ການປະຕິວັດເດືອນສິງຫາ ໃນສາຍຕາຂອງເພື່ອນມິດສາກົນ

08:00 | 21/08/2024

ຍສໝ - ການປະຕິວັດເດືອນສິງຫາ ຂອງຫວຽດນາມ ປີ 1945 ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດ ຫວຽດນາມ, ສ່ອງແສງໃຫ້ເຫັນເຖິງການຕໍ່ຕ້ານອັນຊອບທຳຂອງຊາດ ຫວຽດນາມ ເພື່ອຕໍ່ຕ້ານ​ສັດຕູຜູ້ຮຸກຮານພາຍນອກ, ເປັນຂີດໝາຍການຫັນປ່ຽນໄປສູ່ຍຸກສະໄໝໃໝ່. ຜ່ານ​ການຄົ້ນຄ້ວາ, ຊອກຮູ້ກ່ຽວກັບປະຫວັດສາດ​ ຫວຽດນາມ, ບັນດາ​ນັກ​ຊ່ຽວຊານ, ນັກ​ຄົ້ນ​ຄ້ວານັບມື້ນັບ​​ເຂົ້າ​ໃຈ ​ແລະ ນິຍົມນັບຖື​ໄຊຊະນະ​ຂອງ​ຊາວ ຫວຽດນາມ ​ໃນ​ຂະ​ບວນການ​ປົດ​ປ່ອຍ​ຊາດ.

ການປະຕິວັດເດືອນສິງຫາ: ກຳລັງແຮງທາງດ້ານຈິດໃຈຂອງປະຊາຊົນ ແລະ ນ້ຳໃຈຄວາມສາມັກຄີ
ການປະຕິວັດເດືອນສິງຫາປີ 1945 - ບົດຮຽນກ່ຽວກັບການສຸມກຳລັງແຮງຂອງປະຊາຊົນພາຍໃຕ້ການນຳພາອັນປີຊາສາມາດຂອງພັກກອມມູນິດ ຫວຽດນາມ

ໜັງສືພິມ ຫວຽດນາມ ເອກະລາດ 122 ສະບັບໂດຍແນວ​ໂຮມ ຫວຽດ​ນາມ ​ໄດ້​ພິມ​ຈຳໜ່າຍ​ແຕ່​ປີ 1941-1945 ​ໄດ້​ແປ​ເປັນ​ພາສາ​ອັງກິດ​ໂດຍ​ນັກ​ປະຫວັດສາດຊາວ​ນອກ​ແວ Stein Tonnesson ພ້ອມກັນກັບເພື່ອຮ່ວມງານ ແລະ ​ໄດ້​ລົງ​ໃນ​ເວັບ​ໄຊ​ສ່ວນ​ຕົວ ​ເພື່ອ​ແບ່ງປັນຢ່າງ​ກວ້າງຂວາງ​ໃຫ້​ບັນດາ​ນັກ​ຄົ້ນຄວ້າ​ສາກົນເພື່ອຄົ້ນຄ້ວານຳກັນ. ສຳລັບລາວແລ້ວ, ການສຶກສາຄົ້ນຄວ້າທາງໜັງສືພິມ ຫວຽດນາມ ເອກະລາດ ແມ່ນກຸນແຈເພື່ອເຂົ້າໃຈວິໄສທັດອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ ໃນວຽກງານໂຄສະນາເຜີຍແຜ່ເພື່ອປະກອບສ່ວນສ້າງເປັນໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945.

ການປະຕິວັດເດືອນສິງຫາ ໃນສາຍຕາຂອງເພື່ອນມິດສາກົນ

ລັດ​ຖະ​ບານ​ຊົ່ວຄາວ​ແຫ່ງ ຫວຽດນາມ ປະຊາທິປະ​ໄຕ ສາທາລະນະ​ລັດ ​ໄດ້ເປີດຕົວພາຍຫຼັງ​ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ. (ພາບສາລະຄະດີ: TTXVN)

ສໍາລັບນັກຂ່າວ Jorge Tuero ຂອງ ອາກຊັງຕິນ, ເວົ້າກ່ຽວກັບຫວຽດນາມ ແມ່ນເວົ້າເຖິງຊາດທີ່ໄດ້ເອົາຊະນະຫຼາຍສະໄໝລາຊະວົງສັກດີນາພາກເຫນືອ, ພວກລ່າເມືອງຂຶ້ນ ຝຣັ່ງ ແລະ ກອງທະຫານ ເລເຢື່ອງ, ຈັກກະພັດ ຍີ່ປຸ່ນ ແລະ ຈັກກະພັດ ອາເມລິກາ.

​ໃນ​ຖານະ​ເປັນ​ປະ​ເທດ​ວິລະ​ຊົນ​ທີ່​ຜ່ານ​ຜ່າ​ເວລາອັນຍ່າວນານຂອງຫຼາຍບັ້ນສົງຄາມ, ແຕ່ສິ່ງ​ທີ່ເຮັດໃຫ້​ນັກ​ຂ່າວ Tuero ນິຍົມນັບຖືທີ່ສຸດ​ແມ່ນ​ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ຍາດໄດ້​ໄຊຊະນະ​ເພື່ອ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​ຂອງ​ຕົນ. ດ້ວຍ​ເຫດ​ນັ້ນ, ນັກ​ຂ່າວ ອາກຊັງຕິນ ກໍ່ໄດ້ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ຊາດແຫ່ງ​ສັນຕິພາບ.

ທ່ານ​ໄດ້ຕີ​ລາຄາ​ວ່າ ການ​ປະຕິວັດ​ເດືອນ​ສິງຫາ ​ໄດ້ຢຸດຕິ​ການ​ປົກຄອງ​ປະ​ເທດ​ອານາ​ນິຄົມ​ຂອງພວກລ່າເມືອງຂຶ້ນ ​ຝຣັ່ງ 80 ປີ, ໄດ້​ລົບລ້າງລະບອບສັກດິນາ ແລະ ຢືນຢັນ​ເອກະລາດ​ຂອງ​ປະຊາຊົນ​ ຫວຽດນາມ ​ຄືນ​ໃໝ່.

ຕາມ​ນັກ​ຂ່າວ Tuero ​ແລ້ວ, ການ​ປະ​ຕິ​ວັດ​ເດືອນ​ສິງຫາ​ ແມ່ນ​ຫຼັກຖານພະຍານຂອງການຍົກອອກ​ຍຸດ​ທະ​ສາດ​ທີ່​ຖືກຕ້ອງ, ທັງ​ແມ່ນກຳລັງ​ຄວາມ​ສາມາດໃນການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ. ຍ້ອນ​ມີ​ການ​ນຳ​ທີ່​ສະຫຼາດສ່ອງໃສ ແລະ ປີຊາສາມາດ, ຍົກອອກບັນດານະໂຍບາຍຊີ້ຂາດ​ທີ່​ຈຳ​ເປັນ​ໃນ​ເວລາ​ທີ່​ເໝາະ​ສົມ, ສົມທົບ​ກັບ​ຂະບວນການກະກຽມ​ດ້ານ​ການ​ເມືອງ, ການ​ທະຫານ​ຢ່າງ​ລະມັດລະວັງ​ເພື່ອ​ຮັບປະກັນ​ຄວາມ​ສາມັກຄີ​ທັງຊາດ, ບົນ​ພື້ນຖານພັນທະພາບກຳມະກອນ ແລະ ຊາວນາ ໄດ້​ປະກອບສ່ວນ​ເຂົ້າ​ໃນ​ໄຊຊະນະ​ຂອງ​ປະຊາຊົນ ​ຫວຽດນາມ, ​ໃຫ້​ກຳ​ເນີ​ດປະເທດ ຫວຽດນາມ ປະຊາທິປະ​ໄຕ ສາທາລະນະ​ລັດ ​ໃນ​ວັນ​ທີ 2 ກັນຍາ 1945.

ທ່ານ ສາດສະດາຈານ Vladimir Kolotov, ຫົວໜ້າສະຖາບັນໂຮ່ຈີມິນ, ສະຫະພັນ ລັດເຊຍ, ຢັນຢືນວ່າ ການປະຕິວັດເດືອນສິງຫາ ໄດ້ກາຍເປັນການປະຕິວັດແບບຢ່າງໃຫ້ແກ່ບັນດາປະເທດອານານິຄົມທີ່ຖືກກົດຂີ່ຂົ່ມເຫັງ ເພື່ອສາມາດຊອກຫາຊ່ອງທາງປົດປ່ອຍປະຊາຊົນຂອງຕົນອອກຈາກການຄອບຄອງຂອງຕ່າງປະເທດ. ​ໃນ​ບົດ​ຄົ້ນຄວ້າ​ໜຶ່ງ​ຂອງ​ຕົນ, ທ່ານສາດສະດາຈານ​ກ່າວ​ວ່າ ປະທານ ​ໂຮ່ຈີ​ມິນ ​ໄດ້​ຄົ້ນຄວ້າ​ບັນດາພາລະກິດການປະຕິວັດທີ່​ປະສົບ​ຜົນສຳ​ເລັດ ​ແລະ ປະສົບ​ຄວາມ​ລົ້ມ​ເຫຼວ​ຕ່າງໆໃນ​ໂລກ ​ເພື່ອ​ຖອດ​ຖອນບົດຮຽນປະສົບ​ການ, ແລ້ວ​ຈາກນັ້ນ ກໍ່ໝູນໃຊ້ທິດ​ສະ​ດີ​ການ​ເມືອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ.

ຜົນສຳເລັດຂອງການປະຕິວັດເດືອນສິງຫາ ຍັງເປັນຫົວຂໍ້ຄົ້ນຄ້ວາຂອງບັນດານັກຊ່ຽວຊານ, ນັກປະຫວັດສາດຊາວ ຝຣັ່ງ. ທ່ານນັກປະຫວັດສາດ Alain Ruscio ໄດ້ໃຊ້ເວລາກວ່າ 30 ປີ ຄົ້ນຄວ້າປະຫວັດສາດ ຫວຽດນາມ ແລະ ມີຢ່າງໜ້ອຍທີ່ສຸດ 15 ຜົນງານທີ່ຂຽນກ່ຽວກັບປະຫວັດສາດ ຫວຽດນາມ, ບັນດາການສົງຄາມຕໍ່ຕ້ານ, ກ່ຽວກັບການປະຕິວັດເດືອນສິງຫາຂອງຫວຽດນາມ ປີ 1945. ທ່ານ​ຂຽນ​ວ່າ: “ໄຊຊະນະ​ຂອງ​ ຫວຽດນາມ ​ໃນ​ປີ 1945 ບໍ່​ພຽງ​ແຕ່ແມ່ນ​ເຫດການທີ່ບໍນຄາດຄິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຈຳ​ເປັນ​ທີ່ມີລັກສະນະໂລຊິກ​ໃນ​ປະຫວັດສາດ​ແຫ່ງ​ຂະບວນການຕໍ່ສູ້​ຂອງ​ຊາດ ຫວຽດນາມ. ໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945 ມີອິດທິພົນອັນໃຫຍ່ຫຼວງຕໍ່ຂະບວນການຕໍ່ສູ້ຍາດເອົາເອກະລາດຂອງບັນດາປະເທດທີ່ເປັນຫົວເມືອງຂຶ້ນໃນທົ່ວໂລກໃນເວລານັ້ນ, ພິເສດແມ່ນບັນດາປະເທດ ອາຟຣິກກາ.

ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

ບັນດາພາຫະນະສື່ມວນຊົນຂອງລາວ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ ປະເທດ ສສ ຫວຽດນາມ

ຍສໝ - ໃນໜ້າ 1 ຂອງໜັງສືພິມປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງພິມບົດນໍາດ້ວຍຫົວຂໍ້ “ສາຍພົວພັນ ລາວ-ຫວຽດນາມ ບໍ່ມີມື້ຈືດຈາງ”.

ຫວຽດນາມ: ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ

ຫວຽດນາມ: ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ

ໃນຕອນຄ່ຳວັນທີ 18 ສິງຫາ, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ, ໄດ້ຈັດງານພົບປະແລກປ່ຽນສະແດງສິລະປະ “ດາວເອກະລາດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.

ມີງດຶກ

ເຫດການ