ຫວຽດນາມ - ອົດສະຕາລີເພີ່ມທະວີການຮ່ວມມືຢ່າງຮອບດ້ານ

17:45 | 26/11/2019

ຍສໝ - ໂດຍໄດ້ຮັບຄໍາເຊື້ອເຊີນຂອງລັດຖະບານ ອົດສະຕາລີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕາລີ ໃນລະຫວ່າງວັນທີ 24 – 27 ພະຈິກ 2019.

ໃນວັນທີ 25 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ Scott Morrison ແລະ ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ອົດສະຕາລີ, Michael McCormack.

ເມື່ອເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ Scott Morrison, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ຢໍ້າຄືນຄໍາໝັ້ນສັນຍາລະຫວ່າງການນໍາສອງປະເທດ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານໃນທຸກຂົງເຂດ.

ຫວຽດນາມ - ອົດສະຕາລີເພີ່ມທະວີການຮ່ວມມືຢ່າງຮອບດ້ານ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ Scott Morrison (ພາບ: baochinhphu.vn)

ກ່ຽວກັບບັນຫາຂອງພາກພື້ນ ແລະ ສາກົນ, ການນໍາສອງທ່ານ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍໃຫ້ຫຼາຍກວ່າອີກ, ແບ່ງປັນຫຼັກໝັ້ນ ແລະ ສົມທົບກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ.

ສ່ວນໃນການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີ ອົດສະຕາລີ Michael McCormack ໄດ້ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງກວ້າງຂວາງ. ຮອງນາຍົກລັດຖະມົນຕີສອງທ່ານ ຢັ້ງຢືນວ່າ ຈະສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນໍາສອງປະເທດໄດ້ລົງນາມນໍາກັນ ແລະ ໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນ Scott Morrison ເມື່ອເດືອນ ສິງຫາ 2019 ຜ່ານມາ ໃຫ້ມີປະສິດທິຜົນ.

ທ່ານຮອງນາຍົກລັດຖະມົນຕີ ອົດສະຕາລີ Michael McCormack ຢັ້ງຢືນວ່າ ສ້າງຄວາມສະດວກໃຫ້ການເປີດຫຼາຍສາຍການບິນໂດຍກົງລະຫວ່າງສອງປະເທດຕື່ມອີກ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຫວຽດນາມທີ່ດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ ອົດສະຕາລີ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.