ສະເໜີໃຫ້ ອາເມລິກາ ຮັບຮອງກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ

13:55 | 07/03/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 4 ມີນາ, ຢູ່ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວ​ກວາງ ​ໄດ້ຕ້ອນ​ຮັບ​ທ່ານ Nitin Darbari, ຮອງ​ປະທານຂັ້ນສູງ​ກຸ່ມ​ບໍ​ລິ​ສັດ Procter & Gamble (P&G) ພາກພື້ນ ທີ່ພວມມີການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ.

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ
ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ ໂອກາດເພື່ອໂຮງຮຽນ ຫວຽດນາມ ໄດ້ຮັບເອົາຜູ້ຊ່ວຍການສອນພາສາອັງກິດຂອງ ອາເມລິກາ

ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ລົງ​ທຶນ​ຂອງ​ກຸ່ມ​ບໍ​ລິ​ສັດ​ຢູ່ ​ຫວຽດ​ນາມ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ - ສັງ​ຄົມ​ຂອງ​ ຫວຽດ​ນາມ ກໍ່​ຄື​ສາຍ​ພົວ​ພັນ​ ຫວຽດ​ນາມ - ອາ​ເມ​ລິ​ກາ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ​ສະ​ເໜີ​ໃຫ້ P&G ເອົາ​ໃຈ​ໃສ່​ເປີດກວ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບບັນດາ​ວິ​ສາ​ຫະ​ກິດ​ ຫວຽດ​ນາມ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ ຫວຽດ​ນາມ​ ເຂົ້າ​ຮ່ວມບັນດາລະບົບສະໜອງຂອງ​ກຸ່ມ​ບໍ​ລິ​ສັດ ແລະ ເອົາ​ໃຈ​ໃສ່​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ​ໃຫ້ ​ຫວຽດ​ນາມ.

ສະເໜີໃຫ້ ອາເມລິກາ ຮັບຮອງກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ເຈີ່ນລິວ​ກວາງ ແລະ ​ທ່ານ Nitin Darbari, ຮອງ​ປະທານຂັ້ນສູງ​ກຸ່ມ​ບໍ​ລິ​ສັດ P&G

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ກໍ່​ຫວັງ​ວ່າ ບັນດາ​ວິ​ສາ​ຫະກິດ P&G ພ້ອມກັບບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຈະ​ມີ​ສຽງ​ເວົ້າ ​ເພື່ອ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ຮັບຮອງເອົາກົດລະບຽບທາງດ້ານເສດຖະກິດທ້ອງຕະຫຼາດໃຫ້ ຫວຽດນາມ ໂດຍໄວ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນ​ວ່າ ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່, ຖື​ເປັນ​ສຳຄັນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຊຸກຍູ້​ການ​ຫັນປ່ຽນ ເພື່ອສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ທີ່ດຳ​ເນີນ​ທຸລະ​ກິດ​ການ​ຜະລິດຢູ່​ ຫວຽດນາມ ​ໃນ​ໄລຍະ​ຍາວ.

ທ່ານ​ຮອງ​ປະທານ P&G Nitin Darbari ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ໃນ​ການ​ເຮັດ​ໃຫ້ ຫວຽດນາມ ກາຍ​ເປັນ​ສູນກາງ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ຜ່ານ​ຜ່າ​ບັນດາລົມທວນ​ຂອງ​ໂລກ ​ເພື່ອ​ບັນລຸ​ລະດັບ​ເຕີບ​ໂຕ 5,05% ​ໃນ​ປີ 2023.

ທ່ານ Nitin Darbari ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ລັດຖະບານ​ ຫວຽດນາມ ທີ່​ໄດ້​ໜູນ​ຊ່ວຍ P&G ​ໃນ​ໄລຍະ​ໂລກ​ລະບາດ​ໂຄ​ວິດ-19, ​ເນັ້ນ​ໜັກ​ວ່າ P&G ຖື ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງຕະຫຼາດ​ຍຸດ​ທະ​ສາດ, ມຸ່ງ​ໄປ​ເຖິງ​ຫັນ ຫວຽດນາມ ​ເປັນ​ສູນກາງ​ຜະລິດ​ຂອງ​ພາກ​ພື້ນ ​ແລະ ການ​ສະໜອງ​ແບບ​ຍືນ​ຍົງ​ໃຫ້​ແກ່​ບັນດາທ້ອງຕະຫຼາດອື່ນໆຂອງ P&G.

P&G ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດນາໆຊາດແຖວ​ໜ້າ​ຂອງ​ ອາ​ເມ​ລິ​ກາ ໃນ​ຂະ​ແໜງ​ການ​ບໍລິ​ໂພ​ກ, ​ໄດ້​ລົງທຶນ 450 ລ້ານ USD ຢູ່ ຫວຽດນາມ ​ນັບແຕ່​ປີ 1995 ມາຮອດປະຈຸ​ບັນ.

P&G ​ໄດ້​ຮັບສະໝັກຄົນ​ງານ​ທີ່​ມີລະດັບວິຊາສະເພາະສູງ 830 ກ່ວາຄົນ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໂດຍ​ທາງ​ອ້ອມ​ໃຫ້ຄົນ​ງານ 5.000 ກວ່າ​ຄົນ, ພ້ອມກັນນັ້ນ ກໍມີ​ຫຼາຍ​ການເຄື່ອນໄຫວ​ຊຸມ​ຊົນ ​ແລະ ການ​ຮ່ວມ​ມືພາກລັດ - ເອກະຊົນ ຢູູ່ຫວຽດນາມ.

ກຸ່ມ​ບໍລິສັດ​ ພວມດຳເນີນການ​ຜັນ​ຂະຫຍາຍ​ຕ່ອງໂສ້ການຜະລິດມີດແຖໜວດ​ ໃນ​ໄລຍະ 2024-2026 ​ແລະ ນຳ​ເອົາ​ເຕັກ​ໂນ​ໂລຢີຜະລິດ​ຄົມມີດໃໝ່ເຂົ້າໃນ ຫວຽດນາມ​ ເພື່ອ​ສົ່ງ​ອອກ​ຫຼັກ​ໄປ​ບັນດາທ້ອງຕະຫຼາດ ອາຊີ - ປາຊີ​ຟິກ. ນີ້ແມ່ນເຕັກໂນໂລຍີກ້າວໜ້າ ທີ່ປະຈຸບັນມີແຕ່ຢູ່ ອາເມລິກາ ແລະ ເຢຍລະມັນ ເທົ່ານັ້ນໃນບັນດາລະບົບການຜະລິດຂອງ P&G.

P&G ກໍລົງທຶນຫັນເປັນຫຼາຍຮູບຫຼາຍແບບ ແລະ ຊຸກຍູ້ການເຊື່ອມໂຍງໃນບັນດາລະບົບສະໜອງທົ່ວໂລກ ດ້ວຍການເພີ່ມທະວີການມີໜ້າຂອງບັນດາວິສາຫະກິດສະໜອງ ໂດຍແມ່ຍິງເປັນເຈົ້າຂອງ. ປີ 2023 ເປັນຄັ້ງທຳອິດ, P&G ໄດ້ຈັດຕັ້ງໂຄງການທົ່ວໂລກ ສະຖາບັນນັກທຸລະກິດແມ່ຍິງ (Women Entrepreneurs Academy) ຢູ່ ຫວຽດນາມ, ໜູນຊ່ວຍກໍ່ສ້າງກຳລັງຄວາມ​ສາມາດຂອງນັກທຸລະກິດຍິງໃນປະຈຸບັນ ແລະ ຄວາມສາມາດບົ່ມຊ້ອນໃນບັນດາລະບົບສະໜອງທ້ອງຖິ່ນຂອງກຸ່ມບໍລິສັດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.