ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

06:00 | 09/03/2024

ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ສະພາແຫ່ງຊາດ ຫວຽດນາມ - ລາວ ຢືນຢັນຈະສືບຕໍ່ສົມທົບກັ ຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ສະພາແຫ່ງຊາດ ຫວຽດນາມ - ລາວ ຢືນຢັນຈະສືບຕໍ່ສົມທົບກັ ຊຸກຍູ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ
ການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ - ກຳ​ປູ​ເຈຍ ການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ - ກຳ​ປູ​ເຈຍ

ຕອນເຊົ້າວັນທີ 6 ມີນາ, ຢູ່ແຂວງອຸດົມໄຊ ທາງພາກເໜືອຂອງລາວ ໄດ້ດຳເນີນກອງປະຊຸມສຳມະນາແລກປ່ຽນວຽກງານ ຄັ້ງທີ 12 ລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຄະນະເລຂາທິການສະພາແຫ່ງຊາດລາວ.

ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: TTXVN

ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມສຳມະນາ, ທ່ານນາງຮອງປະທານສະພາແຫ່ງຊາດລາວ ສູນທອນ ໄຊຍະຈັກ ສະເໜີຄະນະເລຂາທິການສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຄະນະເລຂາທິການສະພາແຫ່ງຊາດລາວ ເພີ່ມທະວີວຽກງານສົມທົບກັນເພື່ອຄົ້ນຄວ້າບັນດາເນື້ອໃນການເຄື່ອນໄຫວ, ແຜນການລະອຽດ ແລະພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃນທຸກດ້ານ ເພື່ອໃຫ້ການເຄື່ອນໄຫວຮ່ວມມືຂອງສະພາແຫ່ງຊາດສອງປະເທດນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ

ທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ. ພາບ: TTXVN

ກ່ຽວກັບແຜນການຮ່ວມມືໄລຍະ 2024-2026, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານເປັນເສນາທິການ, ຮັບໃຊ້ການເຄື່ອນໄຫວຮ່ວມມືລະຫວ່າງສອງສະພາແຫ່ງຊາດ ນັບທັງສອງຝ່າຍ ແລະຫຼາຍຝ່າຍ; ສືບຕໍ່ຈັດຕັ້ງການແລກປ່ຽນຄະນະຜູ້ແທນ ແລະຄະນະນັກຊ່ຽວຊານລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະຄະນະເລຂາທິການສະພາແຫ່ງຊາດລາວ; ສືບຕໍ່ຈັດຕັ້ງກອງປະຊຸມສຳມະນາ ແລະການແລກປ່ຽນວຽກງານລະຫວ່າງຄະນະເລຂາທິການສະພາແຫ່ງຊາດລາວ ແລະຫ້ອງວ່າການສະພາແຫ່ງຊາດຫວຽດນາມ 2 ປີ/ຄັ້ງ.

ກ່ຽວກັບວຽກງານບຳລຸງສ້າງພະນັກງານ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະພິຈາລະນາການຈັດພະນັກງານສອງອົງການໄປຝຶກອົບຮົມ ແລະຄົ້ນຄວ້າພຶດຕິກໍາຕົວຈິງເຊິ່ງກັນ ແລະກັນ; ສືບຕໍ່ວາງແຜນການບຳລຸງສ້າງຍົກສູງລະດັບພາສາຫວຽດນາມ ໃຫ້ແກ່ພະນັກງານສະພາແຫ່ງຊາດລາວ ແລະພາສາລາວ ໃຫ້ແກ່ພະນັກງານສະພາແຫ່ງຊາດຫວຽດນາມ ເປັນປະຈຳ; ສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດໃນການບຳລຸງສ້າງໃຫ້ແກ່ພະນັກງານບໍລິຫານ ແລະບຳລຸງສ້າງລະດັບຫຼັງມະຫາໃຫ້ພະນັກງານສະພາແຫ່ງຊາດລາວ; ຮ່ວມມືບຳລຸງສ້າງພະນັກງານສະພາແຫ່ງຊາດລາວ ດ້ານເຕັກນິກ, ເຕັກໂນໂລຊີ ແລະຂໍ້ມູນຂ່າວສານ ເພື່ອຮັບໃຊ້ວຽກງານບໍລິຫານ, ຄຸ້ມຄອງ ແລະນຳໃຊ້ຫໍສະພາແຫ່ງຊາດຫຼັງໃໝ່...

ຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຈະໜູນຊ່ວຍຄະນະເລຂາທິການສະພາແຫ່ງຊາດລາວ ໃນການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA – 45) ແຕ່ວັນທີ 18-24 ຕຸລາ ຢູ່ນະຄອນຫຼວງວຽງຈັນ, ລາວ ແລະກອງປະຊຸມທີ່ກ່ຽວຂ້ອງອື່ນໆ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.