ຄື ປາ, ປາມຶກ ເພື່ອ​ສົ່ງ​ໃຫ້​ປະຊາຊົນ​ບັນດາ​ແຂວງ​ພາກ​ເໜືອ. ຂອງຂວັນເຫຼົ່ານີ້ບໍ່ພຽງແຕ່ອຸດົມສົມບູນດ້ວຍຄຸນຄ່າທາງໂພຊະນາການເທົ່ານັ້ນ, ແຕ່ຍັງງ່າຍຕໍ່ການຮັກສາໄວ້ໃນສະພາບທີ່ຫຍຸ້ງຍາກ. ສະມາຊິກຄະນະຕາແສງ ຍັງໄດ້ຮຽກຮ້ອງໃຫ້ບໍລິຈາກເງິນສົດເພື່ອສະໜັບສະໜູນເພີ່ມເຕີມ.

ນອກ​ນັ້ນ, ຢູ່​ແຂວງ ກວາງ​ບິ່ງ, ມີ​ກຸ່ມ​ອາສາ​ສະໝັກ​ຢູ່​ເມືອງ ​ເລ​ຖຸຍ ລວມມີ ຊາວ​ໜຸ່ມ​ບັນດາ​ໝູ່​ບ້ານ​ທະ​ເລ, ລອຍນ້ຳເກັ່ງ, ມີ​ປະສົບ​ການ​ຫຼາຍ​ດ້ານ​ໃນ​ການ​ກູ້​ໄພໃນ​ແມ່ນ້ຳ​ພ້ອມ​ດ້ວຍ​ເຮືອ​ຫາ​ປາ​ນ້ອຍ 4 ລຳ ໄດ້​ອອກ​ໄປ​ເພື່ອໜູນ​ຊ່ວຍ​ປະຊາຊົນ ​ໄທ​ງວຽນ. ເປັນໜ້າສົນໃຈ ແມ່ນບໍລິສັດ​ລົດ​ເມ​ຫຼາຍ​ແຫ່ງ​ຢູ່​ແຂວງ ກວາງ​ບິ່ງ ​ໄດ້​ສະໜອງປີ້ຟຣີສໍາລັບອາສາສະຫມັກ ແລະ ການຊ່ວຍເຫຼືອໃນການຂົນສົ່ງສິນຄ້າຊ່ວຍເຫຼືອໄປພາກເໜືອ.

ລ້ານດວງໃຈ​ມຸ່ງໄປ​ເຖິງພໍ່ແມ່ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ

ປະຊາຊົນ ດານັງ ໄດ້​ຫໍ່​ເຂົ້າຕົ້ມຕະຫຼອດຄືນເພື່ອສົ່ງໄປເຂດ​ປະສົບ​ໄພ​ນ້ຳ​ຖ້ວມ​ທາງ​ພາກ​ເໜືອ. (ພາບ: Dan Viet)

ຢູ່​ນະຄອນ ດານັງ, ປະຊາຊົນ​ຍັງ​ໄດ້​ຫໍ່​ເຂົ້າຕົ້ມຢ່າງ​ວ່ອງ​ໄວ​ເພື່ອ​ສົ່ງ​ໄປຊ່ວຍເຫຼືອ. ຢູ່​ເມືອງ ງູ້ແຮງເຊີນ, ທ່ານ ​ເລ​ແທງ​ລອງ ພ້ອມກັນກຸ່ມ​ອາສາ​ສະໝັກ​ໄດ້​ປຸງ​ແຕ່ງ ​ແລະ ຫໍ່​ເຂົ້າຕົ້ມ 1.000 ອັນ ​ເພື່ອ​ມອບ​ໃຫ້​ປະຊາຊົນ​ຢູ່​ພາກ​ເໜືອ. ຄາດ​ວ່າ​ ​​ຈະ​ຖືກ​ສົ່ງໄປ​ໃນ​ຕອນ​ບ່າຍ​ວັນ​ທີ 11 ກັນຍາ, ໂດຍ​ມີ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດມາ​ຈາກ​ຜູ້​ອຸປະຖຳ ​ແລະ​ ປະຊາຊົນ​ໂດຍ​ສະໝັກ​ໃຈ.

ຈາກພາກໃຕ້, ບັນດາການເຄື່ອນໄຫວຊ່ວຍເຫຼືອໄດ້ດໍາເນີນໄປຢ່າງກະຕືລືລົ້ນ. ທ່ານ ຮວ່າງແອງຕ໋ວນ, ຜູ້ກໍ່ຕັ້ງຮູບແບບ ATM ເຂົ້າ, ໃຫ້ຮູ້ວ່າ ໄດ້ສົ່ງເສື້ອຊູຊີບ 1.000 ໂຕ ແລະ ເຮືອຈັກ ໃຫ້ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ເພື່ອສົ່ງໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບ. ທ່ານ ໂດ້ແຄງດົງ ຈາກນະຄອນ ຖູດຶກ (ນະຄອນ ໂຮ່ຈີມິນ) ກໍ່ໄດ້ສົ່ງເສື້ອຊູຊີບ 800 ໂຕ ແລະ ປະຈຸບັນພວມສົມທົບກັບກຸ່ມອາສາສະໝັກເພື່ອໄປຊ່ວຍເຫຼືອໂດຍກົງ.

ລ້ານດວງໃຈ​ມຸ່ງໄປ​ເຖິງພໍ່ແມ່ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ທຳ​ມະ​ຊາດ

ເສື້ອ​ຊູຊີບ​ຂອງ​ກຸ່ມ Saigon Night ໄດ້​ເຕົ້າ​ໂຮມ​ຢູ່​ທ່າ​ອາກາດສະຍານສິນຄ້າ ເພື່ອ​ອອກ​ເດີນທາງ​ໄປ​ພາກ​ເໜືອ​ໃນ​ຕອນ​ບ່າຍ​ວັນ​ທີ 10 ກັນຍາ. (ພາບ: Thanh Nien)

ນອກຈາກນັ້ນ, ກຸ່ມອາສາສະມັກ Saigon Night ກໍ່ຊື້ເສື້ອຊູຊີບ 1.500 ໂຕ ເພື່ອສົ່ງໄປພາກເໜືອຢ່າງທັນທີ. ນີ້ຖືວ່າເປັນເຄື່ອງໃຊ້​ທີ່​ຈໍາ​ເປັນ​ທີ່​ສຸດ​ໃນ​ໄລ​ຍະ​ທີ່​ສໍາ​ຄັນ​ນີ້​.

ຕອນ​ບ່າຍ​ວັນ​ທີ 10 ກັນຍາ, ຄະນະກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີປຸກລະດົມການໜູນຊ່ວຍປະຊາຊົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍຍ້ອນພະຍຸ​ເລກທີ 3. ອຳນາດການປົກຄອງ ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ບໍລິຈາກ 120 ຕື້​ດົ່ງ, ໃນຂະນະນັ້ນ, ແຂວງ ບິ່ງ​ເຢືອງ ຍັງ​ໄດ້​ຫັກເງິນຈາກກອງທຶນຊ່ວຍເຫຼືອ 10 ຕື້ດົ່ງ ເພື່ອແບ່ງເບົາຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນບັນດາແຂວງພາກເໜືອ.

ຢູ່ໃນສື່ມວນຊົນສັງຄົມອອນລາຍ, ການຮຽກຮ້ອງຫຼາຍໆຄັ້ງເພື່ອຊ່ວຍເຫຼືອພີ່ນ້ອງຮ່ວມຊາດໃນເຂດນໍ້າຖ້ວມທາງເຫນືອໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ. ​ໃນ​ການ​ຕອບ​ກັບ, ​ນັບ​ຮ້ອຍຄະນະຊ່ວຍເຫຼືອຈາກ​ບັນດາ​ແຂວງ, ນະຄອນ​ໄດ້​ອອກ​ເດີນທາງ​ຢ່າງ​ວ່ອງ​ໄວ, ຂົນ​ສົ່ງ​ເຄື່ອງ​ຂອງ ​ແລະ ​ບໍ່​ລັງ​ເລທີ່ຈະ​ເຂົ້າ​ເຂດ​ປະສົບ​ໄພ​ນ້ຳ​ຖ້ວມ, ຢູ່ຄຽງຂ້າງ​ກັບ​ປະຊາຊົນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

ບັນດາ​ສ່ວນ​ບຸກຄົນ, ວິ​ສາ​ຫະກິດ ​ແລະ ໜ່ວຍອາສາ​ສະໝັກ​ຈາກ ຮ່າ​ໂນ້ຍ ກໍ່​ຄື​ບັນດາ​ແຂວງ​ພາກ​ກາງ ​ແລະ ພາກ​ໃຕ້ ​ໄດ້​ຈັດ​ຕັ້ງບັນດາ “ຖ້ຽວລົດ​ 0 ​ດົງ” ຢ່າງ​ຮີບ​ດ່ວນ, ນຳ​ເຄື່ອງຊ່ວຍເຫຼືອ​ໄປ​ໃຫ້​ບັນດາ​ທ້ອງ​ຖິ່ນ​ທີ່ປະສົບ​ໄພ​ນ້ຳ​ຖ້ວມ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

OneSky ໜູນ​ຊ່ວຍການ​ເບິ່ງ​ແຍງ​, ການ​ສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​-ກຸ່ມອຸດສາຫະກຳຢູ່ ກວາງ​ນາມ.

ຍສໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ຫາກໍອອກມະຕິສະບັບ​​ເລກທີ 1517/QD-UBND ລົງ​​ໃນ​ວັນ​ທີ 24 ມິຖຸນາ 2024 ອະນຸມັດ​ບ້ວງ​ເງິນ​ໜູນ​ຊ່ວຍ​ກວ່າ 4,3 ຕື້​ດົ່ງ ຈາກ​ໂຄງການ​ໜູນ​ຊ່ວຍ​ການເບິ່ງ​ແຍງ​, ການສຶກສາ​ເດັກ​ຂັ້ນອະນຸບານ​ຢູ່​ບັນດາ​ເຂດ​ອຸດສາຫະກຳ, ກຸ່ມ​ອຸດສາຫະກຳ​ໃນແຂວງ ກວາງນາມ ໂດຍອົງການ OneSky ອຸປະຖຳ.

ຮ່າ​ໂນ້ຍ, ຫາຍ​ຟ່ອງ ​ແບ່ງປັນ​ປະສົບ​ການ​ໃນ​ດ້ານ​ການ​ທູດປະຊາຊົນ

ຮ່າ​ໂນ້ຍ, ຫາຍ​ຟ່ອງ ​ແບ່ງປັນ​ປະສົບ​ການ​ໃນ​ດ້ານ​ການ​ທູດປະຊາຊົນ

ຍສໝ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ​ຮ່າ​ໂນ້ຍ ​ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຫາຍ​ຟ່ອງ ຫາກໍ​ມີ​ການ​ພົບ​ປະ​, ແລກປ່ຽນ​ແຜນການ​ຮ່ວມ​ມື​ລະຫວ່າງ 2 ຫົວໜ່ວຍ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.