ເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

17:40 | 28/03/2021

ໃນ​ວັນທີ 19 ມີນາ 2021 ທີ່ ແຂວງຫລວງພະບາງ, ກົມ​ເສດ​ຖະ​ກິດ ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມ​ເຜີຍ​ແຜ່​ ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: “ການ​ຮ່ວມ​ມືພາກ​ພື້ນ ແລະ ສາ​ກົນ”  ພາຍໃຕ້ການສະໜັບສະໜູນ ຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມ ຂອງ ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ຕ່າງປະ​ເທດ ແລະ ທ່ານ ນາງ ສິລິພອນ ສຸ ພັນທອງ ຮອງ​ເຈົ້າ​ແຂວງຫລວງພະບາງ, ໂດຍ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ສູນ​ກາງ ແລະ ຂະ​ແໜງ​ການທີ່​ກ່ຽ​ວ​ຂ້ອງ ແຂວງຫລວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ ແລະ ແຂວງອຸດົມໄຊ.

ເຜ ຍແຜ ໂຄງການຝ ກອ ບຮ ມ ສ າລ ບພະນ ກງານໜ ມ ຂອບການຮ ວມມ ແມ ນ າຂອງ ແມ ນ າລ ານຊ າງ ໄຊຊະນະທາງເລກ 9 - ພາກໃຕ້ລາວ ປີ 1971 ແມ່ນໜຶ່ງໃນບັນດາເຫດການປະຫວັດສາດທີ່ມີລັກສະນະຍຸດທະສາດ,ສ້າງທ່າ ແລະກໍາລັງແຮງໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ໃນລະດູບານໃໝ່ປີ 1975
ເຜ ຍແຜ ໂຄງການຝ ກອ ບຮ ມ ສ າລ ບພະນ ກງານໜ ມ ຂອບການຮ ວມມ ແມ ນ າຂອງ ແມ ນ າລ ານຊ າງ ຮັດແໜ້ນການພົວພັນມິດຕະພາບທີ່ຍິ່ງໃຫຍ່ຫວຽດນາມ - ລາວ ກວ່າອີກ
ເຜ ຍແຜ ໂຄງການຝ ກອ ບຮ ມ ສ າລ ບພະນ ກງານໜ ມ ຂອບການຮ ວມມ ແມ ນ າຂອງ ແມ ນ າລ ານຊ າງ

ເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

ກອງປະຊຸມຄັ້ງນີ້, ຖືເປັນກິດຈະກໍາໜຶ່ງທີ່ສໍາຄັນ ທີ່ ສປປ ລາວ ປະກອບສ່ວນເຂົ້າໃນ ການສະເຫລີມສະຫລອງວັນສ້າງຕັ້ງ ຂອບການຮ່ວມມື ແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ ຄົບຮອບ 5 ປີ (23 ມີນາ 2016-23 ມີນາ 2021) ແລະ ງານສັບປະດາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2021.

ຈຸດ​ປະ​ສົງຂອງກອງ​ປະ​ຊຸມ​​ຄັ້ງ​ນີ້, ແນ່ໃສ່ເພີ່ມທະວີຄວາມເຂົ້າໃຈ ແລະ ການຮ່ວມມືໃນ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍ່ຄືຂອບການຮ່ວມມື ພາກພື້ນ ແລະ ອານຸພາກພື້ນແມ່ນໍ້າຂອງ ໂດຍໝູນໃຊ້ທ່າແຮງ ຂອງການຮ່ວມມືດັ່ງກ່າວ ປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະ ຢູ່ບັນດາແຂວງພາກເໜືອ ທີ່ມີຊາຍແດນຕິດຈອດກັບ ສປ ຈີນ. ນອກນັ້ນ, ທີ່ປະຊຸມຍັງໄດ້​ຮັບ​ຟັງ​​ ໝາກຜົນການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ, ເຊິ່ງເປັນນະໂຍບາຍ ແລະ ຍຸດທະສາດສໍາຄັນໜຶ່ງ ທີ່ ສປ ຈີນ ກໍາລັງຈັດຕັ້ງປະຕິບັດຢູ່ໃນຫລາຍພາກພື້ນ. ໃນນັ້ນ, ລວມມີພາກພື້ນອານຸ ແມ່ນໍ້າຂອງ ໂດຍຜ່ານການຮ່ວມມື ທັງຮູບແບບສອງຝ່າຍ ແລະ ຫລາຍຝ່າຍ ໃນພາກພື້ນ ແລະ ສາກົນ. ຄຽງຄູ່ກັນຜູ້ເຂົ້າຮ່ວມ ກໍ່ໄດ້ຮັບຟັງ ແລະ ແລກປ່ຽນຄວາມ ຄິດເຫັນ ກ່ຽວກັບ ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ ກັບ​ຄູ່​ຮ່ວມ​ພັດ​ທະ​ນາ ໂດຍ​​ລົງ​ເລິກ​ຂອບ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ລວມທັງຂັ້ນ​ຕອນ ການ​ສະ​ເໜີ​ໂຄງ​ການ ​ພາຍ​ໃຕ້​ ກອງ​ທຶນ​ພິ​ເສດ​ ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ.

​ໃນ​ຕອນ​ທ້າຍກອງ​ປະ​ຊຸມ ໄດ້ຮັບ​ຟັງ​​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ບັນ​ດາ​ແຂວງ​ພາກເໜືອ ທີ່​ໄດ້​ຍົກ​ໃຫ້​ເຫັນ ​​ເຖິງກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ ໃນ​ການຮ່ວມມືກັບສາກົນ, ໂດຍສະເພາະກັບ ສປ ຈີນ ແລະ ສຸມ​ໃສ່ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ​ເພື່ອ​ຊອກ​ຫາ​ກາ​ລະ​ໂອ​ກາດ ໃນ​ການ​ໝູນ​ໃຊ້​ທ່າ​ແຮງ​ ການ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ ຂອງ ສ​ປ​ປ ລາວ ເຂົ້າ​ໃນ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-​ສັງຄົມ ແຫ່ງ​ຊາດ ກໍ່ຄື ຂອງ​ທ້ອງ​ຖິ່ນ​ໃຫ້​ມີ​ປະ​ສິດ​ທິ​ພາບ ແລະ ມີ​ປະ​ສິດ​ທິ​ຜົ​ນຍິ່ງໆ​ຂຶ້​ນ.

ເຜ ຍແຜ ໂຄງການຝ ກອ ບຮ ມ ສ າລ ບພະນ ກງານໜ ມ ຂອບການຮ ວມມ ແມ ນ າຂອງ ແມ ນ າລ ານຊ າງ ຫວຽດນາມ ສືບຕໍ່ເຂົ້າຮ່ວມການເຄື່ອນໄຫວຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ ຢ່າງມີຄວາມຮັບຜິດຊອບ

ຍສໝ - ເມື່ອບໍ່ດົນມານີ້, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 18 ໄດ້ດໍາເນີນຜ່ານລະບົບອອນລາຍ ພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາ Dato Seri Pahlawan Haji Hamzah bin Haji Sahat ຜູ້ບັນຊາການທະຫານສູງສຸດແຫ່ງກອງທັບລາດຊະວົງ ບຣູໄນ.

ເຜ ຍແຜ ໂຄງການຝ ກອ ບຮ ມ ສ າລ ບພະນ ກງານໜ ມ ຂອບການຮ ວມມ ແມ ນ າຂອງ ແມ ນ າລ ານຊ າງ ແລກປ່ຽນເນື້ອໃນຮ່ວມມືໃນຂົງເຂດການຄ້າ, ພະລັງງານແບບຍືນຍົງ ແລະເສດຖະກິດໝູນວຽນລະຫວ່າງສອງປະເທດ ຫວຽດນາມ ແລະ ໂຮນລັງ

ຍສໝ - ໂຮນລັງ ປາດຖະໜາຢາກເພີ່ມທະວີການສົມທົບກັບກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃນບັນດາຂົງເຂດເສດຖະກິດໝູນວຽນຄືຈັດຕັ້ງການເຈລະຈາ, ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນເພື່ອພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດໃນຂົງເຂດດັ່ງກ່າວກວ່າອີກ.

ເຜ ຍແຜ ໂຄງການຝ ກອ ບຮ ມ ສ າລ ບພະນ ກງານໜ ມ ຂອບການຮ ວມມ ແມ ນ າຂອງ ແມ ນ າລ ານຊ າງ ເວທີປາໄສອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອການຟື້ນຟູ ແລະ ການເຕີບໂຕແບບຍືນຍົງ

ຍສໝ - ຫວ່າງແລ້ວນີ້, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທ່ານ ຫງວຽນກວກຢູ້ງ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ, ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ...

kpl.gov.la

ເຫດການ
302 Found

Found

The document has moved here.