ທ່ານ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຢ້ຽມຢາມ ແລະ ເຮັດວຽກ ກັບກະຊວງພາຍໃນກຳປູເຈຍ

06:37 | 27/11/2019

ຍສໝ - ເມື່ອບໍ່ດົນມານີ້, ທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ.

ໃນລະຫວ່າງວັນທີ 22 – 24 ພະຈິກ, ທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ກຳປູເຈຍ.

ໃນການເຂົ້າຢ້ຽມຂ່ຳນັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ Samdech Sar Kheng, ທ່ານຮອງລັດຖະມົນຕີ ບຸຍວັນນາມ ຢືນຢັນວ່າ ກະຊວງຕຳຫຼວດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ສືບຕໍ່ຊ່ວຍເຫຼືອ, ສົມທົບກັບກະຊວງພາຍໃນກຳປູເຈຍ ໃນວຽກງານຮັບປະກັນຄວາມໝັ້ນຄົງຂອງ 2 ປະເທດ, ບໍ່ປະໃຫ້ບັນດາກຳລັງທີ່ເປັນປໍລະປັກນຳໃຊ້ດິນແດນຂອງປະເທດນີ້ິ້ເພື່ອຕ້ານຄືນປະເທດອື່ນ, ສືບຕໍ່ຮ່ວມມືບຳລຸງສ້າງພະນັກງານ ຢ່າງມີປະສິດທິຜົນ.

ທ່ານ ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ຢ້ຽມຢາມ ແລະ ເຮັດວຽກ ກັບກະຊວງພາຍໃນກຳປູເຈຍ

ທ່ານພົນໂທ ບຸຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ Samdech Sar Kheng

(ພາບ: TTXVN)

ທີ່ການເຈລະຈາກັບທ່ານລັດຖະມົນຕີ Sok Phal ແລະ ທ່ານລັດຖະມົນຕີ Mao Chandara, 2 ຝ່າຍໄດ້ຕີລາຄາວ່າ ວຽກງານຮ່ວມມືລະຫວ່າງ 2 ກະຊວງໃນໄລຍະຜ່ານມາ ໄດ້ບັນລຸໝາກຜົນດີງາມຫຼາຍຢ່າງ, ປະກອບສ່ວນຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ແຕ່ລະປະເທດ; ສຸມໃສ່ຕີລາຄາສູງການຮ່ວມມືລະຫວ່າງສອງກະຊວງ ໃນໄລຍະທີ່ຜ່ານມາ, ມີໝາກຜົນທີ່ດີຫຼາຍຢ່າງ ເພື່ອຮັບປະກັນຄວາມສະຫງົບປອດໄພແລະຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ໃນນັ້ນມີການປະສານງານແກ້ໄຂບັນດາເອກະສານນິຕິກຳ ໃຫ້ແກ່ປະຊາຊົນທີ່ມີເຊື້ອຊາດຫວຽດນາມ ໄດ້ຮັບປະກັນສິດຜົນປະໂຫຍດອັນຊອບທຳ ຂອງປະຊາຊົນຂອງຕົນ ແລະ ສອດຄ່ອງກັບນະໂຍບາຍ ແລະ ກົດໝາຍ ຂອງ ກຳປູເຈຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.