"ລູກເອີຍ, ພໍ່ຢູ່ນີ້! " ຮູບພາບຂອງຜູ້ເປັນພໍ່ຂ້າມຜ່ານທະເລຄົນອັນໜາແໜ້ນ ຫຼັງການສອບເສັງຊິ້ນສຸດລົງ ສ້າງຄວາມຊາບຊຶ້ງແລະຕື້ນຕັນໃຈໃຫ້ຫຼາຍຄົນ

09:19 | 27/06/2018

ຍ​ສ​ໝ - ເມື່ອເບິ່ງຮູບຖ່າຍນີ້ແລ້ວ, ຫຼາຍຄົນມີຄວາມຊາບຊື້ງ ແລະ ຕື້ນຕັນ ຍ້ອນວ່າເຖິງວ່າຈະຢູ່ໃສ, ເຮັດຫຍັງຢູ່ ພໍ່ແມ່ຍັງຄົງເປີດກວ້າງອ້ອມແຂນ ລໍຖ້າລູກເຕົ້າຂອງຕົນຢູ່ສະເໝີ.

ຮູບ​ນີ້​ຖ່າ​ຍ​ໄດ້​ຢູ່​ຕໍ່​ໜ້າ​ໂຮງ​ຮຽນ​ມັດ​ທະ​ຍົມ ຈູ​ວັນ​ອານ, ຮ່າ​ໂນ້ຍ ວັນ​ທີ 25/6.

ໃນ​ການ​ສອບ​ເສັງ​ຈົບ​ມັດ​ທະ​ຍົມ ແຫ່ງ​ຊາດ ປີ 2018, ທີ່​ກຳ​ລັງ​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ເຄັ່ງ​ຕຶງ​. ປີ​ນີ້ ມີ​ນັກ​ສອບ​ເສັງ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ທົ່ວ​ທຸກ​ຈຸ​ສອບ​ຂ​ອງປະ​ເທດເກືອບ 1 ລ້ານ​ຄົນ. ສິ່ງ​ດັ່ງ​ກ່າວນີ້ ຫມາຍເຖິງວ່າຈະ​ມີ​ປະ​ມານ 1 ລ້ານ ຄອບຄົວ ແລະ ພໍ່​ແມ່​ນັກ​ຮຽນ ນັບ ລ້ານຄົນ ​ພ້ອມ​ກັນເປັນ​ຫ່ວງນຳ​ລູກ​ຂອງ​ຕົນ​ໃນ​ການ​ສອບ​ເສັງ​ອັນ​ສຳ​ຄັນ​ຄັ້ງ​ນີ້. ດັ່ງນັ້ນ ບໍ່ມີຫັຍ​ງ​ແປກ ທີ່​ຄວາມ​ຮູ້​ສຶກ ກໍ່​ຄື​ຈິດ​ໃຈ ຂອງ ຜູ້​ປົກ​ຄອງ ກໍ່​ເປັນ​ສິ່ງ​ໜື່ງ​ທີ່ ສຳ​ນັກ​ຂ່າວ ແລະ ສື່​ສານມວນ​ຊົນ​ໃຫ້​ຄວາມ​ສົນ​ໃຈ​ໃນ​ແຕ່​ລະ​ປີ​ທີ່​ມີ​ການ​ສອບ​ເສັງ.

ເມື່ອບໍ່ດົນມານີ້, ຢູ່ບົນ​ເວ​ທີພົບ​ປະ​ສຳ​ລັບ​ຜູ້​ທີ່​ມັກ​ໃນ​ການຖ່າຍຮູບພາບຊີ​ວິ​ດປະຈໍາວັນ, ມີ​ຮູບ​ພາບ ຮູບ​ໜື່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ ລາຍ (like ) ຈາກ​ຜູ້​ຄົນ​ຫຼາຍ​ພັນ​ຄົນ ແລະ ໄດ້​ຮັບ​ການ​ຄອມ​ເມັ້ນ ພ້ອມ​ທັງ​ແບ່ງ​ປັນ​ຈາກ​ຫຼາຍ​ຄົນ. ຮູບຖ່າຍໄດ້ຖ່າຍ​ພາບ ຊ່​ວງ​ທີ່ ການ​ສອບ​ເສັງ​ຊິ້ນ​ສຸດ​ລົງ, ໃນ​ທ່າມ​ກາງ​ຂອງ​ທະ​ເລ​ຄົນ, ພໍ່​ແມ່​ນັກ​ຮຽນ​ທີ່​ຄັບ​ຄາ​ໜາ​ແໜ້ນ ມີ ພໍ່​ນັກ​ຮຽນ​ຜູ້​ໜຶ່ງ​ໄດ້​ເຮັດ​ວິ​ທີ​ໃດ​ວິ​ທີ​ໜື່ງຂື້ນ​ມາ ລາວ​ໄດ້​ລຸກ​ຢືນ​ຂື້ນ ສູງກວ່າ​ໝູ່​ໝົດ ເພື່ອ​ໃຫ້​ລູກ​ຂອງ​ຕົນ​ຈື່​ໜ້າ ແລະ ແນມ​ເຫັນ.

ອີງ​ຕາມ​ຜູ້​ຖ່າຍ​ຮ​ບູນີ້​ໄດ້ ທ່ານ ວູ໋​ແຂ໋ງ​ແທ່ງບອກວ່າ: ຮູບ​ນີ້​ຖ່າ​ຍ​ໄດ້​ຢູ່​ຕໍ່​ໜ້າ​ໂຮງ​ຮຽນ​ມັດ​ທະ​ຍົມ ຈູ​ວັນ​ອານ, ຮ່າ​ໂນ້ຍ ວັນ​ທີ 25/6.

ການ​ສອບ​ເສັງ​ຊິ້ນ​ສຸດ ຍັງ​ບໍ່​ທັນ​ຍາກ​ຮູ້​ວ່າ​ລູກ​ຂອງ​ຕົນ​ເຮັດ​ບົດ​ສອບ​ເສັງ​ໄດ້​ຫຼືບໍ່, ພໍ່​ເປັນ​ຫ່​ວງ​ລູກ​ຂອງ​ຕົນ​ຈະ​ບໍ່​ເຫັນ​ພໍ່ມາ​ຮັບ ​ ແລະ ຫຼົງ ທ່າມ​ກາງ​ທະ​ເລ​ຄົນ​ອັນ​ໜາ​ແໜ້ນ. ແລະ​ ຄະ​ນະ​ທີ່​ຕົນ​ຢືນ​ຢູ່​ຈຸດ​ສູງ​ກວ່າ​ຜູ້​ອື່ນ​ແລ້ວ, ຜູ້​ເປັນ​ພໍ່​ໄດ້​ສົ່ງ​ຍິ້ມ​ຄືນ​ຊິ​ບໍ່​ມີ​ຍີ້ມ​ໃດ​ທີ່​ຫວານກວ່າ​ອີກ​ແລ້ວ. ຜູ້​ເປັນ​ພໍ່​ຍັງ​ບໍ່​ລືມ​ຈັບ​ໝວກ​ກັນ​ນ໋ອກ​ກ໋ວກ​ໄປ​ກ໋ວກ​ມາ​ເຮັດ​ໃຫ້​ຕົນ​ເອງ​ພົ້ນ​ເດັ່ນ​ຂື້ນ​ມາ.

ສ​ະ​ມາ​ຊິກ​ສັງ​ຄົມ​ອອນ​ລາຍ ໄດ້​ເຫັນ​ດີ​ ວ່າ​ນີ້​ເປັນ​ພາບຖ່າຍ​ທີ່​ມີ​ຄວາມ​ຊາບ​ຊື້ງ​ແລະ​ຕື້ນ​ຕັນ ທີ່​ສຸດ​ຂອງ​ການ​ສອບ​ເສັງຈົບ​ມັດ​ທະ​ຍົມ​ປີນີ້. ຮູບ​ພາບ​ຖ່າຍ ລັກ​ສະ​ນະ​ແບບ​ວ່າ: ເສັງ​ແລ້ວ​ລະ​ເນາະ​ລູກ "ກັບ​ບ້ານ​ກັນ​ເທາະ! ພໍ່​ຖ້າຢູ່" ໄດ້​ເຮັ​ດ​ໃຫ້ ສັງ​ຄົມ​ອອນ​ລາຍ ບາງ​ຄົນ​ຄິດ​ຮອດພໍ່​ແມ່​ຂອງ​ຕົນ.

ພາຍ​ຫຼັງ​ໄດ້​ອັບ​ຂື້ນ​ສື່​ອອນ​ລາຍກໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ຫຼວງ​ຫຼາຍ​ຈາກ ສັງ​ຄົມ​ອອນ​ລາຍ.

ພໍ່​ຕົບ​ມື​ກັບ​ລຸກ​ສົ່ງ​ພະ​ລັງ​ໃຫ້​ລູກ.



(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.