ເບລາຣຸດ ແລະ ຫວຽດນາມ ພ້ອມກັນແບ່ງປັນ “ບັນດາຄວາມຊົງຈຳທີ່ບໍ່ອາດລືມໄດ້”

14:13 | 05/07/2024

ຍສໝ - ດ້ວຍ​ເອກະສານ, ຮູບພາບ 250 ກວ່າ​ແຜ່ນ​ທີ່ສ່ອງແສງກ່ຽວກັບ​ສົງຄາມປົກປັກຮັກສາປະເທດຊາດທີ່​ຍິ່ງ​ໃຫຍ່; ເບລາຣູດ ຟື້ນຟູ; ຫວຽດນາມ - ເບລາຣຸດ ຮ່ວມ​ມືພ້ອມກັນ​ພັດທະນາ, ງານ​ວາງສະ​ແດງ “ບັນດາຄວາມຊົງຈຳທີ່ບໍ່ອາດລືມໄດ້” ໄດ້ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ​ເບ​ລາຣຸດ. ງານ​ວາງສະ​ແດງ ໂດຍຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ສົມທົບກັບສະຖານທູດ ສ.ເບລາຣຸດ ປະຈໍາ ຫວຽດນາມ ໄດ້ເປີດໃນວັນທີ 2 ກໍລະກົດ.

ດານັງ: ນັກສຶກສາ ລາວ ຫຼາຍຄົນໄປວັດເພື່ອອະທິຖານກ່ອນລະດູສອບເສັງ
ເພີ່ມທະວີການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ເບລາຣຸດ

"ພາກເປີດສາກ" ແນະນໍາບັນດາຮູບພາບທີ່ພົ້ນເດັ່ນກ່ຽວກັບຊື່ເຂດດິນ, ໂຄງການກໍ່ສ້າງຂອງ ເບລາຣູດ ທີ່ສ້າງຂຶ້ນໃຫມ່ຫຼັງຈາກສົງຄາມປົກປັກຮັກສາປະເທດຊາດ ກາຍເປັນມໍລະດົກວັດທະນະທໍາ - ບັນດາຄວາມຊົງຈໍາທີ່ບໍ່ອາດລືມໄດ້ຂອງປະຊາຊົນ ເບລາຣຸດ ແລະ ມະນຸດທີ່ຮັກຫອມສັນຕິພາບໃນໂລກ. ພາກນີ້ ຍັງ​ແນະນຳ​ບັນດາ​ຮູບ​ພາບທີ່ພົ້ນເດັ່ນທີ່ສ່ອງແສງໃຫ້​ເຫັນສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ລັດ, ລັດຖະບານ, ປະຊາຊົນ ​ແລະ ກອງທັບ​ ຫວຽດນາມ - ​ເບ​ລາຣຸດ ​ໃນພາລະກິດການ​ຕໍ່ສູ້​ປົດ​ປ່ອຍ, ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງສອງປະເທດ.

ເບລາຣຸດ ແລະ ຫວຽດນາມ ພ້ອມກັນແບ່ງປັນ “ບັນດາຄວາມຊົງຈຳທີ່ບໍ່ອາດລືມໄດ້”

ບັນດາຜູ້ແທນໄປຢ້ຽມຢາມງານວາງສະແດງ. (ພາບ: BTLSQSVN)

"ພາກທີ 1 - ບັ້ນສົງຄາມປົກປັກຮັກສາປະເທດຊາດທີ່​ຍິ່ງ​ໃຫຍ່" ແນະນໍາບັນດາຮູບພາບ, ເອກະສານທີ່ສ່ອງແສງເຖິງໂທດກໍາຂອງຟາດຊິດ ເຢຍລະມັນ ຕໍ່ປະຊາຊົນ ເບລາຣຸດ ໃນສົງຄາມຮຸກຮານ ເບລາຣຸດ (1941-1944); ການຕໍ່ສູ້ທີ່ພິລະອາດຫານ, ອົງອາດກ້າແກ່ນຂອງກອງທັບ ແລະ ປະຊາຊົນ ເບລາຣຸດ ໃນບັ້ນສົງຄາມປົກປັກຮັກສາປະເທດຊາດທີ່​ຍິ່ງ​ໃຫຍ່ ເພື່ອປົດປ່ອຍປະເທດຊາດ.

"ພາກທີ 2 - ເບ​ລາ​ຣຸດ​ ຟື້ນ​ຟູ" ສະ​ແດງ​ຮູບ​ພາບ, ໂຄງການກໍ່ສ້າງ​ວັດ​ທະ​ນະ​ທໍາ, ຮ່ອງຮອຍ, ບັນດາຊື່ສະຖານທີ່ໃນປະຫວັດສາດຂອງ​ປະ​ເທດ ເບ​ລາ​ຣຸດ ໄດ້​ກໍ່ສ້າງຄືນໃໝ່, ຟື້ນ​ຟູ​ຫຼັງ​ຈາກ​ສົງ​ຄາມ, ບັນດາມໍ​ລະ​ດົກ​ວັດ​ທະ​ນະ​ທໍາ, ທິວ​ທັດ​ທໍາ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ ເບ​ລາ​ຣຸດ.

"ພາກທີ 3 - ຫວຽດນາມ - ​ເບ​ລາຣຸດ ຮ່ວມ​ມື​ພ້ອມກັນພັດທະນາ” ​ໄດ້ວາງ​ສະ​ແດງແນະນຳ​ບັນດາ​ຮູບ​ພາບ, ​ເອກະສານ, ວັດຖຸສິ່ງຂອງທີ່ພົ້ນເດັ່ນທີ່ສ່ອງແສງ​ໃຫ້​ເຫັນການ​ພົວພັນ​ໜູນຊ່ວຍ, ຊ່ວຍ​ເຫຼືອ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ໂຊ​ວຽດ ກ່ອນ​ນີ້, ຫວຽດນາມ ​ແລະ ​ເບ​ລາຣຸດ ປະຈຸ​ບັນ​ໃນ​ວິວັດ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດຊາດ​; ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບ​ໃຊ້​ພາລະກິດແຫ່ງການພັດທະນາ​ເສດຖະກິດ​ຢູ່​ແຕ່ລະ​ປະ​ເທດ; ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ ​- ​ເບ​ລາຣຸດ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ເບລາຣຸດ ແລະ ຫວຽດນາມ ພ້ອມກັນແບ່ງປັນ “ບັນດາຄວາມຊົງຈຳທີ່ບໍ່ອາດລືມໄດ້”

ທ່ານເອກອັກຄະລັດຖະທູດ Uladzimir Baravikou ໄດ້ຂຽນຄວາມຮູ້ສຶກຂອງຕົນໃນປຶ້ມບັນທຶກ. (ພາບ: BTLSQSVN)

Phát biểu tại lễ khai mạc triển lãm, Đại sứ đặc mệnh toàn quyền Cộng hòa Belarus tại Việt Nam Uladzimir Baravikou cho biết: “Ngày 3/7 là một ngày đặc biệt đối với mỗi người dân Belarus. Ngày này nhắc nhở tất cả chúng tôi về cái giá khủng khiếp mà đất nước và toàn thể nhân dân Liên Xô đã phải trả cho chiến thắngchủ nghĩa phát xít.

ກ່າວ​ຄຳປາໄສ​ທີ່​ພິທີ​, ທ່ານ​ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ​ແຫ່ງ​ສາທາລະນະ​ລັດ ​ເບ​ລາຣຸດ ປະຈຳ ຫວຽດນາມ Uladzimir Baravikou ​ໃຫ້​ຮູ້​ວ່າ “ວັນ​ທີ 3 ກໍລະກົດ ​ແມ່ນ​ວັນ​ພິ​ເສດ​ສຳລັບຊາວ​ ເບ​ລາຣຸດ​ ທຸກ​ຄົນ. ມື້ນີ້ຕັກເຕືອນພວກຂາ້ພະເຈົ້າ ກ່ຽວກັບສິ່ງທີ່ປະເທດ ແລະ ປະຊາຊົນໂຊວຽດ ທັງຫມົດຕ້ອງເສຍໃຫ້ສໍາລັບໄຊຊະນະລັດທິຟາດຊິດ.

ງານ​ວາງສະ​ແດງ ​ໄດ້​ເປີດປະຕູເພື່ອຕ້ອນຮັບແຂກມາ​ຢ້ຽມຊົມ​ຮອດ​ທ້າຍ​ເດືອນກໍລະກົດ 2024 ຢູ່​ຫໍພິພິທະ​ພັນ​ປະຫວັດສາດ​ການ​ທະຫານ ​ຫວຽດນາມ, ເລກທີ 28A ດ້ຽນບຽນ​ຝູ, ບາ​ດິ່ງ, ຮ່າ​ໂນ້ຍ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດ ເບລາຣຸດ ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດ ເບລາຣຸດ

ຕອນເຊົ້າວັນທີ 15 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ກັບເມືອຮອດ ສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ໃນລະຫວ່າງວັນທີ 8 – 14 ທັນວາ ຢ່າງຈົບງາມ.

ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ຕ້ອນຮັບ ປະທານສະພາສູງແຫ່ງ ສ.ເບລາຣຸດ ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ຕ້ອນຮັບ ປະທານສະພາສູງແຫ່ງ ສ.ເບລາຣຸດ

ໃນຕອນບ່າຍວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Mikhail Myasnikovich ປະທານສະພາສູງ ແຫ່ງ ສາທາລະນະລັດ ເບລາຣຸດ.

ມີງດຶກ

ເຫດການ
302 Found

Found

The document has moved here.