ເດືອນພະຈິກ 2019, ຂະແໜງການທ່ອງທ່ຽວຫວຽດນາມ ບັນລຸລະດັບສະຖິຕິໃໝ່

06:43 | 03/12/2019

ຍສໝ - ເດືອນພະຈິກ 2019, ຂະແໜງການທ່ອງທ່ຽວຫວຽດນາມ ບັນລຸລະດັບສະຖິຕິໃໝ່: ຕ້ອນຮັບແຂກທ່ອງທ່ຽວ 1.809.580 ເທື່ອຄົນ, ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ກັບເດືອນຕຸລາ 2019 ແລະເພີ່ມຂຶ້ນ 39% ເມື່ອທຽບໃສ່ເດືອນພະຈິກ 2018.

ເດືອນພະຈິກ 2019, ຂະແໜງການທ່ອງທ່ຽວຫວຽດນາມ ບັນລຸລະດັບສະຖິຕິໃໝ່

ພາບປະກອບ

ເດືອນພະຈິກແມ່ນເດືອນທີ 6 ໃນປີ ແລະແມ່ນເດືອນທີ 3 ຢ່າງລຽນຕິດທີ່ຂະແໜງການທ່ອງທ່ຽວຫວຽດນາມ ຕ້ອນຮັບຈໍານວນແຂກທ່ອງທ່ຽວສາກົນໄດ້ກວ່າ 1,5 ລ້ານເທື່ອຄົນ. ໄລ່ລວມແລ້ວ 11 ເດືອນຂອງປີ 2019, ແຂກທ່ອງທ່ຽວພາຍໃນປະເທດບັນລຸ 78,5 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວພັກເຊົາຢູ່ 39,9 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 649.000 ຕື້ດົ່ງ, ເພີ່ມຂຶ້ນ 16,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.ປີ 2019, ຂະແໜງທ່ອງທ່ຽວຫວຽດນາມ ໄດ້ວາງອອກຄາດໝາຍຕ້ອນຮັບນັກທ່ອງທ່ຽວສາກົນຈາກ 17,5 ລ້ານ ຫາ 18 ລ້ານເທື່ອຄົນ. ໃນ 11 ເດືອນຂອງປີ 2019, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວ 16.298.423 ເທື່ອຄົນ, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຮອດປີ 2030, ຂະແໜງທ່ອງທ່ຽວຫວຽດນາມ ຈະກາຍເປັນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ, ມີກຳລັງແກ່ງແຍ້ງສູງ. ຫວຽດນາມ ຈະກາຍເປັນສະຖານທີ່ດູດດື່ມທີ່ສຸດ, ນອນໃນກຸ່ມປະເທດພັດທະນາການທ່ອງທ່ຽວແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຮັບໃຊ້ນັກທ່ອງທ່ຽວສາກົນ 47 ລ້ານເທື່ອຄົນ, ນັກທ່ອງທ່ຽວຢູ່ພາຍໃນປະເທດ 130 ລ້ານເທື່ອຄົນ, ຍອດລາຍຮັບປະມານ 2.400 ຕື້ດົ່ງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.