ນັກທ່ອງທ່ຽວຜົວເມຍຄົນຕ່າງປະເທດ ຂອບໃຈນຳ້ໃຈອັນຈົບງາມຂອງຄົນລາວ ດ້ວຍຄວາມຕື້ນຕັນ

00:54 | 15/05/2019

ໃນອາທິດທີ່ຜ່ານມາ, ຢູ່ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ມີນັກທ່ອງທ່ຽວຜົວເມຍສອງຄົນ ມາທ່ອງທ່ຽວ ລາວ ແລະ ໄດ້ເຮັດກະເປົ໋າເດີນທາງຕົກເຮ່ຍ ລະຫວ່າງທາງ ແຕ່ເມືອງຍົມມະລາດ ຫາ ຫົວພູ ແຂວງຄຳມ່ວນ.

ເມື່ອຮູ້ວ່າຕົນໄດ້ເຮັດກະເປົ໋າເດີນທາງເຮ່ຍ ນັກທ່ອງທ່ຽວທັງສອງໄດ້ຂໍຄວາມຊ່ວຍເຫຼືອຈາກປະຊາຊົນລາວ, ນັກທ່ອງທ່ຽວທັງສອງເລົ່າລາຍລະອຽດໃຫ້ແກ່ປະຊາຊົນອ້ອມຂ້າງກ່ຽວກັບ ຊ່ວງເວລາ, ສະຖານທີ່ທີ່ຄາດວ່າກະເປົ໋າເດີນທາງຕົກເຮ່ຍ. ຈາກນັ້ນປະຊາຊົນໄດ້ຂຽນລາຍລະອຽດຕ່າງລົງເປັນພາສາລາວ ໃຫ້ນັກທ່ອງທ່ຽວທັງສອງຂຽນ ແລ້ວສົ່ງລົງ ສັງຄົມອອນລາຍ ເຟດສບຸກຊ່ວຍແຊ.

ນັກທ່ອງທ່ຽວຜົວເມຍຄົນຕ່າງປະເທດ ຂອບໃຈນຳ້ໃຈອັນຈົບງາມຂອງຄົນລາວ ດ້ວຍຄວາມຕື້ນຕັນ

HELAH BENAVOT ນັກທ່ອງທ່ຽວປະກາດ ສິ່ງຂອງຕົກເຮ່ຍ ລົງເຟດສບຸກ.

ເຊິ່ງໃນກະເປົ໋າເດີນທາງມີວັດຖຸສິ່ງຂອງຄື: ໜັງສືເດີນທາງ, ລຳໂພງ, ກະເປົ໋າເງິນ ທີ່ມີເງິນຈຳນວນໜຶ່ງ, ໂທລະສັບມືຖື.

ນັກທ່ອງທ່ຽວຜົວເມຍຄົນຕ່າງປະເທດ ຂອບໃຈນຳ້ໃຈອັນຈົບງາມຂອງຄົນລາວ ດ້ວຍຄວາມຕື້ນຕັນ

ຄົນລາວ ໄດ້ມອບກະເປົ໋າເດີນທາງໃຫ້ແກ່ນັກທ່ອງທ່ຽວຄົນຕ່າງປະເທດ.

ຜ່ານໄປໄດ້ບໍ່ເທົ່າໃດມື້ ກໍ່ໄດ້ມີຄົນພົບເຫັນແລະຕິດຕໍ່ສົ່ງກະເປົ໋າເດີນທາງໃຫ້ແກ່ນັກທ່ອງທ່ຽວທັງສອງ. ພາຍຫຼັງໄດ້ຮັບກະເປົ໋າເດີນທາງ ແລະ ສິ່ງຂອງ ຄືນນັກທ່ອງທ່ຽວທັງສອງ ມີຄວາມຮູ້ສຶກດີໃຈຫຼາຍ ແລະ ຊາບຊຶ້ງເຖິງນຳ້ໃຈຂອງຄົນລາວໃນຄັ້ງນີ້. ນັກທ່ອງທ່ຽວຕ່າງປະເທດທັງສອງ ໄດ້ກ່າວຄຳຂອບໃຈ ແລະ ຮູ້ບຸນຄຸນຕໍ່ນຳ້ໃຈອັນດີງາມຂອງຄົນລາວ ຄັ້ງນີ້.

ນັກທ່ອງທ່ຽວຜົວເມຍຄົນຕ່າງປະເທດ ຂອບໃຈນຳ້ໃຈອັນຈົບງາມຂອງຄົນລາວ ດ້ວຍຄວາມຕື້ນຕັນ

ຄອບຄົວ HELAH BENAVOT ນົບແບບຄົນລາວເພື່ອສະແດງຄຳຂອບໃຈ.

ນັກທ່ອງທ່ຽວຕ່າງປະເທດທັງສອງຄົນ ໄດ້ກ່າວວ່າ: ຂອບໃຈຫລາຍ, ຄົນລາວເປັນຄົນດີຫຼາຍໆ, ມີນໍ້າໃຈ, ມີມິດຕະພາບ, ໄມຕີຈິດທີ່ດີງາມແບບນີ້ຫາຍາກໃນສັງຄົມຂອງເຂົາ. ພວກເຂົາເວົ້າຕື່ມອີກວ່າ: ປະທັບໃຈຄົນລາວ, ປະເທດລາວ ແລະ ທຸກໆຢ່າງ ທີ່ເກີດຂື້ນ ຂອບໃຈທຸກຄົນທີ່ກົດແຊຣ໌ຂໍ້ມູນຂ່າວສານ ແລະ ເອົາໃຈຊ່ວຍຫຼາຍໆ!

ສຳລັບຂ້ອຍກະເປັນພຽງຄົນທຳມະດາ ສິ່ງທີ່ເກິດຂື້ນນີ້ ເປັນທັງບົດຮຽນແລະຄວາມຮູ້, ເຮັດໃຫ້ພວກຂ້ອຍໄດ້ມີໂອກາດສຳຜັດເຖິງ ຄວາມຮັກ ແລະ ຫ່ວງໄຍຈິດໃຈຂອງຄົນລາວ. ສິ່ງນີ້ເປັນສະແດງໃຫ້ເຫັນ ຄຸນຄ່າຂອງຄົນລາວ, ຄວາມເປັນລາວ, ໃນສັງຄົມທີ່ມີແຕ່ຄວາມແກ່ງແຍ້ງຊວງຊິງກັນ ແຕ່ຄົນລາວກັບເປັນຜູ້ໃຫ້ ນີ້ຄືສິ່ງປະເສີດແທ້.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ