ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ຕ້ອນຮັບ ປະທານສະພາສູງແຫ່ງ ສ.ເບລາຣຸດ

16:05 | 25/09/2018

ໃນຕອນບ່າຍວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Mikhail Myasnikovich ປະທານສະພາສູງ ແຫ່ງ ສາທາລະນະລັດ ເບລາຣຸດ.

ປະທານສະພາແຫ່ງຊາດ ຫງວ໋ຽນຖິກິມ ເງິນ ຕ້ອນຮັບ ປະທານສະພາສູງແຫ່ງ ສ.ເບລາຣຸດ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບປະທານສະພາສູງແຫ່ງ ສ.ເບລາຣຸດ Mikhail Myasnikovich. (ພາບ: VOV)

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ປາຖະໜາວ່າສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ - ການຄ້າສອງຝ່າຍ ແລະ ໃນບັນດາຂົງເຂດອື່ນໆ. ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ລັດຖະສະພາ ເບລາຣຸດ, ສ້າງເງື່ອນໄຂສະດວກກ່ຽວກັບ ກອບນິຕິກຳ ເພື່ອໃຫ້ວິສາຫະກິດສອງປະເທດ ຍູ້ແຮງການເຄື່ອນໄຫວ ການລົງທຶນດຳເນີນທຸລະກິດ, ມຸ່ງໄປເຖິງຄວາມຄ້າຍຄືກັນ ແລະ ມີຄວາມ ກົມກຽວທາງດ້ານກົດໝາຍ. ທ່ານນາງປະທານສະພາແຫ່ງຊາດ ຖືວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ໃນຂອບເຂດບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ; ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ; ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນໃນການເຄື່ອນໄຫວດ້ານນິຕິບັນຍັດ; ຍົກສູງບົດບາດຂອງກຸ່ມສະມາຊິກລັດຖະສະພາມິດຕະພາບໃນການຊຸກຍູ້ການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ກໍ່ຄືການພົວພັນລະຫວ່າງ ຫວຽດນາມ ແລະ ເບລາຣຸດ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາສູງ ແຫ່ງສາທາລະນະລັດ ເບລາຣຸດ ກໍ່ໄດ້ແລກປ່ຽນກັບ ທ່ານນາງປະທານສະພາແຫ່ງຊາດ ກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງສອງປະເທດ; ທ່ານເນັ້ນໜັກວ່າ ເບລາຣຸດ ແມ່ນໜຶ່ງໃນຈຳນວນ 5 ປະເທດທີ່ຂຶ້ນກັບ ສະຫະພັນເສດຖະກິດ ອາຊີ - ເອຣົບ ທີ່ໄດ້ລົງນາມໃນສັນຍາການຄ້າເສລີກັບ ຫວຽດນາມ. ຕໍ່ຈາກນັ້ນ, ອົງການນິຕິບັນຍັດຂອງສອງປະເທດ ຄວນເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ໃຫ້ ສັນຍາໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ໃນຕົວຈິງ

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.