HAUFO ມອບຂອງຂວັນ 108 ພູດ ເພື່ອໜູນຊ່ວຍຊາວຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກ Covid-19

06:30 | 29/09/2021

ຍສໝ - ຂອງຂວັນຂ້າງເທິງແມ່ນສ່ວນໜຶ່ງຂອງບັ້ນໜູນຊ່ວຍ ຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມນະຄອນຮ່າໂນ້ຍ ສໍາລັບຊາວຕ່າງປະເທດທີ່ດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນຢູ່ເມືອງດົງດາທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດໂຄວິດ -19.

ສະຫະພັນມິດຕະພາບແຂວງ ແຄງຮວ່າ ມອບຂອງຂວັນ 80 ພູດໃຫ້ແກ່ພົນລະເມືອງລັດເຊຍທີ່ປະສົບກັບຄວາມຫຍຸ້ງຍາກ ສະຫະພັນມິດຕະພາບແຂວງ ແຄງຮວ່າ ມອບຂອງຂວັນ 80 ພູດໃຫ້ແກ່ພົນລະເມືອງລັດເຊຍທີ່ປະສົບກັບຄວາມຫຍຸ້ງຍາກ
ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19 ມອບຂອງຂວັນ 600 ຊຸດໃຫ້ແກ່ຄອບຄົວຢູ່ເຂດຊາຍແດນ ທີ່ຖືກຜົນກະທົບຈາກໂຄວິດ -19
HAUFO ມອບຂອງຂວັນ 108 ພູດ ເພື່ອໜູນຊ່ວຍຊາວຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກ Covid-19
HAUFO ມອບຂອງຂວັນ 108 ພູດ ເພື່ອໜູນຊ່ວຍຊາວຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກ Covid-19. ພາບ: TTXVN

ຕອນເຊົ້າວັນທີ 27 ກັນຍາ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ (HAUFO) ໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງດົງດາ ເພື່ອມອບຂອງຂວັນ 108 ພູດເພື່ອໜູນຊ່ວຍຊາວຕ່າງປະເທດທີ່ດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນຢູ່ເມືອງດົງດາທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດໂຄວິດ -19.

ບັນດາຂອງຂວັນ ເຫຼົ່ານີ້ລວມມີ ທັນຍາຫານ, ຜ້າອັດປາກ, ນໍ້າຢາຂ້າເຊື້ອ ແລະເງິນຈໍານວນ 500.000 ດົ່ງ/ພູດ. ຂອງຂວັນຂ້າງເທິງແມ່ນສ່ວນໜຶ່ງຂອງບັ້ນໜູນຊ່ວຍ ຂອງຄະນະກໍາມະການແນວໂຮມປະເທດຊາດຫວຽດນາມນະຄອນຮ່າໂນ້ຍ ສໍາລັບຊາວຕ່າງປະເທດທີ່ດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນຢູ່ເມືອງດົງດາທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດໂຄວິດ -19.

ກ່ອນໜ້ານັ້ນ, ໃນວັນທີ 26 ກັນຍາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນຮ່າໂນ້ຍແລະ HAUFO ໄດ້ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນຮ່າໂນ້ຍ ມອບຂອງຂວັນ 49 ພູດລວມມີເຄື່ອງໃຊ້ທີ່ຈຳເປັນ, ຜ້າອັດປາກ, ນໍ້າຢາຂ້າເຊື້ອ... ແລະເງິນຈໍານວນ 500.000 ດົ່ງ/ພູດ ໃຫ້ແກ່ບັນດານັກສຶກສາ ກຳປູເຈຍ ທີ່ພວມສຶກສາຮໍ່າຮຽນຢູ່ບາງມະຫາວິທະຍາໄລຢູ່ຮ່າໂນ້ຍ ເຊິ່ງປະສົບກັບຄວາມຫຍຸ້ງຍາກຍ້ອນການລະບາດຂອງພະຍາດໂຄວິດ -19.

ທ່ານນາງ ເຈິ່ນຖີ້ເຟືຶອງ, ຮອງປະທານ HAUFO ໃຫ້ຮູ້ວ່າ ຂອງຂວັນເຫຼົ່ານີ້ມີຈຸດປະສົງເພື່ອໃຫ້ກໍາລັງໃຈ ແລະຊ່ວຍເຫຼືອເພື່ອນມິດສາກົນ, ສະແດງໃຫ້ເຫັນຄວາມສາມັກຄີອັນເປັນມູນເຊື້ອ “ຮັກແພງຄົນອື່ນຄືກັບຮັກແພງຕົວເອງ” ຂອງຊາດຫວຽດນາມ.

ໄລຍະເວລາທີ່ຜ່ານມາ, HAUFO ໄດ້ປະສານສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມນະຄອນຫຼວງຮ່າໂນ້ຍ ເພື່ອຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຜູ້ອອກແຮງງານຜູ້ທີ່ວ່າງງານ, ນັກສຶກສາ, ຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19, ແຕ່ລະກໍລະນີໄດ້ຮັບເງິນຊ່ວຍເຫຼືອ 500.000 ດົ່ງ.

ຫຼັງຈາກ 2 ອາທິດ, ໂຄງການໄດ້ຮັບຄຳສະເໜີເພື່ອໃຫ້ການຊ່ວຍເຫຼືອສຳລັບ 171.956 ຄົນ (ໃນນັ້ນມີຜູ້ອອກແຮງງານວ່າງງານ 133.023 ຄົນ, ນັກສຶກສາ 38.198 ຄົນ ແລະຄົນຕ່າງປະເທດ 735 ຄົນທີ່ມີສະພາບການຫຍຸ້ງຍາກ) ແລະ ຈຳນວນເງິນໜູນຊ່ວຍທັງໝົດແມ່ນ 85.978.000.000 ດົ່ງ.

ໄຊພອນ

ເຫດການ
302 Found

Found

The document has moved here.