ການຄ້າເອເລັກໂຕນິກນຳເອົາສິນຄ້າ ຫວຽດນາມ ອອກສູ່ໂລກ

10:26 | 28/07/2024

ຍສໝ - ຄຽງ​ຄູ່​ກັບ​ທ່າ​ອ່ຽງ​ຂອງ​ການປະຕິວັດ​​ອຸດສາຫະກຳ​ຄັ້ງ​ທີ 4, ການຄ້າເອເລັກໂຕນິກກໍ່​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ, ສັງຄົມ ​ແລະ ​ໂຄງ​ປະກອບຂອງພື້ນຖານ​ເສດຖະກິດ​ຢ່າງ​ຫຼວງ​ຫຼາຍ.

ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ-ການລົງທຶນກັບ ລາວ ແລະກຳປູເຈຍ
ປະເທດໄທເຊື່ອມຕໍ່ທາງລົດໄຟຈີນ-ລາວ ເພື່ອສົ່ງເສີມການຄ້າ
ການຄ້າເອເລັກໂຕນິກນຳເອົາສິນຄ້າ ຫວຽດນາມ ອອກສູ່ໂລກ

“ຕະຫຼາດ​ເຕັດ ​ສິນ​ຄ້າ​ ຫວຽດ​ນາມ​ ຄຸນ​ນະ​ພາບ​ສູງ” ແມ່ນ​ຕະ​ຫຼາດ​ອອນລາຍ​ແຫ່ງ​ທຳ​ອິດ​ຂອງ​ແອັບການຄ້າເອເລັກໂຕນິກສຳ​ລັບ​ສິນ​ຄ້າ​ ຫວຽດ​ນາມ ຄຸນ​ນະ​ພາບ​ສູງ.

ໂດຍຕີ​ລາຄາກ່ຽວກັບ​ຮູບ​ພາບການຄ້າເອເລັກໂຕນິກ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຊິງ​ເຫຍີດເຕິ່ນ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ທີ່ຜ່ານມາ​, ລັດຖະບານ​ໄດ້​ວາງ​ອອກ​ຫຼາຍ​ນະ​ໂຍບາຍ ​ແລະ ລະບຽບ​ການ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫັນ​ເປັນ​ດິ​ຈິ​ຕອນ ​ກໍ່ຄືການຮ່ວມເດີນທາງໃນ​ການນຳ​ໃຊ້ການ​ຄ້າເອເລັກໂຕນິກ​ ແລະ​ ການ​ອອກ​ໄປ​ສູ່​ຕະ​ຫຼາດ​ສາ​ກົນ​.

ລະອຽດ, ແຜນແມ່ບົດສັງລວມການພັດທະນາການ​ຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021 - 2025 ໄດ້ຮັບການອະນຸມັດຈາກລັດຖະບານໃນຂໍ້ຕົກລົງເລກທີ 645/QĐ-TTg ລົງວັນທີ 15 ພຶດສະພາ ປີ 2020 ກ່ຽວກັບການຍູ້ແຮງການນຳໃຊ້ການ​ຄ້າເອເລັກໂຕນິກ ເພື່ອໜູນຊ່ວຍບັນດາຂະແໜງການອຸດສາຫະກຳສົ່ງອອກທີ່ເປັນຫຼັກແຫຼ່ງ ແມ່ນໜຶ່ງໃນບັນດາ​ເນື້ອ​ໃນ​ທີ່​ສໍາ​ຄັນ​. ຄຽງ​ຄູ່​ກັນ​ນັ້ນ​ແມ່ນຂໍ້ຕົກລົງເລກທີ 1415/QD-TTg ລົງ​ວັນ​ທີ 14 ພະຈິກ ປີ 2022 ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ແຜນຮ່າງ “ຊຸກຍູ້​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ເຄືອ​ຂ່າຍ​ຈຳໜ່າຍ​ຕ່າງປະ​ເທດ​ໂດຍ​ກົງ​ຮອດ​ປີ 2030” ​ເພື່ອ​ຊຸກຍູ້ ​ແລະ ໜູນ​ຊ່ວຍ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ຜະລິດ, ສະໜອງ ​ແລະ ຈຳໜ່າຍສິນຄ້າທົ່ວໂລກ, ຂຸດຄົ້ນທ່າໄດ້ປຽບໃນການແຂ່ງຂັນໃຫ້ຫຼາຍສຸດຂອງສິນຄ້າສົ່ງອອກ; ຫນູນຊ່ວຍວິສາຫະກິດເຂົ້າຮ່ວມການສົ່ງອອກອອນລາຍແມ່ນວິທີການແກ້ໄຂຫຼັກ.

ຂໍ້ສັງເກດຈາກຜູ້ຊ່ຽວຊານສະແດງໃຫ້ເຫັນວ່າ ຫວ່າງໃດໜຶ່ງນີ້ ນິຍາມຂອງການ​ຄ້າເອເລັກໂຕນິກຍັງແມ່ນກຸ່ມຄຳສັບທີ່ໄກກັບຈິດສຳນຶກຂອງຜູ້ບໍລິໂພກຈໍານວນຫຼາຍ. ຄຽງຄູ່ກັນນັ້ນແມ່ນຮູບແບບທີ່ງ່າຍດາຍ, ໜ້າຈໍຍັງບໍ່ພິຖີພິຖັນ ແລະ ຈໍານວນວິສາຫະກິດທີ່ເຂົ້າຮ່ວມຍັງຂ້ອນຂ້າງຈໍາກັດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ ​ແລະ ​​ຢ່າງ​​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່​ໂລກ​ລະບາດ​ໂຄ​ວິດ - 19, ການ​ຄ້າເອເລັກໂຕນິກ ຫວຽດນາມ ​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ລະດັບ 16 – 30%/ປີ. ຕົວຈິງ​ດັ່ງກ່າວ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ການ​ຄ້າເອເລັກໂຕນິກ ​ແມ່ນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ເສດຖະກິດ​ດີ​ຈີ​ຕອນ ​ຫວຽດນາມ ​ແລະ ສ້າງ​ລະບົບ​ການ​ສະໜອງ​ການ​ບໍລິການ​ຂັ້ນ​ຮອງ​ໃຫ້ທ້ອງ​ຕະຫຼາດ ​ເພື່ອ​ແນໃສ່ຊ່ວຍ​ປັບປຸງ​ຂະ​ບວນການ​ເຊື່ອມ​ໂຍງ​ລະຫວ່າງ​ຜູ້​ຜະລິດ​ກັບ​ຜູ້​ບໍລິ​ໂພ​ກໃຫ້ດີທີ່ສຸດ.

ບົດ​ລາຍ​ງານ​ຫຼ້າ​ສຸດ​ກ່ຽວ​ກັບ​ພຶດຕິ​ກຳ​ການ​ຊື້​ເຄື່ອງ​ຂອງ​ຜູ້​ບໍລິ​ໂພ​ກ ຫວຽດນາມ ​ຂອງ NielsenIQ ຫວຽດນາມ ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້​ບໍລິ​ໂພ​ກມີ​ທ່າ​ອ່ຽງຊື້​ເຄື່ອງ​ທາງອອນ​ລາຍສູງທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2023. ​ລະອຽດ, ​ໂດຍ​ສະ​ເລ່ຍ​ແລ້ວ, ​ແຕ່​ລະ​ຄົນ​ຊື້​ເຄື່ອງ​ອອນ​ລາຍ​ເກືອບ 4 ຄັ້ງ​ຕໍ່​ເດືອນ ​ແລະ ​ໃຊ້​ເວລາ​ຊື້​ເຄື່ອງ​ອອນ​ລາຍ​ຫຼາຍ​ກວ່າ 8 ຊົ່ວ​ໂມງ​ຕໍ່​ອາທິດ. ຕົວເລກນີ້ແມ່ນສູງເກືອບສອງເທົ່າຂອງຄວາມຖີ່ປະຈໍາເດືອນຂອງຊາວ ຫວຽດນາມ ທີ່ໄປສັບພະສິນຄ້າ.

​ເປັນ​ທີ່​ສັງ​ເກດ, 3 ກຸ່ມ​ຂອງ​ສິນຄ້າ​ທີ່ໄດ້​ຊື້​ຫຼາຍ​ກວ່າ​ໝູ່​ແມ່ນ​ອາຫານ, ​ເຄື່ອງ​ດື່ມ​ ແລະ ​ເຄື່ອງ​ສຳອາງ. ຖັດໄປ​ແມ່ນ​ເຄື່ອງນຸ່ງ - ເຄື່ອງກິລາ, ການ​ດູ​ແລ​ໃນ​ບ້ານ ​ແລະ ​ເຕັກ​ໂນ​ໂລ​ຊີ, ແມ່ ​ແລະ ​ເດັກ, ການບໍລິການ​ດີ​ຈີ​ຕອນ​ເຊັ່ນ: ການ​ລົງທະບຽນ​ການບໍລິການ, ການ​ຈອງ​ຫ້ອງອອນ​ລາຍ, ການ​ຂົນ​ສົ່ງ​ສິນຄ້າ... ສິ່ງນີ້​ສະ​ແດງ​ໃຫ້​ເຫັນ​ຄວາມລື້ງເຄີຍທີ່​ໄດ້​ປ່ຽນ​ໄປ ​ແລະ ຜູ້​ບໍລິ​ໂພ​ກ ຫວຽດນາມ ​ໄດ້​ໃຊ້ບໍລິການ​ຕະຫຼາດ​ອອນ​ລາຍ​ເປັນ​ປະຈຳ​ເພື່ອ​ຊື້​ເຄື່ອງໃຊ້​ປະ​ຈໍາ​ວັນ​.

​ໂດຍ​ແມ່ນ​ໜຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ທີ່​ຮູ້​ວິທີ​ໝູນໃຊ້ທ່າໄດ້ປຽບຈາກການຄ້າເອເລັກໂຕນິກ​ແຕ່​ຕົ້ນ, ທ່ານ ​ເລຫງວຽນ​ແຂ໋ງຈິງ, ຜູ້ອຳນວຍການ​ບໍລິສັດ​ຫຸ້ນ​ສ່ວນ ແຂ໋ງຈິງ ​ໃຫ້​ຮູ້​ວ່າ ການ​ກຳນົດ​ການ​ດຳ​ເນີນ​ທຸລະ​ກິດ​ຕາມ​ທິດ​ດັ້ງ​ເດີມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ສະ​ນັ້ນ ທ່ານ​ໄດ້​ຊອກ​ຮູ້ ແລະ ປ່ຽນທິດທາງທຸລະກິດຜ່ານການຄ້າເອເລັກໂຕນິກ. ຕາມ​ນັ້ນ​ແລ້ວ, ບໍລິສັດ​ໄດ້​ເລືອກ​ເອົາ​ຜະລິດ​ຕະພັນ​ຄານຄີກອອກ​ສູ່​ໂລກ​ໂດຍ​ຜ່ານ​ແອັບການຄ້າເອເລັກໂຕນິກ Alibaba. ນັບຕັ້ງແຕ່ ປີ 2010, ຜະລິດຕະພັນຄານຄີກຂອງບໍລິສັດໄດ້ປະກົດຕົວຢ່າງເປັນທາງການໃນແອັບການຄ້າເອເລັກໂຕນິກສາກົນ. ປະຈຸ​ບັນ, ຜະລິດ​ຕະພັນ​ຂອງ​ບໍລິສັດ​ໄດ້ສົ່ງໄປຍັງ​​ລູກ​ຄ້າ​ຢູ່ 70 ກວ່າ​ປະ​ເທດ, ບັນລຸ​ລາຍ​ຮັບ​ແຕ່ 3 – 4 ລ້ານ USD/ປີ.

ທ່ານ ຫງວຽນ​ກວັ໋ກ​ເລິ່ນ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ຂໍ້​ມູນ​ຂ່າວ​ສານ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ) ຄາດ​ຄະ​ເນ​ວ່າ, ລວມຍອດ​ລາຍ​ຮັບ​ການ​ຄ້າ​ເອເລັກໂຕນິກການຂາຍຍ່ອຍສິນຄ້າ​ໃນ​ປີ 2024 ອາດຈະ​ເພີ່ມ​ຂຶ້ນ​ປະ​ມານ 45% ເມື່ອ​ທຽບ​ໃສ່ ​ປີ 2023, ຂຶ້ນ​ເຖິງ​ເກືອບ 30 ຕື້ USD, ກວມ​ເອົາປະມານ 14% ຂອງຍອດຂາຍຍ່ອຍສິນຄ້າທັງຫມົດຂອງປະເທດ, ເພີ່ມຂຶ້ນຢ່າງແຮງເມື່ອທຽບກັບອັດຕາສ່ວນຫຼາຍກວ່າ 10% ໃນປີ 2023. ຢ່າງໃດກໍຕາມ, ເພື່ອໃຫ້ການ​ຄ້າ​ເອເລັກໂຕນິກພັດທະນາຢ່າງໄວວາໃນ ປີ 2024 ແລະ ຊຸມປີຕໍ່ໄປຍັງຕ້ອງການການຮ່ວມມືຂອງບັນດາກະຊວງ, ຂະແໜງການໃນ​ການ​ວາງ​ຍຸດ​ທະ​ສາດ ​ແລະ​ ວິທີການ​ແກ້​ໄຂ​ໂດຍ​ລວມ​.

​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາການ​ຄ້າ​ເອເລັກໂຕນິກ​ແບບ​ຍືນ​ຍົງ, ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ຊິງ​ເຫຍີດເຕິ່ນ ​ໃຫ້​ຮູ້​ວ່າ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈະ​ຄົ້ນຄວ້າ ​ແລະ ເຮັດສຳເລັດ​ພື້ນຖານ​ໂຄງ​ລ່າງ​ດ້ານ​ນະ​ໂຍບາຍ ​ແລະ ແນະນຳ​ບັນດາ​ນັກ​ທຸລະກິດ, ອົງການ ​ແລະ ບຸກຄົນ​ກ່ຽວ​ກັບ​ລະບຽບ​ກົດໝາຍ​ສຳລັບການ​ຄ້າ​ເອເລັກໂຕນິກ. ໃນດ້ານອື່ນ, ກໍ່​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ​ແລະ ກວດກາ​ສິນຄ້າ​ໃນ​ສະພາບ​ແວດ​ລ້ອມ​ທາງອອນລາຍ; ພັດທະນາການ​ຄ້າ​ເອເລັກໂຕນິກກ່ຽວກັບການຊຳລະສະສາງ (keypay, ບັດ ຫວຽດນາມ); ແກນສັນຍາເອເລັກໂຕນິກ; ວັນ​ການ​ຄ້າ​ອອນ​ລາຍ​ແຫ່ງ​ຊາດ Online Friday, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ສົ່ງ​ອອກ (GoExport, ECVN, Vietnamexport); ປັບປຸງຄວາມສາມາດໃນການຄາດຄະເນການຄ້າເອເລັກໂຕນິກແຫ່ງຊາດ.

ຄຽງຂ້າງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ຈະຊຸກຍູ້ການບໍລິໂພກຜະລິດຕະພັນກະເສດ ແລະ ທ້ອງຖິ່ນ ໂດຍຜ່ານທຸລະກຳທາງອອນລາຍ; ການພັດທະນາຊັບພະຍາກອນມະນຸດສໍາລັບການຄ້າເອເລັກໂຕນິກ ແລະ ເສດຖະກິດດິຈິຕອນ. ພິເສດ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ສົມທົບກັບບັນດາທ້ອງຖິ່ນ, ມະຫາວິທະຍາໄລ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອແນໃສ່ເຜີຍແຜ່ດ້ານກົດໝາຍ ແລະ ນຳໃຊ້ການຄ້າເອເລັກໂຕນິກເຂົ້າໃນການດຳເນີນທຸລະກິດ.

ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ

ຄວບຄຸມໄຟໄໝ້ທີ່ສູນການຄ້າຊາວ ຫວຽດນາມ ຢູ່ສາທາລະນະລັດ ເຊັກໂກ ຢ່າງທັນການ

ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.

ສະມາຄົມ​ມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ

ສະມາຄົມ​ມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໄດ້ໄປຢ້ຽມຢາມ, ໜູນຊ່ວຍຊາວ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ

ຍສໝ - ວັນທີ 14 ພຶດສະພາ, ຜູ້ຕາງໜ້າສະມາຄົມມິດຕະພາບ ໂປໂລຍ - ຫວຽດນາມ ອະນາຄົດ ໂດຍທ່ານສາດສະດາຈານ Tadeusz Iwinski, ປະທານສະມາຄົມເປັນນຳ​ໜ້າ​ ໄດ້ໄປສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ເພື່ອຢ້ຽມຢາມ, ແບ່ງປັນ, ລະດົມໃຈປະຊາຊົນ ຫວຽດນາມ ທີ່ຖືກຜົນກະທົບຈາກເຫດໄຟໄໝ້ສູນການຄ້າ Marywilska 44.

ມິງດຶກ

ເຫດການ
302 Found

Found

The document has moved here.