Costa Rica ຮັບຮູ້ຫວຽດນາມ ເປັນປະເທດທີ່ມີພື້ນຖານເສດຖະກິດການຕະຫຼາດ

21:53 | 09/08/2024

ຍສໝ - ວັນທີ 5 ສິງຫາ ຢູ່ຮ່າໂນ້ຍ, ທ່ານ Manuel Tovar Rivera ລັດຖະມົນຕີກະຊວງການຄ້າຕ່າງປະເທດ Costa Rica ໄດ້ສົ່ງຈົດໝາຍທາງການກ່ຽວກັບເລື່ອງ Costa Rica ຮັບຮູ້ຫວຽດນາມ ເປັນປະເທດທີ່ມີພື້ນຖານເສດຖະກິດການຕະຫຼາດ. ດ້ວຍ​ການ​ກະທໍານີ້, Costa Rica ​ໄດ້​ກາຍ​ເປັນ​ປະ​ເທດ​ທີ 73 ທີ່​ໄດ້​ຮັບ​ຮູ້ລະບຽບຂໍ້ກຳນົດ​ເສດຖະກິດການ​​ຕະຫຼາດ​ຂອງ​ຫວຽດນາມ.

ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ
ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ Costa Rica ເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ Costa Rica

ທີ່ກອງປະຊຸມ, ທ່ານ ​ຫງວຽນ​ຮົ່ງ​ຢຽນ ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ໄດ້​ຊົມ​ເຊີຍເລື່ອງ Costa Rica ມີຈົດໝາຍທາງການຮັບຮູ້ ​ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດການ​ຕະຫຼາດ​ໃນ​ບັນດາການສືບສວນ​ຕ້ານ​ການຂາຍບຸບລາຄາ ​ແລະ ຕ້ານ​ການຂາຍສິນຄ້າທີ່ໄດ້ຮັບການອຸປະຖຳ.

ຕາມທ່ານ ​ຫງວຽນ​ຮົ່ງ​ຢຽນ ແລ້ວ, ​ເລື່ອງ Costa Rica ​ໄດ້​ຮັບ​ຮູ້ ຫວຽດນາມ ​ແມ່ນ​ປະ​ເທດທີ່​ມີ​ພື້ນຖານ​ເສດຖະກິດ​​ການຕະຫຼາດ ​ໄດ້​ສ່ອງ​ແສງ​ຖືກຕ້ອງກັບ​ສະພາບ​ຕົວ​ຈິງ​ກ່ຽວກັບ​ຜົນງານຕ່າງໆ​ທີ່ ຫວຽດນາມ ບັນລຸ​ໄດ້​ໃນວິວັດການ​ພັດທະນາ​ປະ​ເທດ​ຊາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ, ຄຽງຂ້າງກັນນັ້ນ ກໍ່ຈະປະກອບສ່ວນຊຸກຍູ້ການພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ​, ການ​ຄ້າ​ສອງຝ່າຍລະຫວ່າງ​ສອງ​ປະ​ເທດ.

Bộ trưởng Ngoại thương Costa Rica trao Công hàm công nhận Việt Nam là một nền kinh tế thị trường. (Ảnh: Bộ Công thương) ທ່ານ Costa Rica ລັດຖະມົນຕີວ່າການກະຊວງການຄ້າຕ່າງປະເທດ ໄດ້ສົ່ງຈົດໝາຍທາງການຮັບຮອງຫວຽດນາມ ແມ່ນພື້ນຖານເສດຖະກິດຕະຫຼາດ. (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)

ທ່ານລັດຖະມົນຕີກະຊວງການຄ້າຕ່າງປະເທດ Costa Rica ໄດ້ສົ່ງຈົດໝາຍທາງການຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ. (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)

Costa Rica ​ແມ່ນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ​ແລະ ​ເປັນ​ສະມາຊິກ​ຂອງ​ອົງການ​ຮ່ວມ​ມື​ ​ແລະ ການ​ພັດທະນາທາງດ້ານ​ເສດຖະກິດ (OECD - ອົງການ​ມີ 38 ປະ​ເທດ​ທີ່​ມີພື້ນຖານ​ເສດຖະກິດ​ການຕະຫຼາດ​ພັດທະນາ​ທີ່​ສຸດ​ໃນ​ໂລກ). ໃນຂໍ້ກໍານົດທາງດ້ານກົດຫມາຍຂອງ Costa Rica, ມີຂໍ້ກໍານົດກ່ຽວກັບການສືບສວນ ແລະ ການນໍາໃຊ້ບັນດາມາດຕະການປ້ອງກັນການຄ້າ.

ມາຮອດວັນທີ 31 ທັນວາ 2023, ອີງຕາມສະຖິຕິຂອງ WTO, Costa Rica ໄດ້ລິເລີ່ມການສອບສວນ 12 ໜ້າວຽກຕ້ານການຂາຍບຸບລາຄາສໍາລັບບັນດາປະເພດສິນຄ້າທີ່ນໍາເຂົ້າຈາກບັນດາປະເທດເຊັ່ນ: Brazil, Chile, Mexico, ອາເມລິກາ, Nicaragua, El Salvador, Venezuela ແລະ Guatemala.

ຕາມກະຊວງອຸດສາຫະກຳ ແລະ ການຄ້າ ແລ້ວ, ເລື່ອງ ທ່ານລັດຖະມົນຕີວ່າການກະຊວງການຄ້າຕ່າງປະເທດ Costa Rica ສົ່ງຈົດໝາຍທາງການຮັບຮູ້ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດໃນ​ບັນດາໜ້າວຽກການສືບສວນ​ຕ້ານ​ການຂາຍບຸບລາຄາ ​ແລະ ຕ້ານ​ການຂາຍສິນຄ້າທີ່ໄດ້ຮັບການອຸປະຖຳ ແມ່ນເປັນໜຶ່ງການກະທໍາທີ່ຕັ້ງໝ້າໃນສະພາບທີ່ພວກເຮົາກໍາລັງສະເໜີຄູ່ຮ່ວມມືຈໍານວນໜຶ່ງ ຮັບຮູ້ຂໍ້ກໍານົດ​ເສດຖະກິດການ​​ຕະຫຼາດ​ຂອງ​ຫວຽດນາມ.

ທອງມີ ສີຫາວົງ

ເຫດການ
302 Found

Found

The document has moved here.